ໃນຕອນເຊົ້າ ວັນທີ 26 ມີນາ 2013 ທີ່ສະມາຄົມນັກຂ່າວແຫ່ງ
ສປປ ລາວ ໄດ້ຕ້ອນຮັບຄະນະ ຜູ້ແທນ ສະມາຄົມ ນັກຂ່າວ ແຫ່ງ ສສ. ຫວຽດ ນາມ ຊຶ່ງນຳໂດຍ ທ່ານມາດຽວ
ເກືອງ ຮອງປະ ທານສະມາຄົມນັກຂ່າວ ແຫ່ງ ສສ. ຫວຽດນາມ ປະ ທານສະມາຄົມນັກຂ່າວນະຄອນໂຮ່ຈິມິງ
ທີ່ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນລະ ຫວ່າງ ວັນທີ 24-30 ມີນາ
2013 ນີ້ການ ພົບປະ ແລກປ່ຽນບົດຮຽນ ໃນຄັ້ງນີ້ມີ ທ່ານ ເຂັມທອງ ຊານຸ ບານ ຮອງຫົວ ໜ້າອຳນວຍ
ການສຳນັກຂ່າວສານປະ ເທດລາວ, ທ່ານ ພັນໂທ ຊົງເດດ ວົງພູທອນ ຫົວໜ້າບັນນາທິການໜັງ ສືພິມກອງທັບ
ພ້ອມ ດ້ວຍ ບັນດາສື່ມວນ ຊົນທຸກຂະແໜງການເຂົ້າຮ່ວມ. ການພົບປະທັງສອງຝ່າຍໄດ້ມີ ການແລກປ່ຽນຂໍ້ມູນຂ່າວສານ,
ປະສົບການ ແລະ ບົດຮຽນ ໃນ ການເຄື່ອນ ໄຫວວຽກງານ ໃນ ໄລຍະໃໝ່ໃຫ້ ນັບມື້ໜັກແໜ້ນເຂັ້ມ ແຂງຍິ່ງໆຂຶ້ນ.
ພ້ອມທັງເປັນການ ເພີ່ມທະວີວຽກງານສື່ ມວນຊົນ ຂອງສອງປະເທດ ໃຫ້ມີບາດກ້າວ ຂະຫຍາຍຕົວ ແລະ
ມີຄຸນນະພາບ ນັບມື້ສູງຂຶ້ນ ການຮ່ວມ ມືດັ່ງກ່າວ ແມ່ນ ໄດ້ສະແດງເຖິງຄວາມສາມັກຄີແບບ ພິເສດ
ແລະ ການຮ່ວມ ມືຮອບດ້ານຂອງ ປະເທດ ລາວ- ຫວຽດນາມ ທີ່ມີມາແຕ່ດົນນານໃຫ້ນັບມື້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

No comments:
Post a Comment