ໃນລະຫວ່າງວັນທີ 27-29 ມີນານີ້,
ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ
ໄດ້ຈັດກອງປະຊຸມກ່ຽວກັບວຽກງານ 3
ສ້າງໃນຂົງເຂດຂະແໜງການຂອງຕົນໃນທົ່ວປະເທດ ໂດຍການເປັນປະທານຂອງທ່ານ
ສຈ. ດຣ. ບໍ່ແສງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີວ່າການກະຊວງດັ່ງ
ກ່າວ ເຊິ່ງມີບັນດາຫົວໜ້າ, ຮອງຫົວໜ້າກົມ ແລະ ພະແນກ ຖວທ
ທ້ອງຖິ່ນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໃນບົດຄຳເຫັນກ່າວໄຂປະຊຸມຂອງທ່ານ ສຈ.
ດຣ. ບໍ່ແສງຄຳ ວົງດາລາ
ກໍໄດ້ທົບທວນຄືນເຖິງໝາກຜົນແຫ່ງການຈັດຕັ້ງປະ ຕິບັດວຽກງານດັ່ງກ່າວໃນຜ່ານມາ
ເຊິ່ງມີຫລາຍໜ້າວຽກທີ່ພວກເຮົາເຮັດໄດ້ໂດຍສະເພາະໄດ້ເອົາໃຈໃສ່ຈັດຕັ້ງຄົ້ນຄວ້າເຊື່ອມຊຶມ
ແລະ ຜັນຂະຫຍາຍມະຕິຄຳສັ່ງຂອງສູນກາງພັກ, ລັດ
ຖະບານກ່ຽວກັບວຽກງານສາມສ້າງພ້ອມທັງໄດ້ຫັນເປັນແຜນການ, ແຜນງານ, ໂຄງການ
ແລະ ວິທີຈັດຕັ້ງປະຕິບັດລະອຽດ ແລະ ໄດ້ຈັດຕັ້ງເປັນໜ່ວຍງານລົງເຮັດວຽກ 3
ສ້າງຕົວຈິງຢູ່ບັນດາແຂວງ, ເມືອງ ແລະ ບ້ານຈຳນວນໜຶ່ງໄດ້ດີພໍສົມຄວນ ແລະ
ພ້ອມນັ້ນ ກໍຍັງມີບາງໜ້າວຽກທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ
ເປັນຕົ້ນການ ຄົ້ນຄວ້າເຊື່ອມຊຶມມະຕິ 03 ຂອງກົມການເມືອງສູນກາງພັກ, ບັນ
ດາຄຳສັ່ງຂອງສູນກາງພັກ-ລັດ
ຖະບານກ່ຽວກັບວຽກງານ 3
ສ້າງໃຫ້ເລິກເຊິ່ງກວ່າເກົ່າ. ພ້ອມນັ້ນ ກໍຈະໄດ້ແບ່ງຂັ້ນຄຸ້ມຄອງລະ
ຫວ່າງກະຊວງ, ແຂວງ, ເມືອງ ແລະ ບ້ານໃຫ້ເລິກເຊິ່ງຈະແຈ້ງຕື່ມອີກ
ພ້ອມໃຫ້ຮັດກຸມກວ່າເກົ່າ.
ໃນໂອກາດດຳເນີນກອງປະຊຸມດັ່ງກ່າວ ກໍໄດ້ຍົກໃຫ້ເຫັນບັນດາແຜນງານທີ່ຂະແໜງ
ຖວທ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3
ສ້າງໃນໄລຍະແຕ່ນີ້ຮອດເດືອນກັນຍາ 2013 ນີ້ ເຊິ່ງ ລວມມີ 8 ແຜນງານໃຫຍ່
ໂດຍໄດ້ວາງມາດຕະການຈັດຕັ້ງປະຕິບັດ ຄືຄະນະຮັບຜິດຊອບວຽກງານ 3
ສ້າງຂອງກະຊວງຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມເນື້ອໃນຈິດໃຈຊີ້ນຳຂອງມະຕິ
03 ຂອງກົມການເມືອງສູນກາງພັກ ແລະ ມະຕິກອງປະຊຸມ 3 ສ້າງທົ່ວປະເທດ
ກໍຄືທິດທາງແຜນການໄລຍະທ້າຍຂອງການທົດລອງວຽກງານດັ່ງ
ກ່າວຢູ່ໃນຂົງເຂດຂະແໜງການຂອງຕົນໃຫ້ເລິກເຊິ່ງ ແລະ ຫັນເປັນແຜນງານ
ແລະ ມາດຕະການຈັດຕັ້ງປະຕິບັດລະອຽດ. ພ້ອມນັ້ນ
ບັນດາກົມວິຊາການທີ່ກ່ຽວຂ້ອງຕ້ອງຄົ້ນຄວ້າວິທີການ ແລະ
ມາດຕະການອັນລະອຽດທີ່ສອດຄ່ອງເໝາະສົມ
ເພື່ອຫັນລົງສົມທົບກັບທ້ອງຖິ່ນຈັດຕັ້ງປະຕິບັດບັນດາໂຄງການ ແລະ
ໜ້າວຽກຕ່າງໆເຫລົ່ານັ້ນຕາມການແບ່ງຂັ້ນຄຸ້ມຄອງໃຫ້ເປັນຮູບປະທຳຕົວຈິງ.
ໃນໄລຍະດຳເນີນກອງປະຊຸມ
ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງທ້ອງຖິ່ນຕໍ່ການແບ່ງຂັ້ນຄຸ້ມຄອງມັນສອດຄ່ອງແລ້ວບໍ່
ແລະ ວິທີການຈັດຕັ້ງປະຕິບັດຕົວຈິງຢູ່ທ້ອງຖິ່ນຂອງຕົນ ເພື່ອເປັນການແລກປ່ຽນບົດຮຽນ
ແລະ ປະສົບການຕ່າງໆນຳກັນ
ເພື່ອເຮັດແນວໃດການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີປະສິດທິຜົນສູງຂຶ້ນ.

No comments:
Post a Comment