Ad

Ad

26 March 2013

ຈະລາຈອນ ນະຄອນຫຼວງເລັ່ງແກ້ໄຂສະພາບການສັນຈອນແອອັດ



      ພະແນກຈະລາຈອນ ນະຄອນ ຫຼວງວຽງຈັນ ຈະເລັ່ງ ແກ້ໄຂສະ ພາບການສັນຈອນ ແອອັດ ຕາມທ້ອງຖະໜົນ ໃຫ້ ສະດວກ ແລະ ເປັນລະບຽບ ຮຽບຮ້ອຍ ໂດຍສະ ເພາະໃນ ໂມງ ລັດຖະດການເລັ່ງ ດ່ວນບໍ່ ໃຫ້ຕິດຂັດ.
        ທ່ານ ພັນຕີ ບຸນມາກ ສູນ ດາ ໄລ ຮອງຫົວໜ້າພະແນກ ຈະລາ ຈອນ ນະຄອນຫຼວງ ວຽງຈັນ ໃຫ້ ຮູ້ວ່າ: ປັດຈຸບັນສະ ພາບການສັນ ຈອນ ຢູ່ ນະຄອນຫຼວງວຽງຈັນ ມີຄວາມແອອັດ ສົມຄວນ,ໂດຍສະ ເພາະໃນ ຊົ່ວໂມງລັດຖະການ ເພາະສະ ພາບເສັ້ນທາງບາງສາຍ ຖືກນຳໃຊ້ເປັນບ່ອນ ຂາຍເຄື່ອງ, ເປັນບ່ອນ ຈອດລົດກີດຂວາງ ການ ສັນຈອນ, ຊຶ່ງເຫັນວ່າຈະ ຕ້ອງ ໄດ້ເອົາໃຈໃສ່ແກ້ໄຂ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງ ພາກສ່ວນກ່ຽວຂ້ອງເພື່ອອຳ ນວຍ ຄວາມສະດວກ ແລະ ລະ ບາຍການສັນຈອນຕາມທ້ອງຖະ ໜົນ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍແກ້ໄຂສະພາບລົດຕິດ ຂັດ ພ້ອມທັງໂຄສະນາໃຫ້ຜູ້ ຂັບຂີ່ ມີສະຕິໃນການຂັບຂີ່ລົດທີ່ປອດ ໄພ ດ້ວຍການໃສ່ ໝວກກັນກະ ທົບ, ຫ້າມລົມໂທລະສັບໃນເວລາຂັບຂີ່ ແລະ ອື່ນໆ ເພື່ອສະກັດກັ້ນອຸປະຕິເຫດ.

     ທ່ານ ພັນຕີ ບຸນມາກ ກ່າວວ່າ: ສະພາບເຄື່ອນໄຫວຂອງຜູ້ຂັບຂີ່ ຍານພາຫະນະ ຢູ່ນະຄອນຫຼວງວຽງຈັນ ສ່ວນຫຼາຍຂັບຂີ່ ຕາມໃຈ ຕົນເອງໂດຍບໍ່ຄຳນຶງເຖີງໄພອັນ ຕະລາຍທີ່ຈະເກີດຂື້ນ, ອັນທີ່ຮ້າຍ ແຮງກ່ວາໝູ່ແມ່ນຜູ້ຂັບຂີ່ລົດຈັກ ປະມານ 80% ເປັນໄວໜຸ່ມມັກຂີ່ ລົດໄວເກີນກຳນົດ, ຂີ່ລົດໃນເວ ລາມືນເມົາ ແລະ ອື່ນໆ ຊຶ່ງພາໃຫ້ ເກີດອຸປະຕິເຫດ, ນອກ ນີ້ ກໍຍັງມີ ໄວ ລຸ້ນຈຳນວນໜຶ່ງຂີ່ລົດເປັນພຶງ ແພ, ຊ່ວງຊີງກັນ ແລະ ບາງກຸ່ມ ຄົນ ຍັງຖືເອົາຫົນທາງເປັນບ່ອນ ຈອດລົດ ຊະຊາຍ ເປັນການ ກີດຂວາງການສັນຈອນ ຊຶ່ງບັນຫາ ດັ່ງກ່າວ ເຈົ້າໜ້າທີ່ພວກເຮົາຈະ ໄດ້ເພີ່ມາດຕະການ ເຂັ້ມງວດ ໂດຍສະເພາະການໂຄສະນາ ແນະນຳຜູ້ຂັບລົດຕາມທ້ອງຖະ ໜົນໃຫ້ນັບຖືລະບຽບ, ຈັດຕັ້ງກຳ ລັງໜ່ວຍສະເພາະໃຫ້ລົງປະຈຳ ຕາມ ເສັ້ນທາງ ແລະ ຖະ ໜົນຕ່າງໆ ເພື່ອລະບາຍການສັນຈອນ ແລະ ອຳນວຍຄວາມສະດວກ, ພ້ອມດຽວ ກັນກໍເລັ່ງປັບປຸງແກ້ໄຂບັນອຸປະຕິເຫດ ໃຫ້ທ່ວງທັນ ແລະ ຮັບປະກັນຖືກ ຕ້ອງຍຸຕິທຳ ແລະ ຈະເລັ່ງອອກກວດກາ ແລະ ຫ້າມນຳໃຊ້ທາງຍ່າງເຂົ້າໃນການປະກອບ ການທັງວາງປ້າຍ ຕ່າງໆເປັນການກີດຂວາງການ ສັນຈອນ ຊຶ່ງຜ່ານມາຢູ່ຫຼາຍເສັ້ນ ທາງມີການລະເມີດ ແລະ ບໍ່ທັນໄດ້ຮັບການ ແກ້ໄຂຢ່າງຈີງຈັງ.

No comments:

Post a Comment