ທ່ານ ນາງ ຕ໋ອງ ທິ ຟອງ
ກຳມະການກົມການເມືອງສູນ ກາງພັກກອມ ມູນິດຫວຽດນາມ, ຮອງປະທານສະ ພາແຫ່ງຊາດ ແຫ່ງ ສສ
ຫວຽດນາມ ພ້ອມ ດ້ວຍ ຄະນະໄດ້ໃຫ້ກຽດຢ້ຽມຢາມ ແລະ ພົບປະກັບຄະນະນຳນະຄອນຫລວງ ວຽງຈັນ ນຳໂດຍ
ທ່ານ ສົມວັນດີ ນາຖະວົງ ຮອງເລຂາຄະນະພັກ, ຮອງເຈົ້າຄອງນະ ຄອນຫລວງວຽງຈັນ ໃນວັນທີ 27 ມີນາ
2013 ຢູ່ຫ້ອງວ່າການ ປົກຄອງນະຄອນ ຫລວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມ ຢາມ ແລະ
ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 27-31 ມີນາ 2013 ນີ້ ຕາມຄຳເຊີນຂອງທ່ານ ດຣ. ໄຊສົມພອນ
ພົມວິ ຫານຮອງປະທານສະພາແຫ່່ງຊາດລາວ.
ການພົບປະກັບການນຳ
ນະຄອນຫລວງວຽງຈັນໃນຄັ້ງນີ້, ທ່ານ ນາງ ຕ໋ອງ ທິ ຟອງ ຮອງ ປະທານສະພາ ແຫ່ງຊາດ ສສ ຫວຽດນາມ
ພ້ອມດ້ວຍຄະນະໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫລວງ ວຽງຈັນ
ຈາກທ່ານ ສົມວັນດີ ນາຖະວົງ ຊຶ່ງໃນຊຸມປີຜ່ານມາຍ້ອນມີການ ນຳພາຂອງພັກປະຊາ ຊົນປະຕິວັດລາວ,
ອົງຄະນະ ພັກ ແລະ ອົງ ການປົກຄອງນະຄອນຫລວງວຽງຈັນໄດ້ຮັບການສະໜັບສະໜູນຈາກ ບັນດາພະນັກງານ
ແລະ ປະຊາຊົນນະ
ຄອນຫລວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າທົ່ວປະເທດໄດ້ເຮັດໃຫ້ນະ ຄອນຫລວງວຽງຈັນມີສະຖຽນລະ ພາບທາງ ການເມືອງຢ່າງໜັກແໜ້ນ,
ເສດຖະກິດຂະຫຍາຍຕົວໃນຈັງຫວະຕໍ່ເນື່ອງ ແລະ ໝັ້ນທ່ຽງ,
ພື້ນຖານໂຄງລ່າງໄດ້ຮັບການພັດທະ ນາໃຫ້ມີຄຸນນະພາບດີຂຶ້ນ, ຊີວິດການເປັນຢູ່ຂອງປະ
ຊາຊົນນັບມື້ດີຂຶ້ນ, ທິດທາງພັດທະນາລວມກໍແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່
ຄັ້ງທີ IX ຂອງ ພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມ ໃຫຍ່ຄັ້ງທີ V ຂອງອົງຄະນະພັກ
ນະຄອນ ຫລວງວຽງຈັນ ທີ່ ໄດ້ຕັ້ງໜ້າສູ້ຊົນປະຕິບັດແຜນພັດທະ ນາເສດ ຖະກິດ-ສັງຄົມ 5
ປີຄັ້ງທີ VII ຂອງລັດຖະບານ ດ້ວຍ ຄວາມຮັບຜິດ ຊອບສູງຕິດພັນກັບການຫັນເປັນອຸດສາຫະກຳ ແລະ
ທັນສະໄໝ, ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂ ບັນຫາ ການເງິນໃຫ້ຢູ່ໃນສະພາບການເໜັງຕີງທີ່ປົກກະຕິ,
ສ້າງ ແລະ ປັບປຸງກົດໝາຍ, ກົນໄກການຄຸ້ມຄອງການລົງທຶນ ພາຍໃນ ແລະ ຕ່າງປະເທດ ເຫັນວ່າ:ມີບາດກ້າວໃໝ່
ແລະ ໜັກແໜ້ນກວ່າເກົ່າຊຶ່ງສະແດງອອກໃນທ່ວງທ່າການ ຂະ ຫຍາຍຕົວ ຂອງເສດຖະກິດໃນສົກ ປີ
2011- 2012 ສາມາດບັນລຸໄດ້ ລວມຍອດຜະລິດຕະພັນພາຍໃນ ຈີດີພີ (GDP) 11.166 ຕື້ກີບ ຫລື
ເພີ່ມຂຶ້ນ 12,2% ຖ້າທຽບໃສ່ສົກປີ 2010- 2011ສະເລ່ຍລາຍໄດ້/ຄົນ/ ປີ ບັນລຸໄດ້ 2.768
ໂດລາສະຫະລັດ. ພ້ອມດຽວກັນນີ້, ທ່ານ ນາງ ຕ໋ອງ ທິ ຟອງ ຮອງປະທານສະພາແຫ່ງຊາດຍັງໄດ້ຮັບຟັງ
ກ່ຽວກັບການພັດທະນາ ແລະ ວາງແຜນຜັງເມືອງນະຄອນຫລວງວຽງຈັນຈາກ ທ່ານ ແກ້ວພິລາວັນ ອາໄພລາດ
ຮອງ ເຈົ້າຄອງນະຄອນຫລວງວຽງຈັນ.
ຫລາຍພາກສ່ວນອຸປະຖຳກອງປະຊຸມ3
ສ້າງຂົງເຂດວຽກງານຖະແຫລງຂ່າວ, ວັດທະນະທຳແລະທ່ອງທ່ຽວ
ໃນຕອນບ່າຍຂອງວັນທີ 27 ມີນາ 2013 ຢູ່ຫໍວັດທະນະທຳ
ແຫ່ງຊາດ,ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ
ແລະ ທ່ອງທ່ຽວ ໄດ້ເປັນກຽດຮັບເງິນສະໜັບສະໜູນ ອຸປະຖຳການດຳເນີນກອງປະຊຸມ ສະຫລຸບວຽກງານ 3
ສ້າງ ຂອງກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວຈາກຕົວແທນພາກສ່ວນຕ່າງໆປະກອບມີກຸ່ມບໍລິສັດຄຳໃຜ່ຊະນະກໍ່ສ້າງ
50 ລ້ານກີບ;ກຸ່ມບໍລິສັດ ດາວ ເຮືອງປະກອບສ່ວນຜະລິດຕະພັນນ້ຳດື່ມດາວ, ກາເຟດາວ ແລະ
ຊາດາວ ມູນຄ່າ 12 ລ້ານກີບ; ບໍລິສັດຈິດຈະເລີນ ກໍ່ສ້າງ 5 ລ້ານກີບ;ພ້ອມນັ້ນ ຍັງມີ ພາກ
ສ່ວນໜັງສືພິມພາສາຕ່າງປະ ເທດ,ໜັງສືພິມປະຊາຊົນ, ວິທະຍຸກະຈາຍ ສຽງແຫ່ງຊາດ, ໂທລະພາບແຫ່ງຊາດ,
ກຸ່ມວັດທະນະທຳ ແລະ ກຸ່ມທ່ອງທ່ຽວພາກສ່ວນລະ 2,5 ລ້ານກີບ.
ໂອກາດນີ້,ລັດຖະມົນຕີວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
ກໍໄດ້ສະແດງ ຄວາມຂອບໃຈ ແລະ ຊົມເຊີຍຕໍ່ຕົວແທນຈາກພາກສ່ວນຕ່າງໆທີ່ມີນ້ຳໃຈປະກອບສ່ວນເງິນ
ແລະ ວັດຖຸ ອັນມີຄ່າ ເພື່ອເຮັດໃຫ້ການດຳ
ເນີນກອງປະຊຸມຄັ້ງນີ້ໄດ້ຮັບຜົນສຳເລັດເປັນຢ່າງດີ. ຂໍອວຍພອນໄຊໃຫ້ການດຳເນີນທຸລະກິດ ແລະ
ການເຄື່ອນໄຫວວຽກງານຂອງທຸກພາກສ່ວນຈົ່ງປະສົບຜົນສຳເລັດ ແລະ ມີຄວາມເຂັ້ມແຂງຕະຫລອດໄປ.

No comments:
Post a Comment