Ad

Ad

26 March 2013

ລາວຍັງຕ້ອງນຳເຂົ້າຊີ້ນ-ປາ ແລະ ອາຫານຕ່າງໆເປັນຈຳນວນຫລາຍ



       ກົມ​ລ້ຽງສັດ ​ແລະ ການ​ປະມົງ ​ໃຫ້​ຮູ້​ວ່າ: ປັດຈຸບັນ ​ເຖິງ​ວ່າການ​ຜະລິດ​ອາຫານ​ເຊັ່ນປະ​ເພດ​ຊີ້ນ-ປາ​ຕ່າງໆ​ໃນ​ລາວ​ເຮົາ​ໄດ້​ມີ​ການ​ຂະຫຍາຍຕົວ​ຫລາຍ​ສົມຄວນ, ​ແຕ່​ສ່ວນ​ໜຶ່ງ​ກໍ​ຍັງ​ຜະລິດ​ພຽງ​ກຸ້ມ​ກິນ​ພໍ​ໃຜ​ພໍ​ລາວ​ເທົ່າ​ນັ້ນ, ສ່ວນ​ກຸ່ມ​ຜະລິດ​ເປັນ​ສິນຄ້າ​ແມ່ນ​ຍັງ​ມີ​ໜ້ອຍ ຖ້າ​ມີ​ກໍ​ແມ່ນ​ມີ​ຢູ່​ບາ​ງຕົວ​ເມືອງ​ໃຫຍ່​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ການ​ສະ ໜອງ​ປະ​ເພດ​ອາຫານ​ດັ່ງກ່າວ​ບໍ່​ທັນ​ພຽງພໍ​ກັບ​ຄວາມ​ຕ້ອງ ການ​ຂອງ​ສັງຄົມ​ໄດ້. ດັ່ງນັ້ນ ຈຳ​ເປັນ​ຕ້ອງ​ໄດ້​ນຳ​ເຂົ້າຈາກ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫລາຍ​ສົມຄວນ. ສະ​ເພາະ​ເດືອນ​ກຸມພາຜ່ານ​ມາ ການ​ນຳ​ເຂົ້າຊີ້ນ-ປາ​ຈາກ ສສ ຫວຽດນາມ, ​ໄທ ​ແລະ ສປ ຈີນ ມີ​ປະມານ 24 ​ໂຕນ​ກວ່າ, ສ່ວນ​ຫລາຍ​ແມ່ນ​ຊີ້ນໝູ, ຊີ້ນງົວ, ​ໄກ່​ປອກ ​ແລະ ອາຫານ​ທະ​ເລ​ກໍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ເຖິງ 7 ​ໂຕນ. ນອກ​ນັ້ນ ກໍ​ຍັງ​ໄດ້​ນຳ​ເຂົ້າ​ແນວ​ພັນ​ສັດ​ປະ​ເພດ​ຕ່າງໆ​ຈຳນວນ​ຫລາຍ​ກວ່າ 25.600 ​ໂຕ, ​ໃນ​ນັ້ນ ມີ​ພໍ່​ແມ່​ໝູ​ພັນ, ​ໄກ່​ໄຂ່ ​ແລະ ປະ​ເພດ​ສັດ​ປີກ​ອື່ນໆ ​ແລະ ຄຽງ​ຄູ່​ກັນນີ້ ລາວ​ເຮົາ​ຍັງ​ໄດ້​ນຳ​ເຂົ້າຫົວ ອາ ຫານ​ສັດ​ເປັນ​ຈຳນວນ​ຫລວງ ຫລາຍ​ເຊັ່ນ​ດຽວ​ກັນ ​ໂດຍ​ສະ​ເພາະ​ເດືອນ​ໜຶ່ງ​ຈະ​ມີ​ປະມານ 8-10 ​ໂຕນ.
      ສ່ວນ​ການ​ຜະລິດ ​ແລະ ການ​ຕອບ​ສະໜອງ​ຊີ້ນ-ປາ​ຢູ່​ພາຍ​ໃນ​ປະ​ເທດ ສະ​ເພາະ​ເດືອນ​ກຸມ ພາ​ຜ່ານ​ມາ ບັນລຸ​ໄດ້​ ຄື​ງົວ- ຄວາຍ​ ມີ​ປະມານ 47.600 ກວ່າ​ໂຕ, ໝູ ​ແລະ ​ແບ້ 27.000 ກວ່າ​ໂຕ, ສັດ​ປີກ​ປະມານ 297.000 ກວ່າ​ໂຕ, ປາ​ຫລາຍ​ກວ່າ 540 ​ໂຕນ, ​ໄຂ່​ໄກ່​ຫລາຍ​ກວ່າ 1 ລ້ານ​ໜ່ວຍ.

        ຜູ້​ຮັບຜິດຊອບ​ວຽກ​ງານ​ດັ່ງ ກ່າວ​ຍັງ​ໃຫ້​ທັດສະນະ​ວ່າ: ປັດ ຈຸບັນ ລາວ​ເຮົາ​ຈະ​ຕ້ອງ​ໄດ້​ເພີ່ມ​ຄວາມ​ພະຍາຍາມ​ສູງ​ໃນ​ການ​ຜະລິດ​ສະບຽງ​ອາຫານ ​ໂດຍ​ສະ​ເພາະ​ປະ​ເພດ​ອາຫານ ຕ້ອງ​ກະ ຕຸກ​ຊຸກຍູ້​ໃຫ້​ສັງຄົມ​ຜະລິດ​ເປັນ​ສິນຄ້າ​ຫລາຍ​ຂຶ້ນ​ໂດຍ​ການ ວາງ​ນະ​ໂຍບາຍ​ຕ່າງໆ​ທີ່​ເປັນ​ການ​ສົ່ງ​ເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຢ່າງ​ແທ້​ຈິງ​ເຊັ່ນ: ນະ​ໂຍບາຍ​ພາສີ, ການ​ຕອບ​ສະໜອງ​ແນວ​ພັນ ​ແລະ ການ​ສົ່ງ​ເສີມ​ການ​ຕະຫລາດ​ໃຫ້​ມີ​ປະສິດທິ​ຜົນ​ສູງ​ຂຶ້ນ.

No comments:

Post a Comment