Ad

Ad

28 March 2013

ຍີ່ປຸ່ນ​ຊ່ວຍ​ສ້າງ​ສູນ​ເຝິກ​ອົບຮົມ​ວຽກງານສາທາ ​ແລະ ອາສາ​ສະໝັກຢູ່​ເມືອງ​ເຊ​ໂປ​ນ



           ລັດຖະບານ​ຍີ່ປຸ່ນ​ໄດ້​ໃຫ້​ທຶນ ​ຊ່ວຍ​ເຫລືອ​ກໍ່ສ້າງ​ສູນເ​ຝິກ​ອົບຮົມ​ພະນັກງານ​ສາທາລະນະ​ສຸກແລະ ອາສາ​ສະ​ໜັກ​ຂັ້ນບ້ານ​ຢູ່​ເມືອງ​ເຊ​ໂປ​ນ ​ແຂວງ​ສະຫວັນ​ນະ​ເຂດ​ມູນ​ຄ່າ 106.301 ໂດ​ລາ​ສະຫະລັດ​ຊຶ່ງ​ໂຄງການ​ດັ່ງກ່າວ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ​ພາກ​ລັດ-​ເອກະ​ຊົນ​ຂອງ​ຍີ່ປຸ່ນ​ປະ​ກອບ​ມີ 4 ຝ່າຍ​ຄື ລັດຖະບານ​ຍີ່ປຸ່ນ,ສະ​ຖາ​ບັນ​ຄົ້ນ​ຄວ້າ​ເພື່ອ​ມະນຸດ​ ​ແລະ ທຳ​ມະ​ຊາດ,ບໍລິສັດ HiTachi ແລະ ມະ ຫາວິທະຍາ​ໄລ​ແຫ່ງ​ຊາດນາ​ກາ​ຊາ​ກິ​ຮ່ວມ​ກັນ​ກໍ່ສ້າງ​ສູນ ແລະ ສະໜອງ​ອຸປະກອນ​ເຄື່ອງມື​ທີ່​ຈຳ​ເປັນ, ​ເຄື່ອງ​ເຟີ​ນີ​ເຈີພ້ອມ​ທັງ​ສົ່ງ​ບັນດາ​ຜູ້​ຊ່ຽວຊານ​ສຳລັບ​ການ​ເຝິກ​ອົບຮົມ​​ການ​ແພດ ​ແລະ ​ການ​ຄຸ້ມ​ຄອງ​ບໍລິຫານ.ສູນເ​ຝິກ​ອົບຮົມ​ແຫ່ງ​ນີ້ຈະ​ຊ່ວຍ​ຍົກ​ລະດັບ​ທາງ​ການ​ແພດ ​ແລະ ພັດທະນາ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ບຸກຄະລາ​ກອນ​ສາທາລະນະ​ສຸກ​ຈຳນວນ 628 ຄົນ,​ໃນ​ນັ້ນລວມມີ​ພະນັກງານ​ປະ​ຈຳ​ສຸກ ສາລາ 74 ຄົນ, ອາສາ​ສະ​ໜັກ​ສຸກສາລາ 34 ຄົນ ແລະ ອາສາ​ສະ​ໜັກ​ບ້ານ 520 ຄົນ.ນອກ​ນັ້ນຍັງ​ຊ່ວຍ​ສົ່ງ​ເສີມ​ປະ ຊາຊົນ 167.315 ຄົນ ຈາກ 331 ບ້ານ ຂອງ 4 ເມື​ອງ​ໃຫ້​ຫັນ​ມາ​ຮັກສາ​ສຸຂະພາບ, ຮຽນ​ຮູ້​ວິທີ​ປ້ອງ​ກັນ ແລະ ຮັບ​ມື​ກັບ​ໂຣກ​ໄພ​ໄຂ້​ເຈັບ​ຕ່າງໆ.
      ມາ​ຮອດ​ປັດຈຸ​ບັນ​,ລັດຖະບານ ​ຍີ່ປຸ່ນ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ສາທາລະນະ​ສຸກ​ໂດຍ​ຜ່ານ​ໂດຍ​ການGGP ແລ້ວ 69 ໂຄງການ ແລະ ​ໃນ​ວັນ​ທີ 26 ມີນາ 2013 ນີ້ ກໍ​ໄດ້​ລົງ​ນາມ​​ເອກະສານ​ແລກ ປ່ຽນ​ກັບ​ພະນະ​ທ່ານ ດຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະ ມົນຕີ, ລັດຖະມົນຕີ​ວ່າການ​ກະ ຊວງການ​ຕ່າງປະ​ເທດ​ເພື່ອຊ່ວຍ​ເຫລືອ​ກໍ່ສ້າງ​ສຸກສາລາ​ຈຳນວນ 45 ແຫ່ງ, ຫໍ​
ພັກ​ພະນັກງານ 25 ແຫ່ງ ​ແລະ ມອບ​ອຸປະ​ກອບ​ການ​ແພດ​ຈຳ​ເປັນ​ໃຫ້​ແກ່ 4 ແຂວງ​ພາກ​ໃຕ້, ລັດຖະບານ​ຍີ່ປຸ່ນ​ເຫັນ​ເຖິງຄວາມ​ສຳຄັນ ແລະ ຈະ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫລືອ​ເພື່ອປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ພັດທະນາ​ຂະ​ແໜງ​ສາທາລະນະ​ສຸກ​ລາວ​ຕໍ່​ໄປ.
         ພີ​ທີ​ເຊັນ​ສັນຍາ​ຊ່ວຍ​ເຫລືອ​ໂຄງການ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ມີນາ 2013 ຢູ່​ກະຊວງ​ສາທາລະນະ​ສຸກ​ລະຫວ່າງ ທ່ານ ນາງ ຈຸນ​ໂກະ ​ໂຢ​ໂກ​ຕະ ​ເອກ​ອັກ ຄະຣ​າຊະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ​ຍຍີ່ປຸ່ນ​ຈຳ ສປປ  ລາວ ​ແລະ ທ່ານ ດຣ ປົງ​ສຸວັນ ພັນທະ​ວົງສາ ຮອງ​ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ ສະ ຫວັນ​ນະ​ເຂດ ​ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານຂອງ​ທ່ານ ສຈ ດຣ ເອກ​ສະຫວ່າງ ວົງ​ວິຈິດ ລັດຖະມົນຕີ​ວ່າການ​ກະ ຊວງ​ສາທາລະນະ​ສຸກ, ທ່ານ ດຣ ປອນ​ເມກ ດາລາ​ລອຍ​ ປະທານ​ສະມາຄົມ​ມິດຕະພາບ​ລາວ-ຍີ່ປຸ່ນ.

No comments:

Post a Comment