ອີງຕາມແຫຼ່ງຂ່າວຈາກເມືອງຈຳ
ປາສັກໃຫ້ຮູ້ວ່າ: ເວລາປະມານ 16 ໂມງ 30 ຂອງວັນທີ 26 ມີນາ 2013 ໄດ້ເກີດອຸ
ບັດຕິເຫດລົດຂົນສົ່ງໝາຍເລກທະບຽນ ບກ 2263 ບັນທຸກໄມ້ຂະຍຸງແປຮູບເປັນແຜ່ນ ແລະ ເປັນຕັບ ແລ້ວ
ເຊິ່ງມີນ້ຳໜັກສະເ ລ່ຍລວມປະມານ 30 ກວ່າໂຕນ ທີ່ ແລ່ນມາແຕ່ທາງເມືອງສຸຂຸມາ ແລະ ຈະມຸ່ງໜ້າ ໄປໃສ່ເສັ້ນທາງສາຍໃໝ່
14A ມາຍັງ ຕົວເມືອງປາກເຊ ແລະ ຈະໄປຕໍ່ທີ່ຈຸດໝາຍ ປາຍທາງຊາຍແດນ ລາວບາວ ແຂວງສະຫວັນນະເຂດ ເພື່ອສົ່ງໄມ້ດັ່ງກ່າວອອກໄປ ປະເທດຫວຽດນາມແຕ່ພໍລົດຄັນດັ່ງ ກ່າວທີ່ບັນທຸກໄມ້ມາເຕັມຄັນແລ່ນຂ້າມຂົວ ຫ້ວຍຜາບັງ ເມືອງ ແລະ ແຂວງຈຳປາສັກ ໂດຍນ້ຳໜັກເກີນອັດຕາຮອງຮັບຂອງຂົວທີ່ເປັນພຽງຂົວເກົ່າໆທີ່ຊຸດໂຊມມາແລ້ວ ຫລາຍປີ ຈິ່ງເຮັດໃຫ້ຂົວດັ່ງກ່າວຫັກລົງທັນທີ.
ຜູ້ເຫັນເຫດການທ່ານໜຶ່ງ ກ່າວວ່າ:
ເຫດການທີ່ເກີດຂຶ້ນ ຄັ້ງນີ້ຍັງໄຄແດ່ແຕ່ວ່າບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫຼືເສຍຊີວິດ
ແຕ່ກໍໄດ້ສ້າງຄວາມເສຍຫາຍໃຫ້ຊັບສິນສ່ວນລວມເປັນຈຳນວນຫຼາຍທັງໄດ້ສ້າງຄວາມຫຍຸ້ງຍາກໃນການເດີນທາງໄປມາຂອງ ປະຊາຊົນໃນເຂດດັ່ງກ່າວ. ເຫດການຄັ້ງນີ້ຖືວ່າເປັນອຸດທາຫອນໃຫ້ບັນດາຜູ້ຂັບຂີ່ລົດ
ບັນທຸກທີ່ບັນທຸກນ້ຳໜັກເກີນອັດຕາ. ນັກວິຊາການຂົວທາງໃຫ້ຂໍ້ມູນຮູ້ວ່າ:
ຂົວນ້ອຍທຸກໆແຫ່ງຈະຮັບນ້ຳ ໜັກ ໄດ້ພຽງແຕ່ 15 ໂຕນເທົ່ານັ້ນ.
ອີກຢ່າງໜຶ່ງກໍເປັນ ຂົວທີ່ເກົ່າ ແລະ ຊຸດໂຊມແລ້ວຍິ່ງເປັນການສ່ຽງຕໍ່ການຂັບຂີ່ລົດບັນ
ທຸກຂ້າມຜ່ານຂົວໂດຍເດັດຂາດ, ສ່ວນມູນຄ່າການເສຍ ເຫດແລະການສືບສວນສອບສວນແມ່ນເຈົ້າໜ້າທີ່ ແລະ
ຜູ້ ກ່ຽວຂ້ອງຍັງດຳເນີນການຕາມລະບຽບການຂອງບ້ານເມືອງ.

No comments:
Post a Comment