ໃນວັນທີ
26 ມີນາ 2013 ນີ້, ກະຊວງຖະແຫລງຂ່າວ,
ວັດທະ ນະທຳ ແລະ ທ່ອງທ່ຽວ ຈັດປາ ຖະກະຖາລະນຶກ ວັນສ້າງຕັ້ງພັກ ປະຊາຊົນປະຕິວັດ ລາວ ຄົບຮອບ
58 ປີ (22/3/1955-23/3/2013) , ໃຫ້ກຽດບັນຍາຍໂດຍ
ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະ ການສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີວ່າການ
ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ), ໂດຍມີບັນດາຄະນະພັກກະຊວງ, ຫົວໜ້າກົມ,ຮອງກົມ,ພະນັກງານ
ຫລັກແຫລ່ງ ແລະ ສະມາຊິກພັກ ເຂົ້າຮ່ວມຢ່າງ ພ້ອມພຽງ.
ທ່ານ ສຈ. ດຣ. ບໍ່ແສງຄຳ ວົງດາລາ ໄດ້ຍົກໃຫ້ເຫັນປະຫວັດ
ຄວາມເປັນມາຂອງການກຳເນີດ, ເຕີບໃຫຍ່ຂະຫຍາຍ ໂຕຂອງພັກ ປະຊາຊົນປະຕິວັດ ລາວ ແລະ ຜົນ ສຳເລັດແຫ່ງການຊີ້ນຳ
ນຳພາ ຂອງພັກ ໄລຍະຕໍ່ສູ້ປົດປ່ອຍ ຊາດ, ໄລຍະປົກ ປັກຮັກສາ-ສ້າງສາ ປະ ເທດຊາດ ແລະ ໄລຍະຈັດຕັ້ງປະ
ຕິບັດແນວທາງປ່ຽນແປງໃໝ່ ຂອງພັກ. ທ່ານໄດ້ເນັ້ນໃຫ້ເຫັນ ວ່າ: ພັກປະຊາ ຊົນປະຕິວັດລາວ ກຳເນີດເກີດຂຶ້ນຈາກຄວາມຮຽກ
ຮ້ອງຕົວຈິງ ຂອງຂະບວນການ ຕໍ່ສູ້ ເພື່ອຄວາມເປັນເອກ ກະ ລາດ ແຫ່່ງຊາດ, ນັບແຕ່ມື້ໄດ້ຮັບ
ການ ສ້າງຕັ້ງຂຶ້ນກໍໄດ້ປະເຊີນໜ້າກັບ ຈັດກກະພັດອາເມລິກາ ເຊິ່ງເປັນ ຈັກ ກະພັດໂຕໃໝ່ ແຕ່ພັກເຮົາກໍ
ໄດ້ແບກ ຫາກເອົາພາລະກຳອັນ ໜັກໜ່ວງ ເພື່ອ ຊີ້ນຳນຳພາປວງ ຊົນລາວທັງຊາດຕ້ານການຮຸກ ຮານຂອງຈັກ
ກະພັດ ແລະ ລູກມື ປະຕິການຂາຍຊາດ ຢ່າງດຸເດືອດ ຂ້ຽວຂາດກ້າວໄປເຖິງການປົດ ປ່ອຍ ປະເທດຊາດ
ຢ່າງສົມບູນ ແລະ ພັດທະນາຢ່າງມີໝາກຜົນ, ເພື່ອບັນລຸຄຳ ຂວັນຍຸດທະສາດ ທ່ີວ່າ: “ ປະເທດຊາດ
ມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີ ຜາສຸກ, ສັງ ຄົມມີຄວາມສາມັກຄີ ປອງດອງ, ປະຊາທິ ປະໄຕ
, ຍຸດຕິ ທຳ ແລະ ສີວິໄລ”.
ການປາຖະກະຖາຄັ້ງນີ້, ເພື່ອ ແນໃສ່ເຮັດໃຫ້ສະມາຊິກພັກ-ພະ
ນັກງານ ພາຍໃນກະຊວງ ຖວທ ມີຄວາມຮັບ ຮູ້, ເຂົ້າ ໃຈ ເຊື່ອມຊຶມ ແລະ ກຳແໜ້ນ ຕື່ມມູນເຊື້ອປະ
ຫວັດສາດ,ຜົນສຳເລັດ ແຫ່ງການ ຊີ້ນຳ ນຳພາ ຂອງພັກປະຊາຊົນປະຕິວັດ ລາວ ຕະຫລອດໄລຍະ 58 ປີ ຜ່ານມາ,
ເພື່ອເສີມຂະຫຍາຍ ມູນ ເຊື້ອດັ່ງກ່າວ ເຂົ້າໃນວຽກ ງານຂອງ ຕົນໃຫ້ນັບມື້ນັບດີຂຶ້ນ.
No comments:
Post a Comment