Ad

Ad

27 March 2013

ຄະດີຄາດຕະກຳສາວຢູ່ບ້ານພັກດອນກອຍ ເຈົ້າຫນ້າທີ່ພວມເລັ່ງຈັບຕົວຄົນຮ້າຍມາດຳເນີນຄະດີ



        ຄະດີຄາດຕະກຳສາວ ອາຍຸ 20 ກ່ວາປີ ຢູ່ເຮືອນພັກ ແຫ່ງໜຶ່ງ ທີ່ບ້ານ ດອນກອຍ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ ຍັງບໍ່ມີຄວາມ ຄືບໜ້າ ໃນການຕິດຕາມນຳ ຈັບຕົວຜູ້ກໍ່ເຫດ ມາດຳເນີນຄະ ດີ ໄດ້ ພາຍຫຼັງເຫດຮ້າຍດັ່ງກ່າວຜ່ານໄປ ເກືອບ 2 ເດືອນ ແລ້ວ.
         ຜູ້ເສຍຊີວິດມີອາຊີບ ເປັນ ສາວເສີບ ຢູ່ຮ້ານກຶນດື່ມແຫ່ງ ໜຶ່ງ ຢູ່ບ້ານ ດອນກອຍ ເມືອງ ວີວັດຕະນາກ ຖືກຄາດຕະກຳ ໃນວັນທີ 30 ມັງກອນ 2013 ຜ່ານມາ ໂດຍເວລາຜ່ານໄປ ເກືອບ 2 ເດືອນໃນການສືບສວນ-ສອບສວນ ຂອງທາງເຈົ້າໜ້າທີ່ ປກສ ເມືອງ ສີສັດຕະນາກ ກໍຍັງບໍ່ທັນມີຄວາມ ຄືບໜ້າທີ່ຈະຮູ້ຕົວຄົນຮ້າຍ ແລະ ນຳຈັບຜູ້ກະທຳຜິດມາດຳເນີນຄະ ດີໄດ້ ເຊິ່ງ ເປັນສິ່ງທ້າທາຍ ແລະ ເປັນການສ້າງຫາງສຽງໃຫ້ສັງ ຄົມຕໍ່ບັນຫາດັ່ງກ່າວນັກຂ່າວໜັງ ສືພິມ ພວກເຮົາ ໄດ້ສອບຖາມໄປ ຍັງ ເຈົ້າໜ້າທີ່ເຖີງຄວາມຄືບໜ້າ ຄະດີດັ່ງກ່າວ ແລະ ໄດ້ຮັບຄຳຢືນ ຢັນ ຈາກ ທ່ານ ພັນຕີ ທອງສະ ຫວັດ ແສນ ສຸວາດ ຮອງກອງ ບັນຊາການ ປກສ ເມືອງ ສີສັດຕະ ນາກ ວ່າ: ຄະດີດັ່ງກ່າວທາງເຈົ້າ ໜ້າທີ່ ເມືອງພວກເຮົາກຳລັງເລັ່ງ ສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນທີ່ຈະມາ ເພື່ອມາຢືນຢັນ ເຖີງ ການເສຍຊີວິດຂອງຜູ້ກ່ຽວ ໂດຍ ທາງເຈົ້າໜ້າທີ່ໄດ້ລົງສົມທົບ ກັບ ໜ່ວຍ ງານສືບສວນ ແລະຕຳ ຫຼວດກຸ່ມບ້ານລົງເອົາຄຳໃຫ້ການ ຜູ້ທີ່ມີການພົວພັນກັບຜູ້ຕາຍ, ແຕ່ ຄະ ດີດັ່ງກ່າວມີຄວາມຫຍຸ້ງຍາກ
ເນື່ອງຈາກວ່າ ຜູ້ເສຍຊີວິດ ແມ່ນ ບໍ່ຮູ້ປະຫວັດທີ່ແນ່ນອນວ່າເປັນ ຄົນ ຢູ່ບ້ານໃດ ຂະນະດຽວກັນຜູ້ທີ່ ເປັນເຈົ້າຂອງ ຮ້ານ ບ່ອນ ທີ່ຜູ້ກ່ຽວເຮັດວຽກນຳກໍຍັງບໍ່ມີລາຍ ລະອຽດດັ່ງກ່າວ, ສະນັ້ນຈາກ ການກວດກາສະຖານທີ່ ເກີດເຫດ ແລະ ສອບ ຖາມຜູ້ທີ່ ເປັນພະນັກງານຍາມເຮືອນພັກກໍພຽງແຕ່ ຮູ້ໄດ້ຂໍ້ມູນເລັກນ້ອຍ ແຕ່ກໍຍັງບໍ່ ທັນສະຫຼຸບໄດ້ວ່າຕົວຜູ້ກະທຳຜິດ ແລະ ຜູ້ກໍ່ເຫດ ຄາດຕະກຳແມ່ນໃຜ, ແນວໃດກໍຕາມທາງເຈົ້າໜ້າທີ່ກໍຍັງດຳເນີນການ ແລະ ຈັດຕັ້ງໜ່ວຍງານສະເພາະກິດເພື່ອດຳເນີນສືບ ສວນ-ສອບສວນ ຊຶ່ງຄາດ ວ່າອີກບໍ່ດົນກໍຈະສາມາດນຳຈັບຕົວຄົນຮ້າຍກໍ່ເຫດມາດຳເນີນຄະ ດີໄດ້.
            ທ່ານ ພັນຕີທອງສະຫວັດ ກ່າວວ່າ:  ຜ່ານມາ ຢູ່ເມືອງ ສີສັດ ຕະນາກ ໄດ້ເກີດເຫດຄາຕະກຳ ລັກສະນະດັ່ງກ່າວ ເກີດຂື້ນ ແຕ່ ເຈົ້າໜ້າທີ່ເມືອງກໍສາມາດແກ້ ໄຂ ແລະ ນຳຈັບຜູ້ກະທຳຜິດມາ ດຳ ເນີນຄະດີໄດ້ ຊຶ່ງຈາກບົດຮຽນ ແລະ ການສືບ ສວນ-ສອບສອບ ສວນ ເຫດການຄາດຕະກຳທີ່ ຜ່ານມາຈະເຮັດໃຫ້ເຈົ້າໜ້າທີ່ ຈັບ ຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ຢ່າງ ແນ່ນອນ.

No comments:

Post a Comment