ແຕ່ວັນທີ 19 ຫາ 27 ມີນາ 2013,
ນັກສຶກສາມະຫາວິທະຍາ ໄລຂອງຍີ່ປຸ່ນ 15 ຄົນ ໄດ້ເດີນ ທາງມາຢ້ຽມ ຢາມປະເທດລາວ
ພາຍໃຕ້ໂຄງການແລກປ່ຽນຊາວ ຫນຸ່ມທີ່ມີຊື່ວ່າ
ໂຄງການ ກີຊຸນະ “ ສາຍສຳພັນ ”.
ໂຄງການກີຊຸນະ
ແມ່ນໂຄງ ການແລກປ່ຽນຊາວຫນຸ່ມທີ່ມີ ເປົ້າຫມາຍເພື່ອສົ່ງ ເສີມຄວາມ ເຂົ້າໃຈຂອງສະມາຄົມໂລກຕໍ່ກັບຄວາມພະຍາຍາມຂອງຍີ່ປຸ່ນ ໃນການ ຟື້ນຟູປະເທດຈາກການ ປະສົບໄພພິບັດແຜ່ນດິນໄຫວຄັ້ງໃຫຍ່ ໃນເຂດຕາເວັນ ອອກ ຂອງຍີ່ ປຸ່ນ. ຄຳວ່າ ກີຊຸນະ ມີຄວາມຫມາຍວ່າ : “ ສາຍສຳພັນ ” ໃນສົກງົບປະມານ
2012 ( ຕັ້ງແຕ່ ເດືອນເມສາ 2012 ຫາ ເດືອນມີ ນາ 2013 ), ນັກຮຽນນັກສຶກສາ ລາວປະມານ 180
ຄົນ ໄດ້ໄປຢ້ຽມຢາມ ຍີ່ປຸ່ນພາຍໃຕ້ໂຄງການດັ່ງກ່າວ ແລະ ເພື່ອເສີມສ້າງຄວາມເຂົ້າໃຈ
ແລະ ເປັນການ ແລກປ່ຽນເຊິ່ງກັນ ແລະ ກັນນັກສຶກສາຍີ່ ປຸ່ນກໍໄດ້ມາຢ້ຽມຢາມປະເທດລາວຄືນ.
ໃນໄລຍະຢ້ຽມຢາມປະ ເທດລາວ,
ນັກສຶກສາຍີ່ປຸ່ນໄດ້
ໄປຢ້ຽມຢາມຫນ່ວຍງານຕ່າງໆ ທີ່ກ່ຽວຂ້ອງ, ໂຄງ ການຊ່ວຍເ
ຫຼືອ ຂອງ ODA ( ສະຖານີຜະລິດໄຟ ຟ້ານ້ຳງື່ມ 1, ໂຮງຮຽນປະຖົມ-
ມັດທະຍົມບ້ານເກິນ ) ແລະ ສູນເຝິກອົບຮົມວິຊາຊີບ ເພື່ອຮຽນຮູ້ເຖິງຄວາມສຳພັນຂອງສອງຊາດລາວ-ຍີ່ປຸ່ນ.
ນອກຈາກນັ້ນພວກ ເຂົາກໍໄດ້ໄປ ຢ້ຽມຢາມມະຫາວິ ທະຍາໄລແຫ່ງ ຊາດ ເພື່ອນຳສະເຫນີກ່ຽວກັບການຟື້ນຟູບູລະນະຄືນໃຫມ່ຂອງຍີ່ປຸ່ນພາຍຫລັງ
ປະສົບໄພພິບັດ ແລະ ແລກປ່ຽນຄວາມຄິດ ເຫັນກ່ຽວກັບມາດຕະການປ້ອງກັນໄພພິບັດກັບນັກສຶກສາລາວ.
ໃນເວລາດຽວກັນ, ນັກສຶກ ສາຍີ່ປຸ່ນທັງ 15 ຄົນ
ກໍໄດ້ເຫັນປະເພນີວັດທະນະທຳຂອງລາວ ແຕ່ໄດ້ສ້າງຫມູ່ ເພື່ອນຄົນລາວ. ຕາມ
ການລາຍງານຂອງນັກສຶກສາ ໃນວັນທີ 26 ມີນາ, ພວກເຂົາໄດ້ ສະແດງຄວາມຮູ້ບຸນຄຸນ ແລະ
ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນລາວສຳລັບການຊ່ວຍ ເຫລືອອັນມີຄ່າຕໍ່ກັບປະຊາຊົນຍີ່
ປຸ່ນທີ່ໄດ້ ຮັບຜົນກະທົບຈາກໄພ ແຜ່ນດິນໄຫວທາງພາກຕາເວັນ ອອກຂອງຍີ່ປຸ່ນ. ພວກເຂົາປະທັບໃຈຫລາຍຕໍ່ຄວາມມີນ້ຳ
ໃຈ ຂອງຄົນລາວ ແລະ ຫລັງຈາກກັບຄືນປະເທດຍີ່ປຸ່ນ,ພວກເຂົາຈະແບ່ງປັນປະສົບການຄັ້ງນີ້ໃຫ້ຄົນຍີ່ປຸ່ນ
ຕໍ່ໆໄປ.

No comments:
Post a Comment