Ad

Ad

8 August 2016

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດ

          ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ (AEM) ຄັ້ງທີ 48 ແລະ ກອງປະຊຸມທີ່ກ່ຽວ ຂ້ອງອື່ນໆ, ໄດ້ດຳເນີນມາເປັນເວລາ 6 ວັນ, ແຕ່ວັນທີ 1-6 ສິງຫາຜ່ານມານີ້, ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານລັດຖະມົນຕີເສດຖະກິດອາຊຽນ, ມີລັດຖະມົນຕີເສດຖະກິດອາຊຽນ 10 ປະ ເທດ ແລະ ລັດຖະມົນຕີເສດຖະກິດຂອງບັນດາປະເທດຄູ່ຮ່ວມເຈລະຈາເຂົ້າຮ່ວມເປັນຈຳນວນຫລາຍ.
          ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຫລາຍເອກກະສານທີ່ສຳຄັນຂອງອາຊຽນເປັນຕົ້ນ ຮັບຮອງເອົາແຜນວຽກຂອງບັນດາຂະແໜງການຕ່າງໆພາຍໃຕ້ເສົາຄ້ຳເສດຖະກິດ ເພື່ອຈັດຕັ້ງປະຕິບັດແຜນງານ
ປະຊາຄົມເສດຖະກິດອາຊຽນ 2025 (Strategic Action Plans to Implement AEC Blueprint 2025); ຮັບຮອງເອົາຂອບວຽກການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນງານປະຊາຄົມເສດຖະກິດອາຊຽນ 2025 (ASEAN Economic Community Blueprint 2025 Monitoring And Evaluation Framework). ພິເສດ ໃນກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາ 8 ແຜນງານບູລິມະສິດໃນປີ 2016, ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ, ເຊິ່ງແຜນງານດັ່ງກ່າວ ຈະປະກອບສ່ວນສຳຄັນໃນການຊຸກຍູ້ການເຊື່ອມໂຍງອາຊຽນພາຍໃຕ້ແຜນງານປະຊາຄົມເສດຖະກິດອາຊຽນເຖິງປີ 2025 ໃຫ້ປະກົດຜົນເປັນຈິງ. ແຜນງານທີ 1 ແມ່ນຂອບວຽກໃນການສ້າງສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂອງອາຊຽນ; ແຜນງານທີ 2 ແມ່ນ ຂອບວຽກວ່າດ້ວຍການສ້າງລະບຽບການດ້ານຄວາມປອດໄພຂອງອາຫານພາຍໃນອາຊຽນ ທີ່ຈະຖືກຮັບຮອງໂດຍບັນດາລັດຖະມົນຕີສາທາ ລະນະສຸກ ແລະ ກະສິກຳ ແລະ ປ່າໄມ້ຂອງອາຊຽນ; ແຜນງານທີ 3 ແມ່ນສ້າງຂອບວຽກໃນການສ້າງຕັ້ງອົງການຈັດຕັ້ງຂອງອາຊຽ ເພື່ອຮັບຜິດຊອບວຽກງານອຳນວຍຄວາມສະດວກໃຫ້ແກ່ບໍລິສັດຂະໜາດຈຸລະພາກ, ຂະໜາດນ້ອຍ ແລະ ກາງ; ບົດລາຍງານ ແລະ ແຜນວຽກກ່ຽວກັບຂັ້ນຕອນການສ້າງຕັ້ງວິສາຫະກິດຢູ່ປະເທດອາຊຽນ, ຊຶ່ງຈະເປັນການພັດທະນາຂະບວນການອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງວິສາຫະກິດພາຍໃນບັນດາປະເທດອາຊຽນ ແລະ ແຜນງານທີ 4 ແມ່ນສ້າງບົດແນະນຳໃຫ້ການພັດທະນາ ແລະ ຮ່ວມມືພາຍໃນອາຊຽນໃນການສ້າງເຂດເສດຖະກິດພິເສດ, ຊຶ່ງຈະບໍ່ເປັນເອກກະສານທີ່ເປັນພັນທະຜູກພັນໃຫ້ແກ່ປະເທດສະມາຊິກແຕ່ເປັນເອກະສານແລກປ່ຽນບົດຮຽນນຳກັນພາຍໃນອາຊຽນໃນການພັດທະນາ ແລະ ສ້າງເຂດເສດຖະກິດພິເສດ ເພື່ອໃຫ້ມີການຮ່ວມມື ແລະ ສົ່ງເສີມເຊິ່ງກັນ ແລະ ກັນໃນອະນາຄົດ; ແຜນງານທີ 5 ແມ່ນລັດຖະມົນຕີໄດ້ປະກາດເລີ່ມຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນກ່ຽວກັບອັດຕາພາສີຂອງອາຊຽນເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຂົ້າເຖິງແຫລ່ງຂໍ້ມູນທີ່ຈຳເປັນໃນການສົ່ງອອກ ແລະ ນຳເຂົ້າສິນຄ້າພາຍໃນອາຊຽນ ລວມທັງອັດຕາພາສີຂອງບັນດາປະເທດຄູ່ຮ່ວມການຄ້າຂອງອາຊຽນ; ແຜນງານທີ 6 ລັດຖະມົນຕີໄດ້ສະແດງຄວາມຍິນດີທີ່ຖະແຫລງການປາກເຊ ວ່າດ້ວຍແຜນຍຸດທະສາດ ການພັດທະນາກຸ່ມສະໜອງການບໍລິການທ່ອງທ່ຽວທຳມະຊາດ ແລະ ເສັ້ນທາງເຊື່ອມໂຍງທາງດ້ານເສດຖະກິດໂດຍລັດຖະມົນຕີທ່ອງທ່ຽວຂອງອາຊຽນ ເຊິ່ງຈະເປັນການສະແດງເຈດຈຳນົງທີ່ຈະສ້າງໂອກາດທາງດ້ານເສດຖະກິດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫ່າງໄກສອກຫລີກ ແລະ ປະກອບ ສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດ, ແຜນງານທີ 7 ລັດຖະມົນຕີໄດ້ສະ ແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງວຽກງານການກະກຽມງານມອບລາງວັນໃຫ້ແກ່ບໍລິສັດທ່ອງທ່ຽວທີ່ຍືນຍົງພາຍໃນອາຊຽນ ແລະ ແຜນງານທີ 8 ແມ່ນແຜນການພັດທະນາຂອງບັນດາປະເທດອາຊຽນໃໝ່ (ກຳປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ).

          ນອກນີ້ ຍັງໄດ້ສຳເລັດການປຶກສາຫາລືກັບບັນດາປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ໂດຍສະເພາະໄດ້ທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືດ້ານເສດຖະກິດຮ່ວມກັນ ເພື່ອສືບຕໍ່ສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງອາຊຽນກັບປະເທດຄູ່ຮ່ວມເຈລະຈາ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດສັນຍາເຂດການຄ້າເສລີລະຫວ່າງອາຊຽນກັບຄູ່ຮ່ວມເຈລະຈາໄດ້ຮັບຜົນດີ. ກອງປະຊຸມລັດ ຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ນີ້, ກໍຍັງໄດ້ມີການພົບປະເຈລະຈາລະຫວ່າງບັນດາລັດຖະມົນ ຕີກັບສະພາບທຸລະກິດຂອງຫລາຍປະເທດເຊັ່ນ: ສະພາທີ່ປຶກສາທຸລະກິດອາຊຽນ, ສະພາທຸລະກິດອາຊຽນ-ເກົາຫລີ, ການາດາ, ອາເມລິກາ ແລະ ອື່ນໆ, ຊຶ່ງກອງປະຊຸມໄດ້ສະແດງຄວາມຍິນດີຮັບ ຮອງເອົາຂໍ້ສະເໜີຕ່າງໆທີ່ເປັນປະໂຫຍດຂອງພາກທຸລະກິດ ໃນການປະກອບສ່ວນສະໜັບສະໜູນເຮັດໃຫ້ການຈັດຕັ້ງປະຕິບັດ 2025 ໄດ້ຖືກຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ.

No comments:

Post a Comment