Ad

Ad

8 August 2016

ນາຍົກລັດຖະມົນຕີກຳປູເຈຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

          ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະ ຫວ່າງ ລາວ-ກຳປູເຈຍ ເນື່ອງໃນໂອກາດທີ່ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13, ໃນລະຫວ່າງວັນທີ 6-7 ສິງຫາ 2016, ທີ່ ນະຄອນຫຼວງວຽງຈັນ.
          ໃນວັນທີ 6 ສິງຫາ 2016, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ມີການພົບປະສອງຝ່າຍ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສົມ ເດັດ ເຕໂຈ ຮຸນ ເເຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ. ໃນໂອກາດດັ່ງກ່າວສອງຝ່າຍໄດ້
ຕີລາຄາການພົວພັນ ຮ່ວມມືແມ່ນມີບາດກ້າວຂະຫຍາຍຕົວແລະແຕກດອກອອກຜົນຢ່າງຕໍ່ເນື່ອງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ, ການແລກປ່ຽນການສ້າງຕັ້ງສະຖານກົງສຸນໃຫຍ່ ເຊິ່ງກັນ ແລະ ກັນ;ສອງຝ່າຍໄດ້ຕົກລົງເປັນເອກກະພາບໃຊ້ປຶ້ມຜ່ານແດນເພື່ອເດີນທາງໄປປະເທດກັນ ແລະ ກັນ ຢູ່ຕາມບໍລິເວນຊາຍແດນຂອງສອງປະເທດ, ສືບຕໍ່ກະກຽມຂັ້ນຕອນຕ່າງໆໃນການເປີດດ່ານສາກົນ ໜອງນົກຂຽນ-ຕຣາປຽກກຣຽນ ໃນທ້າຍປີນີ້; ສອງຝ່າຍເຫັນດີສືບຕໍ່ຊຸກຍູ້ການປັກຫຼັກໝາຍຊາຍແດນລະຫວ່າງປະເທດ ຢູ່ບໍລິເວນ 4 ຈຸດ ທີ່ຍັງບໍ່ທັນປະຕິບັດສຳເລັດ; ບັນຫາການໂອນນັກໂທດ ລະຫວ່າງ ສອງປະເທດ ສອງຝ່າຍຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງດຳເນີນວຽກງານ ກ່ຽວກັບການໂອນນັກໂທດ ໃຫ້ສຳເລັດໂດຍໄວ ເພື່ອປະຕິບັດນະໂຍບາຍທາງດ້ານມະນຸດສະທຳຮ່ວມກັນ; ວຽກງານການສ້າງທາງເຊື່ອມຈອດ ລະຫວ່າງສອງປະເທດ ໂດຍການກໍ່ສ້າງເສັ້ນທາງ ແລະ ຂົວເຊລຳເພົາ-ຕຸນເລຣໍເປີ ທີ່ມີຄວາມຍາວ 145 ເເມັດ ແລະ ເສັ້ນທາງເຊື່ອມຕໍ່ແຕ່ ເມືອງມູນລະປະໂມກ ຫາ ຂົວເຊລຳເພົາ ເຊິ່ງມີຄວາມຍາວ 72 ກິໂລເເມັດ ເພື່ອສ້າງເງືອນໄຂສະດວກທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ໃຫ້ນັ້ບມື້ນັບເຕີບໃຫຍ່ຂະຫຍາຍຕົວຫຍິ່ງໆຂຶ້ນ. ນອກຈາກນັ້ນ, ສອງຝ່າຍເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການປະກອບສ່ວນສຳຄັນໃນການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນ ຕີອື່ນໆ ທີ່ກ່ຽວຂ້ອງ ຢູ່ ນະຄອນຫຼວງວຽງຈັນ, ສປປ ລາວ ຈົນໄດ້ຮັບຜົນສຳເລັດອັນຈົບງາມ ແລະ ຕີລາຄາສູງຕໍ່ຄວາມໝັ້ນໝາຍ ລັດຖະບານກຳປູເຈຍທີ່ຈະສືບຕໍ່ປະກອບສ່ວນໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ເພື່ອຮັບປະກັນຜົນສຳເລັດຂອງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມອື່ນໆ ທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະເປັນເຈົ້າພາບຈັດຂຶ້ນ ທີ່ ນະຄອນຫຼວງວຽງຈັນ ໃນຕົ້ນເດືອນກັນຍາ ທີ່ຈະມາເຖິງນີ້.

          ໃນວັນດຽວກັນ, ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເເຊນ ໄດ້ເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13 ແລະ ຂຶ້ນຮັບລາງວັນຄວາມສຳເລັດແຫ່ງອາ ຊຽນ ແລະ ເຂົ້າຢ້ຽມຂ່ຳນັບພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານປະທາປະທດ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ພະບໍນຣົມມະນຽດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສະແດງຄວາມປິຕິຍິນດີທີ່ ສົມເດັດ ຮຸນ ເເຊນ ເດີນທາງມາເຂົ້າຮ່ວມກອງປະຊຸມ ເວທີຄວາມສາມາດການເປັນຜູ້ນຳອາຊຽນ ຄັ້ງທີ 13; ທ່ານປະທານປະເທດລາວ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານກຳປູເຈຍ ທີ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການເປັນປະທານອາຊຽນຂອງ ສປປ ລາວ ໂດຍສະເພາະ ການຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 49 ແລະ ກອງປະຊຸມລັະດັບລັດຖະມົນຕີອື່ນໆ ທີ່ກ່ຽວຂ້ອງ, ຊຶ່ງມີຜົນສຳເລັດຢ່າງຈົບງາມ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ກຳປູ ເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ສົ່ງເສີມການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຫຼັງຈາກນັ້ນ, ສົມເດັດ ຮຸນ ເເຊນ ກໍ່ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ພະບາດສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາໂມນີ ເຖິງ ທ່ານ ບຸນຍັງ ວໍລະຈິດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ທີ່ໄດ້ໃຫ້ກຽດຕ້ອນຮັບໃນຄັ້ງນີ້.

No comments:

Post a Comment