ເຈົ້າໜ້າທີ່ ປກສ ນະຄອນ ຫຼວງວຽງຈັນ ໃຫ້ຮູ້ວ່າ:
ໃນວັນທີ 19 ມີນາ ຜ່ານມາ ນີ້ ເຈົ້າໜ້າທີ່ພະ ແນກຕຳຫຼວດສະ ກັດກັ້ນ-ຕ້ານຢາ ເສບຕິດ ໄດ້ລົງແກ້ໄຂເປົ້າໝາຍ
ຜູ້ຄ້າຂາຍຢາເສບຕິດ ຢູ່ເຂດບ້ານ ໄຊສະຫວ່າງ ເມືອງ ໄຊທານີ ນະ ຄອນ ຫຼວງວຽງຈັນ ໂດຍກັກຕົວ
ຜູ້ຕ້ອງຫາຄື: ທ້າວ ຊຽງອຸ່ນເຮືອນ ອາຍຸ 55 ປີ, ນາງ ບຸນຍົງ ອຸ່ນຍະ ວົງ ອາຍຸ 45 ປີ ຢູ່ບ້ານ
ໄຊ ສະຫວ່າງ ເມືອງ ໄຊທານີ ໂດຍຍຶດ ຜົງຂາວ 1 ຖົງ, ເຮໂລອິນບັນຈຸໃນ ຂວດແກ້ວ(ບໍ່ທັນຮູ້ນ້ຳໜັກ),
ປືນ ຈຳນວນ 3 ກະບອກ ລົດໃຫຍ່ 1 ຄັນ ຊຶ່ງຜ່ານການສືບສວນ ແລະ ຂະຫຍາຍຜົນ ເຈົ້າໜ້າທີ່ ຕຳຫຼວດ
ສະກັດກັ້ນ ແລະ ຕ້ານຢາເສບຕິດນະຄອນ ຫຼວງວຽງຈັນຍັງສາມາດຈັບ ຕົວເຄືອຂ່າຍຜູ້ຮ່ວມຂະ ບວນ ການຄ້າຢາເສບຕິດໄດ້ຕື່ມ
ຄື: ທ້າວ ຈັນທະຄາດ ສິນປະເສີດ ອາຍຸ 38 ປີ ຢູ່ບ້ານ ນາໄຊ ເມືອງ ທ່າ ພະບາດ ແຂວງ ບໍລິຄຳໄຊ,
ນາງ ບຸດສະດີ ອາຍຸ 47 ປີ ຢູ່ບ້ານ ນາຊອນ ເມືອງ ປາກງື່ມ ນະ ຄອນຫຼວງວຽງຈັນ ພ້ອມຢາບ້າ
200 ກ່ວາເມັດ ແລະ ນາງ ແພງ ພົມ ມະນີ ອາຍຸ 43 ປີ ຢູ່ບ້ານ ທ່າໂພນ ສັນ ເມືອງທ່າພະ ບາດ ແຂວງບໍລິຄຳໄຊ
ພ້ອມຢາບ້າ 6 ພັນເມັດ ເຊິ່ງປັດຈຸບັນທາງເຈົ້າໜ້າທີ່ກຳ ລັງເລັ່ງສືບສວນ -ສອບສວນ ເພື່ອຂະຫຍາຍ
ຜົນກວາດລ້າງເຄືອ ຂ່າຍກຸ່ມແກ້ງດັ່ງກ່າວມາດຳເນີນ ຄະດີຕາມລະບຽບກົດໝາຍ.
No comments:
Post a Comment