Ad

Ad

27 March 2013

ສະຫະພາບເອີຣົບໃຫ້ຄວາມສຳຄັນໃນການຊ່ວຍເຫລືອດ້ານຄ້ຳປະກັນສະບຽງອາຫານຢູ່ລາວ



         ອົງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ໄດ້ ປະເມີນໃນປີ 2010 ກ່ຽວກັບການ ພັດທະນາເຫັນວ່າ: ສ ປປ ລາວ ຢູ່ອັນດັບ 122 ໃນ 169 ປະເທດ ທົ່ວໂລກ ທີ່ມີການພັດທະນາໄວສົມ ຄວນ.ເນື່ອງຈາກວ່າ ສ ປປ ລາວ ມີການ ເຕີບ​ໂຕທາງເສດຖະ ກິດທີ່ ແຂງແຮງ ໃນໄລຍະປີ 2005 - 2010 ໂດຍມີອັດຕາການເຕີບໂຕ ສະເລ່ຍ 7,7% ແລະ ເຮັດໃຫ້ ອັດຕາສ່ວນຂອງປະຊາຊົນທີ່ທຸກ ຍາກຫລຸດລົງຈາກ 33,5% ໃນປີ 2003 ເຫລືອພຽງ 27,6% ໃນປີ 2008.
        ແນວໃດກໍຕາມ ສປປ ລາວ ໄດ້ພະຍາຍາມໃນການບັນລຸເປົ້າໝາຍສະຫັດສະວັດ ແຫ່ງການພັດ ທະນາ MDG ແຕ່ ການພັດທະນາ ຊ້ຳພັດມີຄວາມຄືບໜ້າຊ້າ ເຊິ່ງສະແດງ ອອກໃນໂຕເລກຊີ້ວັດກ່ຽວ ກັບຄວາມທຸກຍາກ ແລະ ຄວາມ ອຶດຫວິ, ສາທະລະນະສຸກ ແລະ ສຶກສາ ຍັງຖືວ່າບໍ່ທັນບັນລຸເປົ້າ ໝາຍໄດ້ດີເທົ່າທີ່ຄວນ ເຖິງວ່າ ເສດຖະກິດຂອງລາວຈາະມີທ່າບວກ ແຕ່ສະພາບການ ຄ້ຳປະກັນສະບຽງອາຫານ ແລະ ໂພສະນາການ ຍັງບໍ່ໄດ້ຮັບການປັບປຸງ ຫລາຍເທົ່າທີ່ຄວນ.
    ຕໍ່ບັນຫາດັ່ງກ່າວ ສະຫະພາບ ເອີຣົບ ຈຶ່ງໄດ້ເຫັນຄວາມສຳຄັນ ໃນການຊ່ວຍເຫລືອການຄ້ຳປະ ກັນສະບຽງອາຫານ ແລະ ການ ພັດທະນາຊົນນະບົດໃນລາວ ໂດຍ ນັບລວມທຸກໂຄງການໃນຂະ ແໜງພັດທະນາຊົນນະບົດທີ່ພວມ ດຳເນີນໃນປັດຈຸບັນ​
ໄດ້ປະກອບ ສ່ວນເຂົ້າໃນການຄ້ຳປະກັນສະ ບຽງອາຫານມີວົງເງິນຫລາຍກວ່າ 22 ລ້ານເອີໂຣ ເຊິ່ງການປະ ກອບສ່ວນດັ່ງ ກ່າວແມ່ນມີຫລາຍ ຮູບແບບເປັນຕົ້ນ:ການຊ່ວຍເຫລືອ ຜ່ານກອບສອງຝ່າຍ ແມ່ນຈັດຕັ້ງ ຮ່ວມກັບລັດຖະບານ ແລະ ແຜນ ງານສະເພາະອີກຫລາຍແຜນງານທີ່ໃຫ້ການຊ່ວຍເຫລືອຜ່ານອົງການຈັດຕັ້ງທາງສັງຄົມໃນເຄືອຂ່າຍອົງການສະຫະປະຊາຊາດ.
        ສຳລັບໂຄງການຄ້ຳປະກັນ ສະບຽງອາຫານ ສະຫະພາບເອີ ຣົບໄດ້ສະໜອງທຶນໃຫ້ 12 ໂຄງ ການ​ໃນ​ກອບ​ອົງການ NGO,ສະ ມາຄົມທີ່ບໍ່ຫວັງຜົນກຳໄລ ແລະ ອີກ3 ໂຄງການທີ່ຈັດຕັ້ງປະຕິບັດ​ໂດຍອົງການສະຫະປະຊາຊາດ ໃນວົງເງິນ 14 ລ້ານເອີໂຣ ໂດຍ ຈະປະຕິບັດໄປຮອດປີ 2017.
           ເປົ້າໝາຍຫລັກຂອງແຜນງານຄ້ຳປະກັນສະບຽງອາຫານຂອງສະຫະພາບເອີຣົບແມ່ນຕ້ອງ ການບັນລຸການຫລຸດ ຜ່ອນຄວາມທຸກຍາກຂາດເຂີນອາຫານຂອງຜູ້ ດ້ອຍໂອກາດໃຫ້ທັນເວລາ ແລະ ຍືນຍົງ ໂດຍສະໜັບສະໜູນກິດຈະກຳທີ່ເນັ້ນ ໃສ່ການປັບປຸງໂພສະນາການ, ບໍລິຫານຄວາມສ່ຽງ ດ້ານກະສິກຳ ແລະປັບປຸງຄວາມສາມາດໃນການເປັນເຈົ້າຕົນເອງໃນການ ຜະລິດກະສິກຳເປັນສີນຄ້າເພື່ອສ້າງລາຍຮັບທີ່ໝັ້ນຄົງ.  
        ທ່ານ ຟາບຽງ ບາສຕິດ ຜູ້ ປະສານງານໂຄງການຄ້ຳປະກັນ ສະບຽງອາຫານປະຈຳລາວ ທີ່ ພວມປະຕິບັດໂຄງການຄ້ຳປະ ກັນ ສະບຽງອາຫານຢູ່ເມືອງຫົງ ສາ ແຂວງໄຊຍະບູລີ ໃຫ້ສຳພາດ ຕໍ່ນັກຂ່າວໜັງສືພີມລາວພັດທະ ນາ ໃນວັນທີ 26 ມີນານີ້ ວ່າ: ປັດຈຸບັນ ພວກເຮົາພວມຈັດຕັ້ງປະຕິ ບັດ 2 ວຽກງານຫລັກຄື: ການຄ້ຳ ປະກັນສະບຽງ ແລະ ການຮັບປະ ກັນການສະ ໜອງນ້ຳສະອາດ ​ເຊິ່ງສຳລັບ ວຽກງານຄ້ຳປະກັນ ສະບຽງອາຫານມີງົບປະມານ 9 ແສນກວ່າເອີໂຣ,ໃນນັ້ນ 85% ແມ່ນສະຫະ ພາບເອີຣົບສະໜອງ ທຶນ ແລະ ສ່ວນທີ່ເຫລືອແມ່ນອົງ ການກາແດງຝຮັ່ງສະໜອງທຶນ, ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2010 ແລະ ຈະໝົດໂຄງການໃນ ທ້າຍປີ 2014 ເຊິ່ງມີປະຊາຊົນໄດ້ ຮັບຜົນປະໂຫຍດໃນ 25 ບ້ານ,ປະ ມານ 1800 ຄອບ ຄົວ,12 ພັນຄົນ ໃນເມືອງຫົງສາ ແລະ ເມືອງຊຽງ ຮອນ,ສ່ວນວຽກງານການຮັບປະ ກັນການສະໜອງນ້ຳ ແມ່ນມີງົບ ປະມານ 2 ລ້ານກວ່າເອີໂຣ,ໃນ ນັ້ນ ສະຫະພາບເອີຣົບສະໜອງ ທຶນປະມານ 95% ແລະ ສ່ວນທີ່ ເຫລືອແມ່ນອົງການກາແດງຝຣັ່ງ
ໃຫ້ທຶນ ​ໂດຍໄດ້ເລີ່ມຈັດຕັ້ງປະຕິ ບັດມາ​ແຕ່ປີ 2012 ແລະ ຈະໝົດ ໂຄງການໃນປີ 2015 ໂດຍມີປະຊາຊົນທີ່ໄດ້ຮັບປະ ໂຫຍດ 1.500 ຄອບຄົວ, 9 ພັນກວ່າຄົນໃນເມືອງ ຫົງສາ ແລະ ເມືອງຊຽງຮອນ ເຊິ່ງ ກິດຈະກຳຂອງໂຄງການ ແມ່ນແນ່ ໃສ່ສ້າງຄວາມເຂັ້ມແຂງ ທາງດ້ານເຕັກນິກ ແລະ ສະໜອງ ອຸປະກອນໃນການຜະລິດກະສິກຳ,ການປູກຝັ່ງ ແລະ ລ້ຽງສັດ, ການຊອກຫາແຫລ່ງນ້ຳ ແລະ ການນຳໃຊ້ເພື່ອຄວາມຍືນຍົງ ແລະ ອື່ນໆເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃນ ບ້ານເປົ້າໝາຍໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment