ເຈົ້າໜ້າທີ່ຕຳຫຼວດຈະລາ
ຈອນນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສະພາບຜູ້ລະເມີດ ກົດລະບຽບຈະລາຈອນ ຍັງມີ
ທ່າອ່ຽງເພີ່ມຂຶ້ນເຖິງວ່າໄລຍະ ຜ່ານມາ,ທາງເຈົ້າໜ້າທີ່ຕຳ ຫຼວດຈະລາຈອໄດ້ເອົາໃຈໃສ່
ລົງໂຄສະນາ ແລະ ເຝິກອົບຮົມການຂັບຂີ່ໃຫ້ຜູ້ໃຊ້ລົດເຂົ້າໃຈກ່ຽວກັບລະບຽບການຈະລາຈອນທາງບົກຕາມທ້ອງຖະໜົນຫຼວງ,
ແຕ່ສະພາບການລະ ເມີດກົດລະບຽບຈະລາຈອນ ຢູ່ໃນສັງຄົມກໍຍັງເພີ່ມຂຶ້ນໂດຍ
ສະເພາະແມ່ນດື່ມສິ່ງມຶນເມົາ ແລ້ວຂັບຂີ່ລົດ, ຂັບລົດໄວ ແລະ ອື່ນໆ
ຊຶ່ງເປັນສາເຫດພາໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນຫລາຍຂຶ້ນເຊິ່ງສະແດງອອກໃຫ້ເຫັນໃນໜຶ່ງອາທິດຜ່ານມາໄດ້ກວດກາ
ພົບເຫັນຜູ້ລະເມີດລະບຽບການສັນຈອນຕາມທ້ອງຖະໜົນ 600 ກວ່າຄົນ ແລະ
ເຈົ້າໜ້າທີ່ກໍໄດ້ໃຫ້ການສຶກສາອົບຮົມ ແລະ ປັບໃໝຜູ້ລະເມີດພ້ອມທັງກັກເອກະສານຕ່າງໆ ຕາມລະບຽບການ
ນີ້ກໍເນື່ອງຈາກວ່າ ຜູ້ຂັບຂີ່ເຫລົ່າ ນັ້ນຍັງບໍ່ຄຳນຶງເຖີງໄພອັນຕະ ລາຍ ແລະ
ຄວາມປອດໄພທາງ ຖະໜົນ. ອັນທີ່ຮ້າຍແຮງກ່ວາໝູ່ແມ່ນຜູ້ຂັບຂີ່ລົດຈັກປະມານ 80%
ເປັນໄວໜຸ່ມທີ່ມັກຂີ່ລົດໄວເກີນກຳນົດ, ຂີ່ລົດ ໃນເວລາມຶນເມົາ, ບໍ່ໃສ່ໝວກກັນກະທົບ ແລະ
ຜູ້ຂັບຂີ່ລົດບໍ່ເຖິງກະສຽນອາຍຸ,ບໍ່ກຳໄດ້ລະບຽບຈະລາຈອນ ແລະ ພາໃຫ້ເກີດອຸປະຕິເຫດຫລາຍຂຶ້ນ
ແລະ ສ່ວນໜຶ່ງກໍເນື່ອງມາຈາກການເຜີຍແຜ່ລະບຽບຈະລາຈອນຍັງບໍ່ທັນທົ່ວ ເຖີງ ແລະ
ກວ້າງຂວາງຈຶ່ງເຮັດໃຫ້ສະຕິເຄົາລົບນັບຖືກົດຈະລາຈອນຂອງສັງຄົມຍັງບໍ່ທັນສູງ.
No comments:
Post a Comment