ບ່າຍວັນທີ 25 ມີນານີ້, ທ່ານ ສຈ. ດຣ ບໍ່ແສງຄຳ
ວົງດາຣາ ລັດຖະມົນຕີ ວ່າການກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ. ປະທານສະມາ ຄົມນັກຂ່າວແຫ່ງ
ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ມາຢຽວ ເກືອງ, ຮອງປະ ທານ ສະມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ
ປະທານສະມາຄົມ ນັກຂ່າວນະ ຄອນໂຮ່ຈີມິງ ໃນໂອກາດໄດ້ນຳຄະນະເຄື່ອນໄຫວ ຢ້ຽມຢາມລາວ ແລະ ໃນໂອກາດ ດັ່ງກ່າວ
ທ່ານ ລັດຖະມົນຕີ ກໍໄດ້ຕີລາຄາສູງຕໍ່ການຢ້ຽມຢາມລາວ ຂອງຄະນະນອກ ຈາກ ເປັນການທົບທວນຫມາກຜົນການຮ່ວມ
ມືສອງຝ່າຍແລ້ວ ຍັງເປັນການກອບ ສ່ວນເຂົ້າໃນການເພີ່ມທະວີຮ່ວມມືສອງຝ່າຍນຳ ອີກ. ໂດຍສະເພາະແມ່ນການຊ່ວຍເຫລືອເຊິ່ງກັນ
ແລະ ກັນພັດທະນາວຽກງານສື່ມວນຊົນ ລະຫວ່າງສອງປະເທດໃຫ້ນັບມື້ ນັບເຕີບ ໃຫຍ່ຂະຫຍາຍຕົວ.
ຕອນເຊົ້າວັນດຽວກັນ ຄະນະ ສະມາຄົມນັກຂ່າວລາວ
ແລະ ຫວຽດນາມ ກໍໄດ້ພົບປະເຊິ່ງກັນ ແລະ ກັນຢູ່ທີ່ນະຄອນ ຫລວງວຽງ ຈັນເຊຶ່ງຝ່າຍລາວນຳໂດຍທ່ານ
ບົວລະພັນ ທັນພິລົມ ຮອງປະ ທານສະມາ ຄົມນັກຂ່າວແຫ່ງ ສປປ ລາວ ທັງເປັນ ຜູ້ອຳນວຍ ການໃຫຍ່ໜັງສືພິມປະຊາຊົນ,
ຝ່າຍ ຫວຽດນາມ ນຳໂດຍທ່ານ ມ່າຢຽວເກືອງ ຮອງປະທານສະ ມາຄົມນັກຂ່າວ ແຫ່ງ ສສ ຫວຽດນາມ,
ທັງເປັນປະທານສະມາຄົມນັກຂ່າວນະຄອນໂຮຈິມິງໃນໂອກາດທີ່ໄດ້ນຳຄະນະຜູ້ແທນຂອງ ຕົນໄດ້
ມາ ຢ້ຽມ ຢາມລາວ ໃນລະ ຫວ່າງວັນທີ 24-30 ມີນານີ້.
ໃນໂອກາດພົບປະແລກປ່ຽນ ບົດຮຽນດັ່ງກ່າວ
ທ່ານຮອງປະ ທານສະມາ ຄົມນັກຂ່າວແຫ່ງ ສປປ ລາວ ກໍໄດ້ລາຍງານການເຄື່ອນໄຫວວຽກງານສື່ມວນຊົນຂອງລາວໃຫ້ຝ່າຍຫວຽດນາມໄດ້ຮັບຊາບ
ໂດຍສະເພາະແມ່ນການເຄື່ອນໄຫວຮັບໃຊ້ວຽກງານປຸກລະດົມຄວາມສາມັກຄີພາຍໃນຊາດ,
ໂຄສະນາແນວທາງນະໂຍ ບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຂົ້າໃນ ພາລະກິດປົກ ປັກຮັກສາ
ແລະ ສ້າງສາພັດທະ ນາປະເທດຊາດຂອງສື່ມວນຊົນລາວ; ໃນຂະ ນະດຽວກັນ ຮອງປະທານສະມາ
ຄົມນັກຂ່າວ ແຫ່ງ ສສ ຫວຽດນາມ ກໍໄດ້ລາຍງານສະພາບການເຄື່ອນໄຫວຂອງສະ ມາຄົມນັກຂ່າວຫວຽດນາມ,
ເຊິ່ງປັດຈຸ ບັນໄດ້ມີຫລາຍອັນພົ້ນ ເດັ່ນ ແລະ ເຣັດໃຫ້ພາລະບົດບາດ ຂອງສື່ມວນຊົນຫວຽດນາມ ນັບ
ມື້ພົ້ນ ເດັ່ນຂຶ້ນໃນສັງຄົມພ້ອມ ນັ້ນ ສອງຝ່າຍໄດ້ທົບທວນ ແລະ ຕີລາ ຄາຢ່າງສູງເຖິງໝາກຜົນຂອງການຮ່ວມມືລະຫວ່າງສອງສະມາ
ຄົມ,ໂດຍສະເພາະແມ່ນ ໃນການໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງຫວຽດນາມເຂົ້າໃນ ການສະ
ໜອງອຸປະກອນ, ເຕັກ ນິກວິຊາການ ແລະ ກໍ່ສ້າງຊັບພະຍາກອນມະນຸດໃຫ້ລາວໃນໄລຍະຜ່ານມາ ທັງຢູ່ໃນລະດັບສູນກາງ
ແລະ ທ້ອງຖິ່ນ. ນອກນັ້ນ ສອງ ຝ່າຍຍັງ ໄດ້ ຫາລືແລກປ່ຽນບົດ ຮຽນເຊິ່ງ ກັນ ແລະ ກັນເພື່ອ ເຮັດ
ໃຫ້ການຮ່ວມມືລະຫວ່າງສອງປະ ເທດໃນຂະ ແໜງການດັ່ງກ່າວ ນັບ ມື້ນັບເຂົ້າສູ່ລວງເລິກ, ຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າໂດຍສະເພາະຝ່າຍຫວຽດນາມຈະຊ່ວຍຍົກລະດັບຄວາມຮູ້,
ຄວາມສາມາດ ແລະ ເຕັກນິກ ດ້ານວິຊາການຕ່າງໆໃຫ້ ແກ່ນັກ ຂ່າວລາວ, ເຊີນນັກຂ່າວ ລາວໄປທັດສະນະສຶກສາຢູ່ຫວຽດ
ນາມເພື່ອປະກອບສ່ວນຊຸກຍູ້ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ
ແລະ ຄວາມສາ ມັກຄີພິເສດທີ່ເປັນມູນເຊື້ອລະຫວ່າງລາວ ແລະ ຫວຽດນາມທີ່ມີມາແຕ່ດົນນານ
ແລ້ວນັ້ນ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ.
ໃນເວລາຕໍ່ມາຄະນະຜູ້ແທນສະມາຄົມນັກຂ່າວ ສສ ຫວຽດນາມ
ກໍໄດ້ຢ້ຽມຢາມແລກປ່ຽນບົດຮຽນຢູ່ສຳນັກງານ ວາລະສານກໍ່ສ້າງພັກຢູ່ນະຄອນຫລວງວຽງຈັນນຳອີກ.

No comments:
Post a Comment