Ad

Ad

28 March 2013

ນັກສຶກສາ ມຊ ຫລາຍກວ່າ 450 ຄົນ ໄດ້ຮັບທຶນຈາກມູນນິທິການສຶກສາ



     ປັດຈຸບັນຢູ່ມະຫາວິທະຍາໄລ ແຫ່ງຊາດ (ມຊ) ມີກອງທຶນ (ມູນ ນິທິສົ່ງເສີມ ການສຶກສາ) ແລະ ມີ​ນັກ​ສຶກສາ​ທີ່​ໄດ້​ຮັບ​ທຶນ​ດັ່ງກ່າວ​ກວ່າ 450 ຄົນເຊິ່ງເປັນທຶນການ ສົ່ງເສີມ ແລະ ສະໜັບສະໜູນຈາກບຸກຄົນ, ນິຕິບຸກຄົນ, ອົງ ການຈັດຕັ້ງພາກລັດ ແລະ ເອກະ ຊົນທັງພາຍໃນ ແລະ ຕ່າງປະ ເທດໃຫ້ແກ່ນັກສຶກສາທີ່ຮຽນດີ, ຮຽນ ເກັ່ງແຕ່ດ້ອຍ ໂອກາດທາງ ດ້ານການສຶກສາ, ມາຈາກເຂດ ຫ່າງໄກສອກຫຼີກ, ຄອບ ຄົວທຸກ ຍາກ ແລະ ມີອ້າຍເອື້ອຍນ້ອງ ຫຼາຍ ຄົນ, ​ເປັນ​ລູກ​ກຳພ້າ, ກຳ ພອຍ, ທຶນນະ ໂຍບາຍທີ່ມີຕໍ່ລູກ ຫຼານພະນັກງານອາວຸໂສທີ່ເສຍ ອົງຄະຈາກການປະຕິວັດ ຊາດໃນເມື່ອກ່ອນ ແລະ ນະໂຍບາຍຕ່າງໆ. ການໃຫ້ທຶນສະໜັບສະໜູນດັ່ງກ່າວນັບວ່າມີບົດບາດສຳຄັນທັງເປັນ ການສ້າງເງື່ອນໄຂ ແລະ ໂອກາດອັນດີໃຫ້ແກ່ບັນດານັກສຶກ ສາໄດ້ມີທຶນຮອນຮັບໃຊ້ເຂົ້າໃນການສຶກສາ ຮ່ຳຮຽນ. ທ່ານ ສົນທະນີ ຫຼວງໄຊ ຊະນະ ຫົວໜ້າຫ້ອງການຄຸ້ມຄອງນັກ ສຶກສາ ມຊ, ຮອງປະທານກອງທຶນມູນນິທິສົ່ງເສີມ ການສຶກສາ ມຊ ໃຫ້ສຳພາດຕໍ່​ນັກ​ຂ່າວ​ລາວ​ພັດທະນາວ່າ: ປັດຈຸບັນຢູ່ ໃນ ມຊ ມີນັກສຶກສາທີ່ໄດ້ຮັບທຶນ ມູນນິທິ ສົ່ງເສີມການສຶກສາທັງ ໝົດ 450 ກວ່າຄົນ ຈາກຈຳນວນ ນັກສຶກສາທັງໝົດ 32 ພັນກວ່າ ຄົນ ແລະ ມີຜູ້ໃຫ້ການ ສະໜັບສະໜູນຕໍ່ໂຄງການດັ່ງກ່າວເຊິ່ງໃນ ນັ້ນລວມມີ:ມູນນິທິສົ່ງເສີມການສຶກສາຈາກບໍລິສັດ ເບຍ
ລາວ, ທຶນນາກາ ໂອຈາກປະເທດຍີ່ປຸ່ນ, ມູນ ນິທິເອເຊຍ, ອົດສເອດ ແລະ ອື່ນໆ...ເຊິ່ງຈຳນວນທຶນຈະຫຼາຍ ຫຼືໜ້ອຍ ແລະ ເງື່ອນໄຂ ໃນການຮັບສະໝັກເອົາທຶນແມ່ນແລ້ວ ແຕ່ເຈົ້າຂອງທຶນກຳນົດໃຫ້ ຫຼື ບາງອົງການກໍຈະຈັດການຄັດເລືອກເອົາເອງ ແລະ ບາງອົງການກໍໃຫ້ແຕ່ບາງຄະນະ ຫຼື ບາງ ສາຂາວິຊາຮຽນເຊັ່ນ: ທຶນການສຶກສາຈາກນາກາໂອກຳນົດໃຫ້ພຽງ ແຕ່ນັກສຶກສາທີ່ຮຽນໃນສາຂາວິຊາສະພາບແວດລ້ອມ ແລະ ບາງທຶນກໍຈະໃຫ້ສະເພາະແຕ່ຜູ້ຍິງດັ່ງມູນນິທິເອເຊຍ. ນອກນັ້ນ ບາງທຶນກໍຈະເປັນເຈົ້າຂອງທຶນ ເອງທີ່ເປັນຜູ້ຄັດເລືອກໃນການໃຫ້ທຶນດັ່ງກ່າວ. ນັກສຶກສາທີ່ຈະ​ໄດ້​ຮັບ​ທຶນ​ຕ່າງໆ​ຕ້ອງມີຜົນການຮຽນທີ່ດີ ແລະ ບໍ່ເຄີຍປະຕິບັດວິໄນ  ຄືມີ ຄະແນນສະສົມສະເລ່ຍບໍ່ຕ່ຳ ກວ່າ 2,00 ຫຼື 2,50 ຂຶ້ນໄປ ແລະ ມີຄຸນສົມບັດໃນການເປັນນັກສຶກສາ, ຄອບຄົວພໍ່ແມ່ທຸກຍາກ, ລູກ ຫຼານພະນັກງານເສຍອົງຄະ ຫຼື ຄອບຄົວທີ່ມີອ້າຍເອື້ອຍນ້ອງ ຫຼາຍຄົນ, ເປັນລູກກຳພ້າ, ກຳ ພອຍ ແລະ ເປັນນັກສຶກສາກຈາກ ນອກແຜນ ຫຼື ໃນ ແຜນກໍມີເງື່ອນໄຂໃນການຮັບສະໝັກເຊັ່ນດຽວກັນໂດຍທຶນທີ່​ໄດ້​ຮັບຈະ ນຳໄປໃຊ້ເຂົ້າໃນການຊື້ອຸປະກອນຮັບໃຊ້ ການສຶກສາ ແລະ ໃຊ້ ຈ່າຍໃນຊີວິດປະຈຳວັນເຊິ່ງນັບວ່າເປັນການສ້າງເງື່ອນໄຂທີ່ອຳນວຍຄວາມສະດວກໃຫ້ແກ່ນັກ ສຶກສາທັງເປັນການຫຼຸດຜ່ອນພາ ລະຂອງຄອບຄົວໃນການສົ່ງເສີມລູກ ແລະ ສ້າງກຳລັງໃຈໃຫ້ແກ່ເຂົາເຈົ້າ. ຫົວໜ້າ ຫ້ອງການຄຸ້ມຄອງ ນັກສຶກສາ ມຊ ຍັງກ່າວອີກວ່າ: ເຖິງວ່າໃນໄລຍະທີ່ຜ່ານມາທາງ ມຊ ໄດ້ຮັບການສະໜັບສະໜູນ ຈາກພາກສ່ວນຕ່າງໆໃນການໃຫ້ທຶນການສຶກສາແຕ່ການໃຫ້ ທຶນດັ່ງກ່າວຍັງບໍ່ສາມາດຕອບ ສະໜອງໄດ້ຕາມຄວາມ ຕ້ອງການຕົວຈິງ ແລະ ຈຳນວນທຶນ ຕ່າງໆທີ່ໄດ້ຮັບນັ້ນຍັງບໍ່ທັນພຽງ ພໍເມື່ອທຽບກັບຄວາມຕ້ອງການຕົວຈິງທີ່ມີຢູ່, ການໃຫ້ທຶນສະ ໜັບສະໜູນຂອງບາງໂຄງການ ກໍບໍ່ຕໍ່ເນື່ອງ, ຄວາມຫຍຸ້ງຍາກ ໃນການສະເໜີ ແລະ ຂໍທຶນ ຕ່າງໆ. ທ່ານຍັງຮຽກຮ້ອງມາຍັງພາກສ່ວນຕ່າງໆທີ່ກ່ຽວຂ້ອງຈົ່ງເຫັນຄວາມສຳຄັນ ແລະ ຄວາມຈຳເປັນຂອງການພັດທະນາ ຊັບພະຍາກອນມະນຸດ ແລະ ໃຫ້ການສະໜັບສະໜູນວຽກງານດັ່ງກ່າວຕໍ່ໄປ, ການ​ສົ່ງ​ເສີມເຂົ້າ​ໃນ​ວຽກ​ງານ​ການສຶກ ສາ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ​ເພື່ອ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ອະນາຄົດ.

No comments:

Post a Comment