Ad

Ad

26 March 2013

ຄະນະຜູ້ແທນສະມາຄົມນັກຂ່າວລາວ ສຳເລັດການຢ້ຽມຢາມແລກປ່ຽນບົດຮຽນຢູ່ ສປ ຈີນ



    ຄະນະຜູ້ແທນສະມາຄົມນັກ ຂ່າວແຫ່ງ ສປປ ລາວ ນຳໂດຍ ທ່ານ ບົວລະພັນ ພັນພິ ລົມ ຮອງ ປະທານສະມາຄົມດັ່ງກ່າວ, ທັງ ເປັນອຳນວຍການໃຫຍ່ຫນັງສື ພິມປະຊາຊົນ, ໄດ້ສຳເລັດການ ຢ້ຽມຢາມແລກປ່ຽນບົດຮຽນຢູ່ ສປ ຈີນ ເປັນເວລາ 7 ວັນ ຄື ແຕ່ ວັນທີ 17-23 ມີນານີ້ ຕາມການ ພົວພັນຮ່ວມມືສອງຝ່າຍ.
    ໃນໂອກາດຢ້ຽມຢາມດັ່ງ ກ່າວ, ຄະນະໄດ້ຮັບການຕອບຮັບຢ່າງອົບອຸ່ນ ແລະ ສະ ຫນິດສະຫນົມຈາກທ່ານ ຈູຊິວເຊິງ ຫົວ ຫນ້າກອງເລຂາສະມາຄົມນັກຂ່າວແຫ່ງຊາດຈີນ ເຊິ່ງທ່ານໄດ້ ສະແດງຄວາມຕອນຮັບ ແລະ ຕີລາຄາຕໍ່ການມາຢ້ຽມ ຢາມ ສປ ຈີນ ຂອງ ຄະນະສະມາຄົມນັກຂ່າວລາວຄັ້ງນີ້. ນອກຈາກໄດ້ເປັນໂອກາດໃຫ້ສອງ ຝ່າຍໄດ້ທົບ ທວນເຖິງຫມາກຜົນການພົວ ພັນຮ່ວມມືນຳກັນໃນໄລຍະຜ່ານ ຢ່າງມີປະສິດຕິຜົນຂອງ ສອງຝ່າຍແລ້ວ ຍັງເປັນການເພີ່ມທະວີຮັດແຫນ້ນການພົພັນຮ່ວມ ມືຂອງສື່ມວນຊົນລາວ ແລະ ສປ ຈີນ ເວົ້າລວມ ເວົ້າສະ ເພາະກໍແມ່ນ ມວນຊົນລາວ ແລະ ສປ ຈີນ  ເວົ້າລວມ ເວົ້າສະເພາະ ກໍສອງ ສະມາຄົມນັກຂ່າວສອງປະເທດ ໃຫ້ຫນັກແຫນ້ນ ແລະ ແຕກດອກ ອອກຜົນຫງອກງາມຍິ່ງຂຶ້ນ ແລະ ໃນໂອກາດນີ້ ທ່ານຮອງປະທານ ສະມາຄົມນັກຂ່າວລາວ, ກໍໄດ້ ລາຍງານ ສະພາບການພັດທະນາ  ວຽກງານສື່ມວນຊົນລາວໃນ ປັດຈຸບັນ ແລະ ເຫັນວ່າມີຫລາຍ ອັນພົ້ນເດ່ັນຂຶ້ນ ນັບທັງດ້ານປະລິ ມານ ແລະ ຄຸນນະພາບ ແລະ ສິ່ງ ນັ້ນ ກໍແມ່ນສ່ວນຫນຶ່ງຂອງ ຫມາກຜົນການພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງສອງຝ່າຍ.

     ໃນໄລຍະເຄື່ອນໄຫວຢ້ຽມ ຢາມອັນມີຄວາມຫມາຍສຳຄັນນີ້ ຄະນະສະມາຄົມນັກຂ່າວກໍໄດ້ ເຂົ້າຢ້ຽມສະຖານີວິທະຍຸກະ ຈາຍ ສຽງ CRI  ( ວິທະຍາສາກົນ ແຫ່ງປະເທດຈີນ ) ແລະ ໄດ້ຮັບ ການຕ້ອນຮັບຈາກທ່ານ ວາງ ມິງຮວາ ອຳນວຍການວິທະ ຍຸ ດັ່ງກ່າວ, ໄດ້ຢ້ຽມຢາມສຳນັກ ຫນັງສືພິມລາຍວັນຫວາງຫມິງ, ຢ້ຽມຢາມມະຫາວິທະຍາໄລສື່ ມວນຊົນແຫ່ງຊາດຈີນ, ຢ້ຽມ ຢາມກຸ່ມບໍິລສັດສື່ມວນຊົນນະ ຄອນ ເຊິນ ເຈິນ, ຢ້ຽມກຸ່ມບໍລິ ສັດ ຫນັງສືພິມ ພາກໃຕ້ຈີນ ແລະ ກຸ່ມບໍລິສັດ ສື່ມວນ ຊົນເອເລັກໂຕຣນິກ ພາກໃຕ້ຈີນຢູ່ນະຄອນ ກວາງໂຈ. ເຊິ່ງການຢ້ຽມຢາມ ແຕ່ລະແຫ່ງ ຄະນະຜູ້ແທນນັກ ຂ່າວລາວ, ກໍໄດ້ ແລກປ່ຽນຖອດ ຖອນບົດຮຽນ ແລະ ປະສົບການ ຕ່າງໃນການພັດທະນາ ແລະ ຄຸ້ມ ຄອງສື່ມວນຊົນ ແລະ ເຫັນວ່າ ສິ່ງນີ້ມັນ ເປັນວຽກທີ່ຈະຕ້ອງໄດ້ ເອົາໃຈໃສ່ໂດຍສະເພາະ ແມ່ນ ຍຸກໂລກາພິວັດ, ຍຸກຂໍ້ມູນຂ່າວ ສານ ຖ້າພວກເຮົາບໍ່ມີການພັດ ທະນາ ແລະ ຄຸ້ມຄອງສື່ມວນຊົນ ທີ່ດີແລ້ວ ກໍຈະມີຜົນກະທົບເຮັດ ໃຫ້ກຳລັງສື່, ກຳລັງການໂຄສະ ນາຂອງພວກເຮົາອ່ອນແອ ແລະ ມີການປ່ຽນແປງໄປ. ດັ່ງນັ້ນ, ໃນ ປັດຈຸບັນ ສປ ຈີນ  ຈຶ່ງໄດ້້ເພີ່ມທະ ວີການພັດທະນາສື່ຂອງຕົນໄປສູ່ການຫັນເປັນອຸດສາຫະ ກຳ ແລະ ທັນສະໄຫມຂຶ້ນ.
     ໃນໂອກາດຢ້ຽມຢາມດັ່ງ ກ່າວ ຄະນະນັກຂ່າວລາວຍັງໄດ້ ເຄື່ອນໄຫວຢ້ຽມຢາມສະຖານທີ່ ທ່ຽວທ່ຽວທາງດ້ານປະຫວັດ ສາດ ແລະ ວັດທະນະທຳອັນສຳຄັນຂອງ ສປ ຈີນ ນຳອີກຈຳນວນຫນຶ່ງ.

No comments:

Post a Comment