Ad

Ad

26 March 2013

ເລີ່່ມລົງມືສ້າງກັນຕະຝັ່ງເຈື່ອນ ປະຕູອ່າງນ້ຳແຈ້ງ ເມືອງວຽງຄຳ



           ລະບົບປ້ອງກັນຕະຝັ່ງ ເຈື່ອນ ປະຕູອ່າງນ້ຳແຈ້ງ ທີ່ເມືອງ ວຽງຄຳ ແຂວງວຽງຈັນ ໄດ້ລົງມື ກໍ່ໍ່ສ້າງເປັນ ທີ່ຮຽບ ຮ້ອຍ ແລ້ວ ພາຍຫລັງໄດ້ມີການ ລົງນາມລະ ຫວ່າງ ທ່ານ ສົມພັນ ປັນຍາ ທິ ລາດ ປະທານບໍລິສັດ ພິນທອງກໍໍ່ ສ້າງ ຂົວ- ທາງເຄຫາ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໃນນາມ ຜູ້ຮັບເໝົ່າກັບ ທ່ານ ເສດໄຊ ວິໄລ ໄຟ ຫົວໜ້າພະແນກກະສິກຳ- ປ່າໄມ້ແຂວງ ໃນນາມເຈົ້າຂອງໂຄງການເມື່ອວັນທີ 20 ມີນາ ທີ່ຜ່ານມາ.
          ທ່ານ ສົມພັນ ປັນຍາທິລາດ ກ່າວ ວ່າ: ໂຄງການກໍ່ສ້າງປ້ອງ ກັນຕະຝັງ ເຈື່ອນປະຕູນ້ຳແຈ້ງ ແຫ້ງນີ້ ເປັນໂຄງການໜຶ່ງ ທີ່ຕິດ ພັນກັບບັນດາໂຄງ ການຕ່າງໆໃນການກໍສ້າງເທສະບານ ແຂວງວຽງຈັນ ທີ່ພວມພັດທະນາໃນ ຂະນະນີ້, ປະຕູນ້ຳແຈ້ງ ທີ່ເຮັດໜ້າທີ່ກັກເກັບນ້ຳໄວ້ເພື່ອຮັບໃຊ້ການຜະລິດລະດູແລ້ງຂອງປະຊາຊົນມາ ເປັນເວລາດົນນານພໍສົມຄວນແລ້ວ, ແຕ່ ໃນ ສົກ 2010- 11 ໄດ້ມີພະຍຸນົກເຕັນ ແລະ ໄຮ່ມາ ພັດຜ່ານເຮັດໃຫ້ຕະຝັ່ງສອງ ຝາກຖືກເຊາະເຈື່ອນເຮືອນ, ຊານ, ຮົ້ວສວນປະ ຊາຊົນຈຳນວນ ໜຶຶ່ງ ຖືກກະທົບ ແລະ ບວກໃສ່ກັບການ ຍູ້ດັນ ຂອງ ນ້ຳງື່ີມຍິ່ງເຮັດໃຫ້ບໍ ລິເວນດັ່ງ ກ່າວຖືກເປ່ເພຖ້າ ຫາກ ບໍໍ່ໄດ້ຮັບ ການກໍ່ສ້າງໃຫ້ ໄດ້ຖານ ກໍຈະກະທົບເຖິງລະບົບ ປະຕູນ້ຳ ໃນຕໍ່ໜ້າ ເຊິ່ງນັ້ນກໍໝາຍເຖິ່ງ ເນື້ອ
ທີ່ທຳການຜະລິດເທິງ ອ່າງກໍຈະບໍ່ ໄດ້ຜະລິດໄປຕາມໆກັນ, ດັ່ງນັ້ນ ສະພາແຫ່ງຊາດຈຶ່ງຮັບຮອງເອົາ ໂຄງການດັ່ງກ່າວ ແລະ ອຳນາດການປົກຄອງ ແຂວງຈຶ່ງດຳເນີນ ຕາມລະບຽບການແລະຄັດເລືອກ ໄດ້ບໍລິ ສັດຂອງ ຕົນເປັນຜູ້ຮັບ ເຫມົາທັງລົງທຶນ ກ່ອນແລະລັດ ຊຳລະຄືນ ໃນກຳນົດ 10ເລີ່ມແຕ່ ສົກງົບປະມານ2012- 13 ເປັນ ຕົ້ນໄປໂດຍມີໄລຍະກໍ່ສ້າງ ໃຫ້ສຳ ເລັດພາຍໃນສອງປີເລີ່ມແຕ່ມື້ເຊັນ ສັນຍາເປັນຕົ້ນໄປ.
          ລະບົບປ້ອງກັນຕະຝັງປະຕູ ນຳ ແຈ້ງມີຄວາມຍາວທັງຫມົດ 1.400 ແມັດ,ມູນຄ່າການກໍ່ສ້າງ 46 ຕື້ກ່ວາ ກີບ,ລະ ບົບກັນ ເຈຶ່ອນ ແຫ່ງນີ້ຖືກກໍສ້າງຕາມມາດ ຖານ ເຕັກນິກ ຂອງລະບົບກັນເຈື່ອນ ຕາມລຳແມ່ ນ້ຳຂອງມີການນຳ ໃຊ້ກ້ອນຫີນ ຂະຫນາດໃຫຍ່, ແພ ກັນຊຶມ; ນອກນີ້ຍັງມີການສ້ອມ ແປງລະ ບົບໄຟຟ້າປິດ-ເປີດ ປະຕູ ນ້ຳ ມູນຄ່າອີກ911ລ້ານກ່ວາກີບ.
           ທ່ານ ປະທານບໍລິສັດກ່າວ ອີກວ່າ:ຖ້າ ໂຄງການນີ້ສຳເລັດ ແລ້ວຍັງເປັນ ຄອງລະບາຍນ້ຳ ທີ່ສຳຄັນ ອອກຈາກຕົວ ເມືອງໃນກໍລະນີເກີດໄພນ້ຳຖ້ວມ ແລະ ໃນຕໍໍ່ຫນ້າຍັງຈະມີການຈົກຄອງລະບາຍນ້ຳປ່ອງໃສ່ກັບອ່າງນ້ຳແຈ້ງເພື່ອລະບາຍນ້ຳ ອອກຈາກ ທົ່ງພຽງເມືອງໂພນໂຮງອີກດ້ວຍ.
            ທ່ານ ຄອນສະຫວັນ ສີອັກ ຂະສອນ ຫົວຫນ້າຂະແຫນງຊົນ ລະປະ ທານ,ພະແນກກະສິກຳ- ປ່າໄມ້ ແຂວງ ກ່າວວ່າເທິງອ່າງ ນ້ຳແຈ້ງແຫ່ງນີ້ ມີຊົນລະປະທານ ທີ່ສູບນ້ຳລ້ຽງເນື້ອທີ່ທຳການ ຜະ ລິດຂອງປະຊາຊົນທັງຫມົດ 11 ແຫ່ງ ໃນນີ້ມີເມືອງ ໂພນໂຮງ 2ແຫ່ງເນືອທີ່ເນືອທີ່400ເຮັກຕາ ແລະເມືອງວຽງຄຳ9ແຫ່ງ 708 ເຮັກຕາ.

No comments:

Post a Comment