Ad

Ad

25 March 2013

ກອງປະຊຸມລັດຖະບານສະໄຫມສາມັນປະຈຳເດືອນມີນາ 2013 ໄດ້ຫາລືຫລາຍບັນຫາສຳຄັນຂອງຊາດ



       ໃນນທີ 19-21 ມີນານີ້, ຢູ່ຫ້ອງວ່າການລັດຖະບານ ຄະນະລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຕົກລົງ ວຽກງານສໍາຄັນ ໂດຍຜ່ານສອງກອງປະຊຸມ ຄືກອງ ປະຊຸມສະໄໝສາມັນຂອງລັດຖະບານ ແລະ ກອງປະຊຸມ ນາຍົກ-ຮອງນາ ຍົກລັດຖະມົນຕີປະຈໍາເດືອນມີນາ 2013 ພາຍໃຕ້ການເປັນປະທານຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ.     
         ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາຫ້ອງວ່າການລັດຖະບານທັງເປັນໂຄສົກລັດຖະບານໄດ້ຖະແຫລງວ່າ: ກອງປະຊຸມໄດ້ພິຈາລະນາບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບບັນຫາແຮງງານຕ່າງປະ ເທດທີ່ເຂົ້າມາທໍາຫາກິນ ແລະ ອອກແຮງງານທັງຖືກຕ້ອງ ແລະ ບໍ່ຖືກຕ້ອງຢູ່ລາວໂດຍກອງປະຊຸມມີຄໍາຫັນວ່າ: ການນໍາໃຊ້ ແຮງງານຕ່າງປະເທດໃນຂົງເຂດຕ່າງໆແມ່ນມີຄວາມຈໍາເປັນ ແລະ ຫຼີກລ້ຽງບໍ່ໄດ້ຕາມຄວາມຕ້ອງການຂອງແຕ່ລະປະເທດ.
ໂດຍສະເພາະແມ່ນໃນເງື່ອນໄຂເຊື່ອມໂຍງພາກພື້ນ ແລະ ສາກົນ. ແຕ່ພວກເຮົາຈະມີນະໂຍບາຍ, ມີລະບຽບການ, ມີວິທີການ ແລະ ມາດຕະການຄຸ້ມຄອງ, ນໍາໃຊ້ແນວໃດ.?  ເພື່ອໃຫ້ບ້ານ, ເມືອງເຮົາມີຄວາມເປັນລະບຽບຮຽບຮ້ອຍ, ມີການພັດທະ ນາ, ມີຄວາມຖຶ້ກຕ້ອງ ແລະ ຮັບປະກັນຜົນປະໂຫຍດອັນເໝາະສົມລະຫວ່າງລັດ, ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ຕໍ່ບັນ ຫານີ້ກອງປະຊຸມກໍໄດ້ເຫັນດີຮັບຮອງເອົາບັນດາວິທີການແກ້ໄຂທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມສະເໜີ. ພ້ອມ ນັ້ນ, ກໍໃຫ້ກະຊວງທີ່ກ່ຽວຂ້ອງນໍາເອົາເນື້ອໃນໃນຮ່າງກົດໝາຍຄຸ້ມຄອງແຮງງານທີ່ໄດ້ພິຈາລະນາໃນກອງປະຊຸມເຂົ້າ ໃນການ ປັບປຸງກົດໝາຍແຮງງານທີ່ຄົບຖ້ວນກວ່າເກົ່າ.    
             ຄະນະລັດຖະບານໄດ້ຮັບ ຮອງເອົາຮ່າງມະຕິຂອງກົມການເມືອງ ວ່າດ້ວຍການຫັນຊັບສິນຂອງລັດ ເປັນທຶນ ເພື່ອ ສະເໜີຕໍ່ກົມການເມືອງສູນກາງພັກແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນທາງດ້ານຊັບພະຍາກອນທຳມະຊາດ, ຊັບສິນຂອງ ລັດ ໃຫ້ເກີດເປັນທຶນຮອນເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຂະຫຍາຍຕົວຢ່າງໜັກແໜ້ນຕໍ່ເນື່ອງ; ແນໃສ່ປົກປັກຮັກ ສາຊັບສິນຂອງລັດບໍ່ໃຫ້ຕົກເຮ່ຍເສຍຫາຍໂດຍບໍ່ສົມເຫດສົມຜົນ ແລະ ຍິ່ງກວ່ານັ້ນຕ້ອງມີການພັດທະນາ ສ້າງມູນຄ່າເພີ່ມຂຶ້ນ, ທັງເປັນແຫຼ່ງລາຍຮັບງົບປະມານແຫ່ງຊາດທີ່ສຳຄັນເພື່ອສະໜອງທຶນຮອນສຳລັບການພັດທະນາເສດຖະກິດ-ສັງຄົມໃຫ້ໝັ້ນຄົງ ດ້ວຍຮູບການໃຫ້ເຊົ່າ ຫຼື ສຳປະທານ, ການຂາຍມີກຳນົດ, ການຄ້ຳປະກັນ, ການແລກປ່ຽນມອບໂອນສິດນຳໃຊ້ມີກຳນົດ, ສ້າງເງື່ອນໄຂສະພາບແວດລ້ອມທີ່ດີສຳລັບການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນໄດ້ຢ່າງຄ່ອງຕົວດີຂຶ້ນ.    
        ຮັບຮອງບົດລາຍງານການກຳນົດເຂດສ້າງສຳນັກງານຂອງລັດຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ. ເນື່ອງຈາກວ່າໃນໄລ ຍະ 20 ປີ ຜ່ານມານະຄອນຫຼວງວຽງຈັນ ໄດ້ມີການພັດທະນາ ແລະ ຫັນປ່ຽນຢ່າງວ່ອງໄວບວກກັບການເພີ່ມຂຶ້ນຂອງປະຊາ ກອນໃນຕົວເມືອງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຊຶ່ງມີຄວາມຈໍາເປັນຕ້ອງມີການວາງແຜນຈັດສັນທີ່ຕັ້ງສຳ ນັກງານຂອງບັນດາກະຊວງ ແລະ ອົງການຈັດຕັ້ງຂັ້ນສູນກາງແຫ່ງໃໝ່ຈໍານວນໜຶ່ງ ລວມທັງວາງແຜນກໍ່ສ້າງພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກ ແລະ ການຈັດສັນທີ່ຢູ່ອາໄສ. ທັງໝົດ, ເພື່ອຮັບປະກັນທາງດ້ານຄວາມສະຫງົບ-ປອດໄພ, ຄວາມ ເປັນລະບຽບຮຽບຮ້ອຍ, ຄວາມຈົບງາມ ແລະ ທັງເປັນການຫຼຸດຜ່ອນຄວາມແອອັດໃນຕົວເມືອງເຊິ່ງພວມປະເຊີນຢູ່ຄືທຸກ ມື້ນີ້.    
         ກອງປະຊຸມໄດ້ພິຈາລະນາຮ່າງດໍາລັດວ່າດ້ວຍເງິນອຸດໜູນຕໍ່ຜູ້ເຮັດວຽກງານກວດກາ ແລະ ຜູ້ເຂົ້າຮ່ວມການກວດກາ ເຊິ່ງຈຸດປະສົງເພື່ອກໍານົດນະໂຍບາຍ, ເງິນອຸດໜູນ ແລະ ເງິນບໍາເນັດ ຕໍ່ຜູ້ເຂົ້າຮ່ວມການກວດກາແນໃສ່ຊຸກຍູ້ ແລະ ຮັບປະ ກັນໃຫ້ພະນັກງານກວດກາ ແລະ ຜູ້ເຂົ້າຮ່ວມການກວດກາສາມາດເຄື່ອນໄຫວປະຕິບັດສິດ, ພັນທະ ແລະ ໜ້າທີ່ຂອງຕົນໃຫ້ ມີຄວາມຮັບຜິດຊອບ ແລະ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ. ການກໍານົດເງິນບໍາເນັດນີ້ບໍ່ແມ່ນສະເພາະແຕ່ອົງການ ກວດກາລັດເທົ່ານັ້ນແຕ່ຫາກແມ່ນການກໍານົດນະໂຍບາຍລວມຕໍ່ວຽກງານກວດກາຂອງທຸກຂະແໜງການທີ່ດໍາເນີນການກວດ ກາຊຶ່ງສາມາດນໍາ ລາຍໄດ້ ຫຼື ກູ້ເອົາຊັບສິນຂອງລັດທີ່ເສຍຫາຍຄືນມາໄດ້ເປັນຜົນຕົວຈິງ.     
          ສໍາລັບກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີ ໃນວັນທີ 21 ມີນາ 2013 ນີ້ ແມ່ນໄດ້ສືບຕໍ່ພິຈາລະນາ ບາງວຽກ ທີ່ຈໍາເປັນຄືໄດ້ປຶກສາຫາລືເຖິງວິທີການ, ມາດຕະການໃນການເບີກຈ່າຍເງິນເດືອນພະນັກງານ, ລັດຖະກອນຕາມລະບົບດັດ ສະນີໃໝ່ໃຫ້ມີຄວາມຄ່ອງຕົວ, ໂດຍສະເພາະກໍ່ແມ່ນໃຫ້ສຸມໃສ່ແກ້ໄຂຄວາມຊັກຊ້າໃນການຈ່າຍເງິນ ເດືອນໃຫ້ລັດຖະກອນຄູ, ແພດ, ທະຫານ, ຕໍາຫຼວດ ແລະ ພະນັກງານບໍານານຢູ່ທ້ອງຖິ່ນຈໍານວນໜຶ່ງ. ພ້ອມນັ້ນ, ໃຫ້ກວດກາຄືນການນໍາໃຊ້ງົບປະ ມານເພື່ອໃຫ້ປະຕິບັດຕາມນະໂຍບາຍບູລິມະສິດທີ່ໄດ້ກໍານົດໄວ້ຢ່າງຖືກຕ້ອງ; ໄດ້ພິຈາລະນາສອງໂຄງການໃຫຍ່ຂອງ ແຂວງ ຊຽງຂວາງ ເຊັ່ນ: ແຜນພັດທະນາເຂດຈຸດສຸມ ຄັງວຽງ, ເມືອງມອກ ເຊິ່ງເປັນ ເຂດຊົນນະບົດໜຶ່ງຂອງແຂວງ ທີ່ຍັງທຸກຍາກ ຫຼາຍດ້ານ ແລະ ໂຄງການກໍ່ສ້າງພື້ນຖານໂຄງ ລ່າງ ເພື່ອກຽມໃສ່ມະຫາກໍາກິລາ ແຫ່ງຊາດ ຄັ້ງທີ XI ຢູ່ແຂວງ ຊຽງຂວາງ. ທັງ ສອງໂຄງການ ດັ່ງກ່າວ ກອງປະຊຸມໄດ້ຕົກລົງຮັບຮອງໂດຍພື້ນຖານແຕ່ໃຫ້ບັນດາພາກສ່ວນກ່ຽວຂ້ອງນຳໄປປັບປຸງ ແກ້ໄຂບັນ ຫາລະອຽດເພື່ອຈັດລຽງຕາມຄວາມຈໍາເປັນບົນຈິດໃຈປະຍັດ-ມີປະສິດທິຜົນ, ກອງປະຊຸມໄດ້ພິຈາລະນາບາງບັນກາກ່ຽວກັບ ການສ້າງເດີ່ນບິນໜອງຄ້າງ ແຂວງຫົວພັນ ແລະ ເດີ່ນບິນແຂວງອັດຕະປື ເພື່ອໃຫ້ ວຽກ ງານດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດ ຕາມຂັ້ນຕອນຢ່າງຄ່ອງຕົວ. ແນໃສ່ສ້າງເງື່ອນໄຂໃຫ້ສອງແຂວງນີ້ໄດ້ຮັບການພັດທະນາຢ່າງໄວຂຶ້ນ.   
           ໃນຕອນທ້າຍກອງປະຊຸມ ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຈຸດສຸມໃນເດືອນ ເມສາ 2013 ດັ່ງນີ້:  ສືບຕໍ່ເລັ່ງທວງເກັບລາຍຮັບງົບປະມານ ໃຫ້ໄດ້ຕາມແຜນການເພື່ອໃຫ້ສາ ມາດຕອບສະໜອງບັນດາຮ່ວງລາຍຈ່າຍທີ່ມີຄວາມຈຳເປັນຕາມແຜນທີ່ວາງໄວ້, ເອົາໃຈໃສ່ການເກັບ​ລາຍ​ຮັບ​ຈາກ​ທີ່​ດິນ​ ແລະ ຢຸດຕິການອະນຸມັດ​ຍົກ​ເວັ້ນພາສີ-ອາກອນ ທີ່ບໍ່ສອດຄ່ອງຕາມລະບຽບກົດໝາຍ; ວິທີແກ້ໄຂ​​ເງິນ​ເດືອນ​ຂອງ​ພະນັກງານ​ຄູ ແລະ ພະນັກງານບຳນານ ຊຶ່ງໃນທ້າຍເດືອນນີ້ ໃຫ້ສາມາດແກ້ໄຂໄດ້ໂດຍພື້ນຖານ;ເພີ່ມທະວີຄວາມເຂັ້ມງວດໃນການອະນຸມັດໂຄງ ການລົງທຶນຂອງລັດໃຫ້ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ໃຫ້ຢຸດເຊົາການປະຕິບັດໂຄງການລົງທຶນກ່ອນ, ເພື່ອຫຼຸດຜ່ອນການສ້າງໜີ້ສິນເພີ່ມເຕີມ.  ສຳຄັນແມ່ນໃຫ້ຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ; ເອົາ​ໃຈ​ໃສ່ຄຸ້ມ​ຄອງ​ລາຄາ​ສິນຄ້າ ​​​ບໍ່​ໃຫ້​ມີ​ການ​ສວຍ​ໂອກາດ​ຂຶ້ນ​ລາຄາຕາມໃຈ, ຄຸ້ມຄອງລາຄາໃນ​ໄລຍະ​ບຸນປີ​ໃໝ່​ລາວ. ຮີບຮ້ອນແກ້ໄຂບັນ ຫາລາຄາສິນຄ້າທີ່ເພີ່ມຂຶ້ນໄວເປັນຕົ້ນແມ່ນສິນຄ້າທີ່ຕິດພັນກັບຊີວິດຕົວຈິງ ຂອງພະນັກງານ ແລະປະ ຊາຊົນ; ສືບຕໍ່ຊຸກຍູ້ສົ່ງ ເສີມການ ປູກພືດລະ ດູແລ້ງ ແລະ ການບົວ ລະບັດ ຮັກສາເຂົ້ານາແຊງ, ສະ ໜອງ ວັດຖຸປັດໃຈ ແລະ ສະໜອງ ນ້ຳໃຫ້ແກ່ ການຜະລິດ; ບັນດາ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ ສຸມ​ໃສ່​ການ​ສະຫລຸບຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສ​ດຖະ ກິດ-ສັງຄົມ ​ແລະ ​ແຜນ​ງົບປະ ມານ​ແຫ່ງ​ລັດ 6 ເດືອນຕົ້ນ​ສົກ​ປີ 2012-2013, ພ້ອມ​ກັບ​ກຳນົດ​ແຜນ​ຈັດ​ຕັ້ງ​ປະຕິບັດ 6 ເດືອນ​ທ້າຍ​ສົກ​ປີ 2012-2013 ເພື່ອ​ລາຍ ງານ ຕໍ່​ກອງ​ປະຊຸມ​ສູນ​ກາງ​ ​ແລະ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ; ຕັ້ງໜ້າສ້າງແຜນ ການ ສຳລັບສົກປີ 2013-2014. ກະກຽມການສະຫຼຸບ ກາງສະໄໝ ຂອງການຈັດຕັ້ງປະ ຕິບັດ ແຜນການ  5 ປີ ຄັ້ງທີ VII; ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ ປກຊ- ປກສ ຢ່າງ​ເລິກ​ເຊິ່ງຮອບດ້ານ ເພື່ອ​ຮັບປະກັນຄວາມ​ປອດ​ໃຫ້​ແກ່​ສັງຄົມ​ຢ່າງ​ໜັກ​ແໜ້ນ ແລະ ສຸມ ໃສ່ການແກ້ໄຂປະກົດການຫຍໍ້ທໍ້ ໃນສັງຄົມ ໂດຍສະເພາະ ບັນຫາ ຂີ້ລັກ ປຸ້ນຈີ້  ຊິງຊັບ ແລະ ບັນຫາຢາເສບຕິດ; ຊີ້​ນຳ​ການ​ສະ​ເຫລີ​ມສະຫລອງ​ບຸນປີ​ໃໝ່​ລາວ ​ປະຈຳ​ປີ ພສ 2556 ດ້ວຍຈິດໃຈປະຢັດ ມັດທະ ຍັດ, ຮັບປະກັນຄວາມປອດໄພຕໍ່ ຊີວິດ ແລະ ຊັບສິນ ແລະ ສົ່ງເສີມປະເພນີວັດທະນະທຳອັນດີງາມຂອງຊາດຕິດພັນກັບການສົ່ງເສີມການທ່ອງທ່ຽວ ລາວ; ບັນດາກະຊວງກະກຽມ ເນື້ອໃນສຳລັບຫົວຂໍ້ທີ່ຈະນຳມາປຶກສາຫາລືໃນກອງປະຊຸມລັດຖະບານເປີດກວ້າງປະຈຳ 6 ເດືອນຕົ້ນ ສົກປີ 2012-2013 ຕາມ ແຜນແບ່ງຄວາມ ຮັບຜິດຊອບ ແລະ ກະກຽມ​ຈັດ​ກອງ​ປະຊຸມ​ ກິລາ​ມວນ​ຊົນທົ່ວ​ປະ​ເທດ ຄັ້ງທີ 1 ປະຈຳ​ປີ 2013 ທີ່​ນະຄອນຫລວງ​ວຽງ​ຈັນ ແລະ ກະກຽມ​ຈັດ​ງານ​ມະຫາ​ກຳ​ກິ​ລາ​ແຫ່ງ​ຊ​າດ ຄັ້ງທີ X  ທີ່​ແຂວງ​ອຸດົມ​ໄຊ​ຈະ ເປັນເຈົ້າພາບ​ໃນ​ປີ 2014.

No comments:

Post a Comment