Ad

Ad

26 March 2013

ຊາວບ້ານນາຕໍໃຫຍ່ກິນອີ່ມນຸ່ງອຸ່ນ ຫລັງຍົກຍ້າຍຈາກໂຄງການ ເຂື່ອນໄຊຍະບູລີ



           ປະຊາຊົນບ້ານນາຕໍໃຫຍ່ ຫລັງຍົກຍ້າຍອອກຈາກບໍລິເວນ ໂຄງ ການກໍ່ສ້າງເຂື່ອນໄຊຍະບູລີ ຍອມຮັບ ວ່າເຂົາເຈົ້າ ບໍ່ຕ້ອງການ ຢາກຈະກັບໄປບ່ອນເດີມອີກຍ້ອນ ເຂດຈັດສັນທີ່ ຢູ່ໃໝ່ນີ້ດີກວ່າ ບ່ອນ ເກົ່າຫລາຍ ເທົ່າ ສ່ວນອຳນາດ ການປົກ ຄອງເມືອງໄຊຍະບູລີ ຢືນຢັນວ່າ: ລະບຽບຫລັກການ ແລະ ນະໂຍບາຍກ່ຽວກັບການຊົດ ເຊີຍ ແລະ ທົດແທນຄືນໃຫ້ຜູ້ໄດ້ ຮັບ ຜົນກະທົບນັ້ນແມ່ນມີຄວາມ ໂປ່ງໃສ, ຍຸຕິທຳ ແລະ ເປັນມາດ ຕະຖານອັນດຽວກັນ.
      ລະຫວ່າງວັນທີ 19-21 ມີນາ 2013 ນີ້, ບັນດາສື່ມວນຊົນ ແລະ ນັກຂ່າວຈາກຕ່າງປະເທດປະ ມານ 10 ກວ່າຊີວິດໄດ້ລົງ ພື້ນທີ່ ເຂດກໍ່ສ້າງ ເຂື່ອນໄຊຍະບູລີ ເພື່ອ ສອບຖາມ ແລະ ສຳພາດຈາກ ປາກປະຊາຊົນທີ່ໄດ້ຮັບ ຜົນກະ ທົບ ໃນນັ້ນ ທັດສະ ນະຂອງ ປະຊາ ຊົນ 300 ກວ່າຄົນໃນ 75 ຫລັງຄາ ເຮືອນທີ່ໄດ້ຍົກຍ້າຍຈາກບ້ານ ຫ້ວຍຊຸຍມາຢູ່ ບ້ານນາຕໍໃຫຍ່ ເມືອງ ໄຊ ຍະບູລີ ໄດ້ເລົ່າສູ່ບັນດາ ສື່ມວນຊົນ ລາວ-ຕ່າງປະເທດ ຈາກປາກເຂົາເຈົ້າ ເອງວ່າ: ຄວາມຢູ່ເຢັນເປັນສຸກໄດ້ເກີດ ເປັນ ຮູບປະ ທຳຢ່າງແທ້ຈິງໃນ ບ້ານ ນາຕໍໃຫຍ່ຍ້ອນພັກ-ລັດຖະບານ ໃຫ້ ຄວາມເປັນຫ່ວງເປັນໄຍ ແລະ ເຂົ້າ ໃຈ ເຖິງຄວາມສຸກ-ທຸກຂອງ ປະຊາ ຊົນ ຢ່າງໃຈສົດໃຈຈໍ່ໂດຍ ສະເພາະຊີ ວິດປະຊາຊົນທີ່ເຄີຍ ດຳລົງຊີວິດດ້ວຍ ຄວາມ ລຳບາກ ມາຫລາຍເຊັ່ນຄົນໃນ ບ້ານຫ້ວຍ ຊຸຍ ເມືອງ ແລະ ແຂວງໄຊຍະບູລີ ໄດ້ພົ້ນທຸກ ຢ່າງຂາດໂຕແລ້ວ ພາຍ ຫລັງໂຄງການໄຊຍະບູລີ ໄດ້ສະໜັບສະໜູນ ແລະ ຈັດສັນ ທີ່ຢູ່ອາໄສແຫ່ງໃໝ່ໃນບ້ານນາຕໍ ໃຫຍ່ ເມືອງໄຊຍະບູລີ ໃຫ້ເຂົາເຈົ້າ ສາມາດເຂົ້າເຖິງການ ສຶກສາທີ່ດີກວ່າ, ສາ ທາລະນະສຸກ,ໄຟຟ້າ, ນ້ຳປະປາ, ການຜະລິດກະສິກຳ ເປັນ ສິນຄ້າ ແລະ ເສັ້ນທາງທີ່ສະດວກສະບາຍຄົບວົງຈອນພ້ອມ ດຽວ ກັນນັ້ນຍັງໄດ້ສ້າງເຮືອນຢູ່ຫລັງໃໝ່ໃຫ້ເຂົເຈົ້າອີກດ້ວຍ.     

            ກ່ອນໜ້ານັ້ນຫລາຍຮ້ອຍ ປີບັນ ດາປະຊາຊົນໃນບ້ານຫ້ວຍ ຊຸຍ ເມືອງ ແລະ ແຂວງໄຊຍະບູລີ ໄດ້ປະເຊີນໜ້າ ກັບຄວາມຫຍຸ້ງ ຍາກລຳບາກໃນ ການ ທຳມາຫາ ກິນ ແລະ ເດີນທາງໄປມາ ລະ ຫວ່າງບ້ານຫາ ຕົວເມືອງອັນເນື່ອງຈາກວ່າ ບ້ານຂອງຕົນທີ່ ອາໃສຢູ່ໃກ້ ກັບແຄມນ້ຳຂອງ ຊຶ່ງ ຖືກຕັດຂາດ ດ້ວຍໂລກພາຍນອກ ໂດຍບໍ່ມີເສັ້ນທາງ ໄປເຖິງບ້ານການເດີນ ທາງສ່ວນໃຫຍ່ ແມ່ນ ເພີ່ງພາອາໃສເຮືອເປັນພາ ຫະນະ ນອກຈາກນັ້ນ ບັນຫາການບໍລິ ການ ໄຟຟ້າ, ນ້ຳປະປາ, ສາທາລະນະ ສຸກ ແລະ ການສຶກສາກໍ ພົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນ.
         ທ່ານ ບຸນພັກ ອິນທະປັນຍາ ເຈົ້າ ເມືອງໄຊຍະບູລີ ໃຫ້ສຳພາດ ຕໍ່ນັກ ຂ່າວວ່າ: ການຍົກຍ້າຍປະຊາຊົນຈາກບ້ານ ຫ້ວຍ ຊຸຍ ມາຢູ່ ບ້ານນາຕໍໃຫຍ່ເບື້ອງຕົ້ນ 65 ຄອບ ຄົວແລ້ວເພີ່ມຂຶ້ນມາເປັນ 75 ຄອບ ຄົວ ຍ້ອນວ່າຖ້າຫາກ ຄອບຄົວໃດ ມີ 8 ຄົນຂຶ້ນໄປ ນັ້ນພວກ ເຮົາຈະ ແຍກ ຫລື ເພີ່ມເຮືອນໃຫ້ອີກ ຫລັງ ໜຶ່ງ ຊຶ່ງພວກເຂົາໄດ້ມາຢູ່ທີ່ນີ້ແຕ່ ເດືອນມັງກອນ 2012. ການຍົກຍ້າຍມານີ້ພວກເຮົາກໍມີນະໂຍ ບາຍ ຫລາຍ ດ້ານເປັນຕົ້ນຄື ໃຫ້ ດິນປຸກສ້າງ (ຄອບ ຄົວໜຶ່ງໄດ້ 20 ແມັດ X 30 ແມັດ ຫລື ປະມານ 600 ຕາແມັດ, ດິນປູກຝັງ  0,75 ຕາແມັດສຳລັບພືດກະສິກຳ.
      ພາຍຫລັງເຂົາເຈົ້າຍົກຍ້າຍ ເຂົ້າ ມາທີ່ນີ້, ພວກເຮົາກໍໄດ້ປຸກ ລະດົມ ແລະ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດມາຮອດປະຈຸ ບັນນີ້ຊີວິດການຢູ່ຂອງຊາວ ບ້ານ ນາຕໍ ໃຫຍ່ກໍຮັບການປັບດີຂຶ້ນກວ່າອາ ດີດຜ່ານມາຍ້ອນພວກເຮົາປຸກ ສ້າງໂຮງຮຽນ,   ໂຮງ ໝໍ,ຕະຫລາດ, ບ່ອນນັ່ງ ລໍຖ້າລົດ. ໝາຍວ່າພວກ ເຮົາແທນທີ່ຈະ ຍົກຍ້າຍໄປຢູ່ຊົນ ນະບົດຊ້ຳພັດຍົກ ຍ້າຍມາຢູ່ໃນ ເມືອງ ການດຳລົງຊີວິດ ເບື້ອງ ຕົນກະບໍ່ສິ້ນເຄີຍແຕ່ດຽວ ນີ້ເຂົາ ເຈົ້າຮູ້ຊື້ຮູ້ຂາຍຫລາຍຂຶ້ນອັນເປັນ ການ ປະກອບສ່ວນແກ້ໄຂຊີວິດ ການເປັນໃຫ້ດີຂຶ້ນເປັນກ້າວໆ, ກ່ອນໜ້ານັ້ນ ຊີວິດ ເຂົາເຈົ້າມີແຕ່ ເພີ່ງພາອາໃສຫາປາ ແລະ ຮອນຄຳເປັນຊຳມື້ຊຳວັນແບບ ທຳ ມະຊາດບໍ່ກຸ້ມຢູ່ກຸ້ມກິນ. ນອກຈາກ ນັ້ນ ພວກເຮົາກໍໄດ້ສະໜອງເຂົ້າ ກິນ ໃຫ້ ເຂົາເຈົ້າຕື່ມອີກ 20 ກິໂລ/ ເດືອນ/ຄົນ ສຳລັບຜູ້ ໃຫຍ່, ເດັກ ນ້ອຍ 15 ກິໂລ/ເດືອນ/ຄົນ ພິເສດ ພວກເຮົາຍັງມີອາ ຫານເສີມໃຫ້ ນັກຮຽນ. ຄຽງຄູ່ກັບການ ເບິ່ງ ແຍງຊີວິດການ ເປັນຢູ່ຂອງເຂົາ ເຈົ້ານັ້ນ ພວກເຮົາພ້ອມເຈົ້າຂອງ ໂຄງ ການຍັງສະໜອງທຶນໝູນ ວຽນອີກ ດ້ວຍມາຮອດດຽວນີ້ສາ ມາດສ້າງ ກອງທຶນໝູນວຽນໄດ້ 75 ລ້ານກີບ ເຊິ່ງທຶນໝູນວຽນດັ່ງ ກ່າວນີ້ປະກອບ ສ່ວນເຂົ້າການ ຝຶກອົບຮົມການລ້ຽງໝູ, ລ້ຽງໄກ່ ງວງ, ລ້ຽງກົບ, ລ້ຽງປາ, ປູກ ຫຍ້າລ້ຽງປາ. ການລ້ຽງ ສັດ ຂອງ ປະຊາຊົນແມ່ນມີສັນຍາສະ ໜອງໃຫ້ ໂຄງການທັງໝົດ ແລະ ເຫັນວ່າການສະໜອງຍັງບໍ່ສາ ມາດຕອບສະໜອງ ໄດ້ຢ່າງ ພຽງພໍ.
           ພ້ອມດຽວກັນນັ້ນ ປະຊາ ຊົນທັງ ໝົດໃນເມືອງສາມາດ ໄປເຮັດວຽກຢູ່ ໂຄງການດັ່ງກ່າວ ສະເພາະແຂວງ ໄຊຍະບູລີ ສາ ມາດສະໜອງແຮງງານ ໃຫ້ໂຄງ ການໄດ້ພຽງແຕ່ 1.000 ກວ່າ ຄົນເທົ່ານັ້ນຖ້າສົມທຽບກັບ ຄວາມຕ້ອງ ການຕົວຈິງແມ່ນບໍ່ ພຽງພໍ.  ທ່ານ ຄຳຕັນ ສີສົມວົງ ອາຍຸ 67 ປີ ຊົນເຜົ່າຂະມຸ, ຢູ່ບ້ານ ນາຕໍໃຫຍ່ໄດ້ເປີດ ໃຈກັບນັກຂ່າວ ຈາກສຳນັກຂ່າວສານ ປະເທດ ລາວວ່າ: ເລື້ອຍໆໃນລະດູຝົນ ເຂົາເຈົ້າໄດ້ພົບບັນຫາ ຫລາຍປະ ການ ທີ່ສ້າງຄວາມຍຸ້ງຍາກສັບ ສົນ ໃນການ ໃຊ້ຊີ ວິດໂດຍສະເພາະ ແມ່ນເວລາເຈັບ ເປັນໃນ ຄອບຄົວຂອງຕົນໄດ້ ໃຊ້ເວລາ ຫລາຍຊົ່ວໂມງເພື່ອນຳສົ່ງສະມາ ຊິກ ໃນຄອບຄົວ ໄປເຖິງໝໍເມືອງ; ຍິ່ງ ກວ່ານັ້ນມີນັກຮຽນ-ນັກສຶກ ສາຫລາຍ ຮ້ອຍຄົນໄດ້ພົບບັນ ຫາການອອກ ໂຮງຮຽນກາງປີຍ້ອນທຽວ ໄປໂຮງຮຽນລຳບາກ ແລະ ຍັງມີຄວາມສ່ຽງ ຫລາຍໃນ ລະດູ ຝົນ ພ້ອມດຽວກັນນັ້ນ ເຂົາ ເຈົ້າ ບໍ່ສາມາດເຂົ້າເຖິງໄຟຟ້າ ແລະ ນ້ຳປະປາທີ່ສະອາດໄດ້ ຊຶ່ງ ສ່ວນໃຫຍ່ ໄດ້ອາໃສໄມ້ ຫລື ຟືນ ເພື່ອເປັນດັງໄຟ ຫລື ເຊື້ອໄຟໃນ ການປຸງແຕ່ງອາຫານ ຫລື ໃຊ້ ຕົ້ມນ້ຳດື່ມນ້ຳກິນກາຍເປັນອຸປະ ສັກ ອັນໃຫຍ່ຫລວງ ຕໍ່ວິຖີຊີວີດຂັ້ນພື້ນ ຖານທີ່ຄົນເຮົາຄວນຈະມີຄືກັບຄົນ ອື່ນໆສັງຄົມ. 

No comments:

Post a Comment