Ad

Ad

8 August 2016

ປະທານປະເທດແຫ່ງ ສປປ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມ ສສ ມຽນມາຢ່າງເປັນທາງການ


        ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານຕິນ ຈໍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ, ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ສາທາ ລະນະລັດ ສະຫະພາບມຽນມາ ໃນວັນທີ 5 ສິງຫານີ້, ໂດຍພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນທີ່ທຳນຽບປະທານາທິບໍດີ ແຫ່ງ ສສ ມຽນມາ ຢ່າງສົມກຽດ ແລະ ໃນເວລາຕໍ່ມາໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ ຕິນ  ຈໍ, ປະທານາທິບໍດີແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ, ຊຶ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດໃນໄລຍະຜ່ານມາ, ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ນອກນີ້ຍັງຕົກລົງເຫັນດີຜັນຂະຫຍາຍຜົນການຕົກລົງ ຂອງຄະນະກຳມາທິການຮ່ວມມື ລາວ-ມຽນມາ ຄັ້ງທີ 11 ແລະ ຜົນການຕົກລົງຂອງສອງປະມຸກລັດ ໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງທ່ານປະທານາທິບໍດີມຽນມາ ໃນເດືອນພຶດສະພາທີ່ຜ່ານມາໃຫ້ເປັນຮູບປະທໍາ ແລະຊອກຊ່ອງທາງຮ່ວມກັນໃນການສົ່ງເສີມການຄ້າ, ການລົງທຶນ, ການສຶກສາການທ່ອງທ່ຽວ ແລະ ຟື້ນຟູຄືນການເປີດສາຍການບິນໂດຍກົງ ລະຫວ່າງ ວຽງຈັນ-ຢາງກຸ້ງ ຫລື ຫລວງພະບາງ-ບາການ ກໍຄືການພົວພັນຮ່ວມມື ລະຫວ່າງ ສອງປະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃຫ້ນັບມື້ນັບກວ້າງ ຂວາງ ແລະ ເກີດດອກອອກຜົນຍິ່ງໆຂຶ້ນບົນພື້ນຖານສອງຝ່າຍຕ່າງມີຜົນປະໂຫຍດ. ພາຍຫລັງການພົບປະສອງຝ່າຍແລ້ວ ການນໍາທັງສອງກໍໄດ້ເປັນສັກຂີພິຍານພິທີລົງນາມສັນຍາ ການຄຸ້ມຄອງຂົວມິດຕະພາບ ລາວ-ມຽນມາ ເຊິ່ງຈະໄດ້ນຳໃຊ້ໃນເວລາອັນໃກ້ໆນີ້ ຕາງໜ້າລັດຖະບານ ລາວ ລົງນາມໂດຍທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາງໜ້າລັດຖະບານມຽນມາ ລົງນາມ ໂດຍທ່ານນາງ ອອງຊານ ຊູຈີ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສສ ມຽນມາ. ຈາກນັ້ນ, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ພົບປະກັບທ່ານ ມານ ວິນ ຄາຍ ຕານ, ປະທານລັດຖະສະພາ ແລະ ສະພາສູງ ແຫ່ງ ສສ ມຽນມາ ທີ່ ລັດຖະສະພາແຫ່ງຊາດ, ເຊິ່ງທ່ານ ມານ ວິນ ຄາຍ ຕານ ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມ ຢາມທາງລັດຖະກິດ ຢູ່ ສສ ມຽນມາ ຂອງທ່ານ ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ, ເຊິ່ງເປັນການປະກອບສ່ວນສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ຍາວນານ ແລະ ການຮ່ວມມືລະຫວ່າງ ລາວ-ມຽນມາ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມ ຍິ່ງໆຂຶ້ນ.
          ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານປະທານລັດຖະສະພາທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ມຽນມາ ຈະນັບມື້ນັບຂະຫຍາຍຕົວບໍ່ຢຸດຢັ້ງ.

ໃນວັນດຽວກັນ, ທ່ານ ຕິນ ຈໍ, ປະທານປະເທດ ແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ໄດ້ເປັນກຽດ ເປັນເຈົ້າພາບຈັດງານລ້ຽງອາຫານທ່ຽງຢູ່ທໍານຽບປະທານປະເທດ ເພື່ອຕ້ອນຮັບທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ. ນອກຈາກນັ້ນ, ທ່ານປະທານປະເທດພ້ອມດ້ວຍຄະນະ ກໍໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວສໍາຄັນທາງວັດທະນະ ທຳ ຄື: ວັດອຸປາສັນຕິ ເຊິ່ງເປັນວັດສັກສິດແຫ່ງໜຶ່ງຂອງຊາວມຽນມາ ແລະ ສະຖານທີ່ລ້ຽງຊ້າງເຜຶອກ  ຂອງ ສສ ມຽນມາ ກ່ອນເດີນທາງກັບຄືນປະເທດໃນຕອນແລງວັນດຽວກັນ ດ້ວຍຄວາມສະວັດດີພາບ.

No comments:

Post a Comment