ລັດຖະບານຍີ່ປຸ່ນ ໄດ້ຕົກລົງການຊ່ວຍເຫລືອລ້າໃຫ້ແກ່ລັດຖະບານ
ສປປ.ລາວ ເພື່ອການພັດທະນາເສດຖະກິດ-ສັງ ຄົມຈຳນວນ 3 ໂຄງການຄື: ໂຄງການພັດທະນາເຂື່ອນຂະໜາດນ້ອຍ,
ມູນຄ່າ 1.775 ລ້ານເຢັນ; ໂຄງການສ້າງຄວາມເຂັ້ມແຂງ ການບໍລິການເຄືອຂ່າຍສາທາ
ລະນະສຸກ ບັນດາແຂວງພາກໃຕ້ຂອງລາວ ມູນຄ່າ 741 ລ້ານເຢັນ ແລະ ໂຄງ ການຈັດຊື້-ສະ
ໜອງອຸປະກອນທີ່ທັນສະໄໝ ໃນລະບົບການຂົນສົ່ງທາງອາກາມູນຄ່າ 533 ລ້ານເຢັນ, ລວມທັງໝົດ
3.049 ລ້ານເຢັນ ຫລື ປະມານ 32,2 ລ້ານໂດລາສະຫະລັດ.
ພິທີລົງນາມໃນສັນຍາຊ່ວຍ ເຫລືອ ໄດ້ມີຂຶ້ນໃນວັນທີ
26 ມີນາ 2013 ໂດຍທ່ານ ດຣ ທອງລຸນ ສີສຸລິດ ຮອງນາຍົກລັດ ຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ
ແລະ ທ່ານນາງຈຸນໂກະ ໂຢໂກຕະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ຊຶ່ງມີເຈົ້າ
ໜ້າທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມນຳ. ໂຄງການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນໃນຄັ້ງນີ້
ແມ່ນນອນຢູ່ໃນແຜນພັດທະນາເສດ ຖະກິດ-ສັງຄົມຂອງລັດຖະ ບານ ສປປ.ລາວ ທີ່ໄດ້ສະເໜີຂໍຄວາມຊ່ວຍເຫລືອຈາກລັດຖະ
ບານຍີ່ປຸ່ນ.
ພາຍຫລັງໂຄງການດັ່ງກ່າວສຳເລັດການກໍ່ສ້າງຈະເຮັດໃຫ້ປະຊາຊົນທົ່ວປະເທດເຂົ້າເຖິງການບໍລິ
ການທີ່ດີ, ມີໄຟຟ້າໃຊ້ຢ່າງ ໜ້ອຍກວມ 80% ຂອງຄອບຄົວທັງໝົດພາຍໃນປີ 2015 ແລະ
ມີລະບົບບໍລິການດ້ານສາ ທາລະນະສຸກທີ່ທັນສະໄໝ, ສ້າງທຸກເງື່ອນໄຂໃຫ້ແກ່ການຈັດຕັ້ງ
ປະຕິບັດ ເປົ້າ ໝາຍສະຫັດສະວັດເພື່ອການພັດທະນາ ແລະ ນຳພາປະເທດຊາດຫລຸດພົ້ນອອກຈາກຄວາມທຸກຍາກສະຖານະພາບດ້ອຍພັດທະນາເທື່ອລະກ້າວ.
ທ່ານເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວກ່າວວ່າ:
ຂະແໜງສາທາລະນະ ສຸກ ຖືເປັນໜຶ່ງໃນ 4 ຂະແໜງບູລິມະສິດຂອງລາວ ທີ່ລັດຖະບານຍີ່ປຸ່ນມີນະໂຍບາຍໃຫ້ການຊ່ວຍເຫລືອ
ເພື່ອເນັ້ນການປັບປຸງສຸຂະພາບຫລຸດ ຜ່ອນການເສຍຊີວິດ ຂອງແມ່ ແລະ ເດັກ ໂດຍສະເພາະໃນເຂດຫ່າງໄກສອກຫລີກ.
ນອກນັ້ນຍັງມີຂະແໜງຄົມມະນາຄົມຂົນສົ່ງ ກໍຄືການຂົນສົ່ງທາງອາກາດໃຫ້ມີຄວາມປອດໄພ,
ລວມໂຄງການພັດທະນາເຂື່ອນຂະໜາດນ້ອຍ ຢູ່ແຂວງຜົ້ງສາລີ ແນໃສ່ໃຫ້ບັນລຸຄາດໝາຍ ການຊົມໃຊ້ໄຟຟ້າຂອງລັດຖະບານ.ທັງນີ້ເປົ້າໝາຍລວມ
ຂອງການຊ່ວຍເຫລືອທັງສາມໂຄງການ ແມ່ນການສະໜັບສະໜູນເພື່ອການພັດທະນາປະເທດລາວ,
ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ທັງຫລຸດຜ່ອນຄວາມແຕກໂຕນລະຫວ່າງບັນດາປະເທດສະມາຊິກອາຊຽນ
ເພື່ອກຽມຄວາມພ້ອມໃນການກ້າວສູ່ການເປັນປະຊາຄົມເສດຖະກິດອາຊຽນ ຢ່າງເປັນເອກກະ
ພາບ ແລະ ຈິດໜຶ່ງໃຈດຽວກັນໃນປີ 2015.

No comments:
Post a Comment