ໃນວັນທີ 25 ມີນານີ້, ທີ່ບ້ານພັກທູດຍີ່ປຸ່ນປະຈຳລາວ
ໄດ້ມີພິທີຈັດງານລ້ຽງສົ່ງໃຫ້ແກ່ນັກສຶກສາ ລາວຈຳນວນ 21 ຄົນ ທີ່ໄດ້ຮັບທຶນໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ
ເປັນກຽດເຂົ້າຮ່ວມໃນງານດັ່ງກ່າວມີທ່ານນາງ ຈຸນໂກະ ໂຢໂກຕະ ເອກອັກຄະຣາຊະ
ທູດຍີ່ປຸ່ນປະຈຳລາວ, ທ່ານ ປອນເມກ ດາລາລອຍ ປະທານສະ ມາຄົມມິດຕະພາບ ລາວ-ຍີ່ປຸ່ນ,
ທ່ານນາງ ແສງເດືອນ ຫລ້າຈັນ ທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ
ກິ ລາ, ທ່ານ ຮສ. ດຣ. ເພັດສະ ໝອນ ຄຸນສະຫວັດ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ
ແລະ ຄະນະສະມາຄົມອະ ດີດນັກສຶກສາລາວຈາກປະເທດຍີ່ປຸ່ນ ພ້ອມດ້ວຍພະ ນັກງານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໄລຍະ 20 ປີຜ່ານມາ, ລັດຖະບານຍີ່ປຸ່ນໄດ້ສົ່ງນັກສຶກ
ສາລາວໄປສຶກສາຕໍ່ທີ່ປະເທດຍີ່ ປຸ່ນມີຈຳນວນເຖິງ 821 ຄົນ ໂດຍຜ່ານຫລາຍໆໂຄງການທຶນການສຶກສາເຊັ່ນ:
ໂຄງການທຶນ MEXT, JDS, YLP ແລະ ອື່ນໆ. ສຳລັບປີນີ້ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນແກ່ນັກສຶກສາລາວຈຳ
ນວນ 21 ຄົນ, ໃນນັ້ນ 6 ຄົນຈະເຂົ້າຮຽນໃນລະດັບປະລິນຍາໂທ, 1 ຄົນ ເຂົ້າຮຽນໃນ
ລະດັບປະລິນ
ຍາຕີ ແລະ ອີກ 13 ຄົນ ຈະເຂົ້າ ຮຽນໃນລະດັບວິຊາຊີບຊັ້ນສູງ ແລະ ອີກ 1 ຄົນ ໃນລະດັບວິຊາຊີບຊັ້ນກາງ.
ໃນງານລ້ຽງສົ່ງ, ພະນະທ່ານ ຈຸນໂຈະ ໂຢໂກຕະ ເອກອັກຄະລັດຖະທູດຍີ່ປຸ່ນປະ ຈຳລາວ
ໄດ້ກ່າວໃຫ້ກຳລັງໃຈບັນດານັກສຶກສາຈົ່ງຕັ້ງໃຈສຶກ ສາຮ່ຳຮຽນເອົາວິຊາຊີບຮູ້ຢູ່ປະເທດຍີ່ປຸ່ນ
ແລະ ທ່ານຍັງໄດ້ສະແດງຄວາມຫວັງວ່າ: ນັກສຶກສາເຫລົ່ານີ້ຈະມີບົດບາດເປັນດັ່ງຂົວຕໍ່ລະຫວ່າງ
ລາວ ແລະ ຍີ່ປຸ່ນ ໃນອະນາຄົດ. ສຳລັບນັກສຶກສາທີ່ຈະເດີນທາງໄປຮຽນຕໍ່ຍີ່ປຸ່ນແຕ່ລະ
ຄົນການສຶກສາໃນປະເທດທີ່ມີສະພາບດິນຟ້າອາກາດ ແລະ ວັດທະນະທຳທີ່ແຕກຕ່າງນັ້ນ
ແມ່ນຄວາມທ້າທາຍອັນໜຶ່ງ. ເຖິງຢ່າງໃດກໍຕາມ, ຢູ່ຍີ່ປຸ່ນມີສະຖາບັນສະໜັບສະໜູນນັກສຶກສາຕ່າງປະເທດ
ໂດຍສະເພາະມີອາຈານ ແລະ ທີ່ປຶກສາປະຈຳໂຮງ ຮຽນ. ສະນັ້ນ ຖ້າມີບັນຫາຫຍັງກໍສາມາດຂໍຄຳປຶກສາໄດ້.

No comments:
Post a Comment