ຄວາມເສຍຫາຍຈາກພະຍຸພັດບ້ານເຮືອນ, ຫ້າງຮ້ານ
ແລະ ອາຄານສໍານັກງານຂອງປະຊາຊົນຢູ່ເທສະບານແຂວງ ສະຫວັນ ນະເຂດຍັງບໍ່ສາມາດປະເມີນຄ່າຄວາມເສຍຫາຍ ໄດ້ຢ່າງລະອຽດ
ຂະນະທີ່ ຫ້ອງການແຮງງານສະຫວັດດີ ການ-ສັງຄົມ ເມືອງໄກ ສອນເປີດເຜີຍວ່າ: ຄວາມເສຍ ຫາຍ ຈາກເຫດການພະຍຸລະດູ
ຮ້ອນພັດເຂົ້າມາຄັ້ງນີ້ອາດສ້າງ ຄວາມເສຍຫາຍເກີນ 500 ກວ່າ ລ້ານກີບ.
ຕາມແຫລ່ງຂ່າວທ້ອງຖິ່ນ ໄດ້ເປີດເຜີຍຄັ້ງຫລ້າສຸດໃນວັນທີ
26 ມີນາ 2013 ນີ້ວ່າ: ເວລາປະ ມານ 15 ໂມງກວ່າໆ ຂອງວັນທີ 22 ມີນາ 2013 ໄດ້ເກີດພາຍຸລະດູ
ຮ້ອນພ້ອມມີຝົນຕົກໜັກເກີດມີລູກ ໝາກເຫັບຕົກ ທັງມີລົມພັດຢ່າງ ຮຸນແຮງ ເປັນເວລາ 3-4 ຊົ່ວໂມງ
ຕິດຕໍ່ກັນ ເຮັດໃຫ້ເຮືອນຊານ ຂອງປະຊາຊົນ ພາຍໃນເທສະ ບານແຂວງສະຫວັນນະເຂດ ເປັນ ຕົ້ນ ແມ່ນເມືອງໄກສອນ
ພົມວິ ຫານ ມີເຮືອນຖືກເສຍຫາຍຫລາຍ ຫລັງ ເຊັ່ນ: ຫລັງຄາຖືກເລີ້ກຮື້ ພ້ອມດຽວກັນນັ້ນກໍມີເສົາ
ໄຟຟ້າລົ້ມຈໍານວນໜຶ່ງ. ຈາກການເກັບກຳຂໍ້ມູນໃນເບື້ອງຕົ້ນມີເກືອບ 200 ຫລັງເສຍຫາຍ. ພ້ອມນີ້ກໍມີ
ບາງສຳນັກງານ, ອົງ
ການ, ໂຮງແຮມ, ໂຮງໝໍ ແລະ ເສົາໄຟຟ້າຈຳ ນວນໜຶ່ງຖືກເສຍຫານ. ຈາກນີ້ກໍ່
ມີຕົ້ນໄມ້ໃຫຍ່ຕາມສາຍທາງ ຕ່າງໆລົ້ມຫລັກ ທັບເສັ້ນທາງ ແລະ ອານຄານເຮືອນຊານຂອງ ປະຊາຊົນຈຳນວນບໍ່ໜ້ອຍ
ເຊັ່ນ: ຕົ້ນໄມ້ຫັກທັບສະໜາມກິລາກຸວໍ ລະວົງ ເຮັດ ໃຫ້ບໍລິເວນບ່ອນນັ່ງ ຜູ້ຊົມໃນສະໜາມເສຍຫາຍ,
ເສົາ ໄຟຟ້າເສຍຫາຍປະມານ 20 ຈຸດ ລົ້ມ ແລະ ສາຍໄຟຂາດບໍ່ສາມາດ ນຳໃຊ້ໄດ້ມີປະມານ 100 ຈຸດ ຂະ
ນະນີ້ບາງບ່ອນ ຍັງບໍ່ສາມາດຊົມ ໃຊ້ໄຟຟ້າໄດ້ເທື່ອ. ເຫດພາຍຸຄັ້ງນີ້ປາກົດວ່າຮຸນແຮງທີ່ ສຸດໃນຮອບຫລາຍສິບປີ
ຊຶ່ງຝົນຕົກຕິດຕໍຫລາຍຊົ່ວໂມງ, ທັງລົມພັດແຮງ, ລູກໝາກເຫັບຕົກ .
ທ່ານ ບຸນທົວ ອາລຸນສີແພງ ຫົວໜ້າຫ້ອງການສະຫວັດດີການ
-ສັງຄົມ ເມືອງໄກສອນໄດ້ລາຍງານນັກຂ່າວ ໜັງສືພິມປະເທດ ລາວໃນວັນ ທີ 26 ມີນາ 2013 ຜ່ານມານີ້ວ່າ:
ຮອດປະຈຸບັນນີ້ ທາງເມືອງຫາກໍເກັບກໍາຂໍ້ມູນ ຄວາມເສຍຫາຍເບື້ອງຕົ້ນໄດ້ຈໍານວນໜຶ່ງເພື່ອຈະນໍາສະເໜີໃຫ້ທ່ານເຈົ້າແຂວງສະຫວັນນະເຂດຮັບຊາບນີ້ແມ່ນຄວາມພະ
ຍາຍາມເພື່ອຫ້າງຫາກະກຽມກ້າວ ເຂົ້າໄປຊ່ວຍເຫລືອ ແລະ ບັນເທົາ ທຸກຂອງປະຊາຊົນໃນ ເບື້ອງຕົ້ນແຕ່ໜ່ວຍງານສະເພາະ
ກິດຂອງ ພວກເຮົາຍັງຈະສືບຕໍ່ລົງເກັບກໍາ ຂໍ້ມູນຄວາມເສຍຫາຍຕື່ມອີກ ອັນ ເນື່ອງຈາກວ່າລົມພະຍຸລະດູຮ້ອນຄັ້ງນີ້
ໄດ້ສ້າງ ຄວາມເສຍຫາຍເປັນ ບໍລິເວນກວ້າງໃນເທສະບານ ແຂວງ ຊຶ່ງພວກເຮົາພວມປະ ເມີນ ຄວາມ ເສຍຫາຍເປັນລາຍອຽດໃນແຕ່
ລະຈຸດ. ແນວໃດກໍດີ ທ່ານ ບຸນທົວຍັງກ່າວວ່າ: ຄວາມເສຍ ຫາຍຈາກການໄດ້ ເຫັນຫລັກ ຖານເບື້ອງຕົ້ນແມ່ນ
ເກີນກວ່າ 500 ກວ່າລ້ານກີບ.

No comments:
Post a Comment