Ad

Ad

29 March 2013

ສິ່ງປະທັບໃຈກຳແພງເມືອງຈີນ ສິ່ງມະຫັດສະຈັນຂອງໂລກ ( ທ່ອງທ່ຽວ )



​ໂດຍ: ຂ.ຊານຸ​ບານ
    ມື້ນັ້ນວັນ​ທີ 19 ມີນາ 2013ເຊິ່ງ​ເປັນ​ໄລຍະ​ເວລາ​ທີ່​ຄະນະ​ຜູ້​ແທນ​ສະມາຄົມ​ນັກ​ຂ່າວ​ແຫ່ງ ສປປ ລາວ ​ໄດ້​ມີ​ໂອກາດ​ຢ້ຽມ ຢາມ ສປ ຈີນ ​ເພື່ອ​ແລກປ່ຽນ​ບົດ ຮຽນ ​ແລະ ປະສົບ​ການ​ດ້ານ​ວຽກ​ງານ​ສື່​ມວນ​ຊົນ​ຕາມ​ສັນຍາ​ຮ່ວມ​ມື​ຂອງ​ສະມາຄົມ​ນັກ​ຂ່າວ​ສອງ​ປະ​ເທດ ລາວ ​ແລະ ສປ ຈີນ ທີ່​ເຄີຍ​ໄດ້​ປະຕິບັດ​ກັນ​ມາ​ບົນ​ຈິດ​ໃຈ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ພ້ອມ​ກັນ​ກ້າວ​ຂຶ້ນ​ໃຫ້​ທັນ​ຍຸກ​ສະ​ໄໝ ​ແລະ ​ໂອກາດ​ດັ່ງກ່າວ, ຄະ ນະ​ນັກ​ຂ່າວ​ພວກ​ເຮົາ​ກໍ​ໄດ້​ຮັບ​ກຽດ​​ໄປ​ຢ້ຽມ​ຊົມ​ສິ່ງ​ມະ ຫັດສະຈັນກຳ​ແພງ​ເມືອງ​ຈີນ ຫລື ເອີ້ນ ວ່າ: “ກຳ​ແພງ​ຍັກ” ທີ່​ຕັ້ງຢູ່​ຫ່າງ​ຈາກ​ນະຄອນຫລວງ​ປັກ​ກິ່ງ​ໄປ​ທາງ​ທິດ​ເໜືອ​ປະມານ 60 ກວ່າ​ກິ​ໂລ​ແມັດ, ທີ່​ຄະນະ​ພວກ​ເຮົາ​ຕ້ອງ​ໃຊ້​ເວລາ​ເດີນທາງ​ດ້ວຍ​ລົດ​ໂອ​ໂຕ​ຫລາຍ​ກວ່າ​ຊົ່ວ​ໂມງ​ເຄິ່ງ ມັນ​ເປັນ​ໄລຍະ​ເວລາ​ທີ່​ໂຊກ​ດີ ​ແລະ ຫລາຍ​ຄົນ​ຢູ່​ບັນດາ​ປະ​ເທດ​ທີ່​ມີ​ອາກາດ​ຮ້ອນ ​ໃຜໆ​ກໍ​ຢາກ​ພົບ​ເຫັນ​ນັ້ນ​ແມ່ນ​ຫິມະ. ພໍ​ຄະນະ​ພວກ​ເຮົາ​ຈະ​ກ້າວ​ໄປ​ເຖິງ​ເຂດ​ກຳ​ແພງ​ຍັກ​ປະມານ 10-20 ກິ​ໂລ​ແມັດ ກໍ​ຈະ​ເຫັນ​ຫິມະ​ຕົກລົງ​ມາ​ເປັນ​ໄລຍະ​ໄລຍະ​ຢ່າງ​ງົດ​ງາມ ຕົ້ນ​ໄມ້​ສົນ​​ແຄມ​ທາງ​ຄ່ອຍໆ​ປົກ​ຫຸ້ມ​ໄປ​ດ້ວຍ​ສີຂາວ​ຈົນກະ​ໂຕ​ເພື່ອນ​ສະຫາຍ​ຈີນ​ຜູ້​ພາ​ທາງ​ພວກ​ຂ້າພະ​ເຈົ້າ​ເອງ​ກໍ​ຕ້ອງ​ອອກປາກ​ມາ​ວ່າ: ມັນ​ເປັນ​
ໂອກາດ​ທີ່​ສວຍ​ງາມ ​ແລະ ​ໂຊກ​ດີ​ຫລາຍ​ທີ່​ພວກ​ເຮົາ​ໄດ້​ມາ​ພົບ​ພໍ້​ຫິມະ​ຕົກ​ໃນ​ໄລ ຍະ​ລະດູບານ​ໃໝ່​ກ້າວ​ມາ​ເຖິງ, ຕາມ​ປົກກະຕິ​ແລ້ວ ​ແມ່ນ​ຈະ​ເຫັນ​ໄດ້​ຍາກ ​ເພາະ​ຫິມະ​ສ່ວນ​ຫລາຍ​ຈະ​ຕົກ​ຢູ່​ໃນ​ໄລຍະ​ລະດູ​ໜາວ ໂດຍ​ສະ​ເພາະ​ໄລຍະ​ເດືອນ​ທັນວາ ​ແລະ ​ເດືອນ​ມັງກອນ-ກຸມພາ​ເທົ່າ​ນັ້ນ. ພໍ​ຄະນະ​ພວກ​ເຮົາ​ໄປ​ເຖິງ​ເຂດ​ທ່ອງ​ທ່ຽວ​ກຳ​ແພງ​ຍັກ ກໍ​ເກືອບ​ຈະ​ເປັນ​ເວລາ​ທ່ຽງ​ວັນ, ແຕ່​ຫິມະ​ກໍ​ຍິ່ງ​ເພີ່ມ​ທະວີ​ຕົກລົງ​ມາ​ຢ່າງ​ບໍ່​ຂາດ​ໄລຍະ, ພໍ​ພວກ​ເຮົາ​ກ້າວ​ລົງ​ຈາກ​ອາຍ​ອຸ່ນ​ຂອງ​ລົດ ຈຶ່ງ​ເຫັນ​ວ່າ​ອາກາດ​ຂົງ​ເຂດ​ນັ້ນມີ​ຄວາມ​ໜາວ​ເຢັນ​ພຽງ​ໃດ, ​ແຕ່​ຄະນະ​ພວກ​ເຮົາ​ໃຜໆ​ກໍ​ຊື່ນ​ຊົມ​ກັບ​ຄວາມ​ໜາວ​ກັບ​ຝຸ່ນ​ລະອອງ​ຂອງ​ຫິມະ​ທີ່​ຕົກລົງ​ມາ​ຢ່າງ​ບໍ່​ຂາດ​ສາຍ, ສີຂຽວ​ຂອງຕົ້ນ​ໄມ້​ໃບ​ຫຍ້າ ແລະ ຫລັງຄາ​ສີ​ແດງ​ຂອງ​ອາ ຄານ​ບ້ານ​ເຮືອນພ້ອມ​ຖະໜົນ​ຫົນ ທາງ​ທີ່​ກຽມ​ຈະ​ກ້າວ​ຂຶ້ນສູ່​ຍອດ​ສູງ​ຂອງ​ກຳ​ແພງ​ຍັກ​ໄດ້​ປ່ຽນ​ເປັນ​ສີຂາວ​ໄປ​ເປັນ​ສ່ວນ​ຫລາຍ, ແຕ່​ຄະນະ​ພວກ​ເຮົາ​ໃຜໆ​ກໍ​ບໍ່​ໄດ້​ເອົາ​ຫົວຊາ​ກັບ​ຄວາມ​ໜາວ​ເຢັນ​ດັ່ງກ່າວ, ​ແຂ່ງຂັນ​ກັນ​ບັນທຶກ​ເອົາ​ຮູບ​ພາບ ​ແລະ ຄວາມ​ມະຫັດ ສະຈັນ​ຂອງ​ກຳ​ແພງ​ເມືອງ​ຈີນ​ອັນ​ເປັນ​ສິ່ງ​ມະຫັດສະຈັນ​ນີ້​ໄວ້​ຈົນ​ນັບ​ບໍ່​ຖ້ວນ, ຄະນະ​ພວກ​ເຮົາ​ໄດ້​ຮ່ວມ​ກັນ​ຖ່າຍຮູບ​ຢູ່​ຕໍ່ໜ້າ​ອະ ນຸສາ​ວະລີ​ຫີນ​ສີ​ລາຂາ​ວກ້ອນ​ໜຶ່ງ​ສູງ​ປະມານ 2 ​ແມັດ ປາຍ​ເປັນ​ຮູບ​ລັກສະນະ 4 ຫລ່ຽມ​ກົມ ກວ້າງ​ປະມານ​ແມັດ​ກວ່າ ​ເຊິ່ງ​ເບື້ອງ ໜ້າ​ຂອງ​ມັນ​ໄດ້​ສະຫ​ລັກ​​ໂຕ​ອັກ ສອນ​ຈີນ ​ເຊິ່ງ​ເປັນ​ຄຳ​ເວົ້າຂອງ​ປະທານ ​ເໝົາ​ເຈີ​ຕຸ​ງ ທີ່​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ​ໄວ້​ວ່າ: “ຖ້າ​ຜູ້​ໃດ​ມາ​ຮອດ​ເຂດ​ກຳ​ແພງ​ຍັກ​ແລ້ວ ​ແຕ່​ຫາກ​ບໍ່​ປີນ​ຂຶ້ນກຳ​ແພງ​ດັ່ງ ກ່າວ ຜູ້ນັ້ນຈະ​ບໍ່​ແມ່ນ​ຄົນທີ່​ກ້າ ຫານ”. ຈາກ​ຄຳ​ເວົ້າດັ່ງກ່າວກ​ໍ​ເຮັດ​ໃຫ້​ຄະນະ​ພວກ​ເຮົາ​ເພີ່ມ​ກຳລັງ​ໃຈ່​ຜ່ານ​ຜ່າ​ຫິມະ ​ແລະ ລົມ​ເຢັນ​ແຂ່ງຂັນ​ກັນ​ປີນ​ຂັ້ນ​ໄດ​ອັນ​ສູງ​ຊັນ​ຂອງ​ກຳ​ແພງ​ຍັກ​ທີ່​ຄົດໆ​ລ້ຽວໆ​ໄປ​ຕາມ​ສາຍພູ​ສູງ​ດ້ວຍ​ຄວາມ​ມານະ​ອົດທົນ, ​ແຕ່​ຖັນ​ແຖວ​ກຳລັງ​ປີນ​ພູ​ຂອງ​ພວກ​ເຮົາ​ກໍ​ຄ່ອຍໆ​ຫ່າງ​ອອກ​ຈາກ​ກັນ ​ແລະ ບາງ​ຄົນ​ກໍ​ຕ້ອງ​ຍອມ​ຈຳນົນ​ຕໍ່​ການ​ທ້າ​ທາຍ​ກັບ​ຄວາມ​ສູງ​ຊັນ​ຂອງ​ສິ່ງ​ມະຫັດສະຈັນ​ດັ່ງກ່າວ, ແຕ່​ບາງ​ຄົນ​ກໍ​ກາຍ​ເປັນ​ຜູ້​ “​ແຊ໊ມ ປຽນ” ຂອງ​ຄະນະ​ນັກ​ຂ່າວ​ພວກ​ເຮົາ ​ແລະ ສົມ​ກັບ​ເປັນ​ຜູ້​ກ້າຫານ​ອີ່ຫລີ, ​ແຕ່​ຄວາມ​ທ້າ​ທາຍ​ໃໝ່​ພັດ​ມີ​ຂຶ້ນມາ​ ​ໃນ​ເມື່ອພວກ​ເຮົາ​ຈະ​ຕ້ອງ​ໄດ້​ໄຕ່​ລົງ​ມາ​ຈາກ​ຄວາມ​ສູງ​ດັ່ງກ່າວ ພາຍຫລັງ​ຫິມະ​ຕົກລົງ​ມາກ​ອງ​ເຕັມ​ພັກຂັ້ນ​ໄດ ​ແລະ ເກີດ​ມີ​ຄວາມ​ມື່ນ, ​ແຕ່​ຜູ້​ປີນ​ພູ​ພວກ​ເຮົາ​ກໍ​ຕ້ອງ​ໄດ້​ພະຍາຍາມ​ສາວລົງ​ມາ​ຕາມ​ຮາວ​ພັກຂັ້ນ​ໄດ​ດ້ວຍ​ຄວາມ​ລະມັດລະວັງ​ຈົນ​ເກືອບ​ຊົ່ວ​ໂມງ, ​ໃນ​ທີ່​ສຸດ​ກໍ​ເກືອບ​ຈະ​ຮອດ​ບ່າຍຄະນະ​ພວກ​ເຮົາ​ກໍ​ສາມາດ​ລົງ​ມາ​ຮອດ​ບ່ອນ​ນັດ​ໝາຍ​ດ້ວຍ​ຄວາມ​ປອດ​ໄພ.
    ກຳ​ແພງ​ເມືອງ​ຈີນ​ສິ່ງ​ມະຫັດສະຈັນ​ຂອງ​ໂລກ​ແຫ່ງ​ນີ້ ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນຕະຫຼອດ​ໄລຍະ​ສະຕະວັດ​ທີ 5 ​ເຖິງ​ສະຕະ ວັດ​ທີ 16 ຍາວ​ປະມານ 6.700 ກິ​ໂລ​ແມັດ, ທີ່​ແກ່ຍາວ​ແຕ່​ທິດຕາ​ເວັນ​ອອກ​ຫາ​ທິດຕາ​ເວັນ​ຕົກ​ຂອງ​ຈີນ ຜ່ານ​ເຂດທະ​ເລ​ຊາຍ, ພູ ຜາ​ປ່າ​ໄມ້ ບາງ​ບ່ອນ​ເປັນ​ພູ​ສູງ​ກວ່າ 1.000 ​ແມັດ ທຽບ​ໃສ່​ລະດັບ​ນ້ຳ ທະ​ເລ. ​ເບິ່ງ​ແລ້ວ​ປຽບ​ເໝືອນ​ຮູບ​ໂຕ​ມັງກອນ ​ເພື່ອ​ເປັນ​ກຳ​ແພງ​ປ້ອງ​ກັນ​ການ​ບຸກ​ໂຈມ​ຕີ​ຂອງ​ສັດຕູ​ພາຍ​ນອກ ​ແລະ ຊົນ​ເຜົ່າ​ສ່ວນ​ໜ້ອຍ​ອື່ນໆ​ມາ​ຈາກ​ຕ່າງ​ແດນ, ໃນ​ນັ້ນ ບາງ​ຍ່ານ​ຂອງ​ກຳ​ແພງ​ຍັກ​ໄດ້​ສ້າງ​ຂຶ້ນ​ໃນ​ສະຕະວັດ​ທີ 5 ​ແຕ່​ອັນ​ພົ້ນ​ເດັ່ນ​ແມ່ນ​ສະ​ໄໝ​ເຈົ້າຊີວິດ​ທຳ​ອິດ​ຂອງ​ຈີນຄື ຈິນຊີ​ຮົງ​ເຕ ​ເຊິ່ງຫລາຍ​ຄົນ​ກໍ​ເຄີຍ​ໄດ້​ເບິ່ງ​ຮູບ​ເງົາ​ກ່ຽວ​ກັບ​ເລື່ອງ​ນີ້ມາ​ແລ້ວ. ກຳ​ແພງ​ເມືອງ​ຈີນ​ມີ​ຄວາມ​ສູງ​ສະ​ເລ່ຍປະມານ 7 ແມັດ ຈາກ​ໜ້າດິນ, ໜ້າ​ກວ້າງ​ຂອງ​ກຳ​ແພງ​ເບື້ອງ​ເທິງ​ຈະ​ປະມານ 5-6 ​ແມັດ ​ໂດຍ​ຄາດຄະເນ​ແລ້ວ​ປະມານ 70% ຂອງ​ພົນລະ​ເມືອງ​ຈີນ​ເວລາ​ນັ້ນ​ແມ່ນ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ກຳ​ແພງ​ມະຫັດສະຈັນ​ດັ່ງກ່າວ ​ແລະ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ກຳ​ແພງ​ຍັກ​ຍັງ​ເປັນ​ສິ່ງ​ຢືນຢັນ​ເຖິງ​ປະຫວັດ ສາດ​ອັນ​ຍາວ​ນານ, ວັດທະນະ ທຳ​ອັນ​ຫລາຍສີສັນ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ​ຈີນ​ຕະ ຫລອດ​ໄລຍະ 2.400 ປີຜ່ານມາ. ດັ່ງນັ້ນ ຖ້າ​ໃຜ​ຫາກ​ຢາກ​ເປັນ​ຜູ້​ກ້າຫານ​ໄດ້​ສຳຜັດ​ກັບ​ສິ່ງ​ມະຫັດສະຈັນ​ແຫ່ງ​ນີ້ ກໍ​ອາດ​ໄປ​ທ່ອງ​ທ່ຽວ​ໄດ້​ທຸກໆ​ໂອ ກາດ.

No comments:

Post a Comment