Ad

Ad

26 March 2013

ເປີດໂຮງງານຂົ້ວຢາງອັສຟານຕ໌ ແຫ່ງທຳອິດໃນລາວ



         ພິທີເປີດໂຮງງານຂົ້ວຢາງ ອັສຟານຕ໌ ໄດ້ມີຂຶ້ນໃນວັນ ທີ 23 ກຸມພາຜ່ານມານີ້ ໂຮງງານດັ່ງ ກ່າວຕັ້ງຢູ່ບ້ານ ແສນອຸ ດົມ ເມືອງ ໄຊທານີ ນະຄອນວງວຽງຈັນຢາງປັນທາງການ ໂດຍການ ໃຫ້ກຽດເຂົ້າຮ່ວມຕັດແຖບຜາ ຂອງ ທ່ານ ສົມສະ ຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກ ງານເສດຖະກິດພ້ອມນີ້ ກໍມີ ທ່ານ ສົມມາດ ພົນເສນາ ລັດ ຖະມົນ ຕີວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນ ຫລາຍ.
         ໃນພິທີ ທ່ານ ອິນຕອງ ອຸດົມ ຜູອຳນວຍການ ບໍລິສັດ ແສນອຸ ດົມ ຈຳກັດ ໄດ້ກ່າວວ່າ : ປັດຈຸບັນ ເຫັນວ່າທາງປູຢາງ ແບບ ສອງຊັ້ນສຳລັບບາງເສນທາງຫຼັກ ແມນບເໝາະສົມກັບສະພາບການຈະລາຈອນຕົວຈິງ. ມັນຮຽກຮ້ອງໃຫ້ມີການຍົກ ລະດັບມາດຖານເສນທາງຂຶ້ນອີກກ້າວໜຶ່ງ. ດັ່ງນັ້ນ, ຜະລິດຕະພັນຢາງຂົ້ວ ອັສຟານຕ໌ ຈຶ່ງເຂົ້າມາມີບົດບາດ ນວຽກງານດັ່ງ ກ່າວ ເຊິ່ງນັບແຕ່ ປີ 1999 ເປັນຕົ້ນມາ ດ້ວຍທຶນຈົດ ທະບຽນ 100 ລ້ານກີບ ບໍລິສັດ ແສນອຸດົມ ກແມນບໍລິສັດໜຶ່ງທີ່ມີ
ການເຕີບໃຫຍ່ຂະຫຍາຍຕົວ  ແລະ ມີຫລາຍກິດຈະການ ລວມ ເຖິງໂຮງງານຂົ້ວຢາງ ອັສຟານຕ໌ ແຫ່ງນີ້ເຊິ່ງມີຄວາມອາດສາ ມາດຜະລິດຢາງຂົ້ວໄດ້ 60-80 ໂຕນ ຕໍ່ຊົ່ວໂມງ, ພ້ອມປະກອບມີ ໂຮງ ຄົບຫີນ ດ້ວຍກຳລັງການຜະລິດ ແຕ່ 80-100 ໂຕນ ຕໍ່ຊົ່ວໂມງ ເຊິ່ງ ສາມາດໃຫບໍລິການຄົບວົງຈອນ ໃນ ສປປ ລາວ ພ້ອມນີ້ ກໍສາມາດ ຊື້ຜະລິດຕະພັນແບບສຳເລັດຮູບ, ເຄິ່ງສຳ ເລັດຮູບທີ່ມີຫລາກຫລາຍ ຂະໜາດເໝາະສົມ ໂດຍນຳເຂົ້າວັດຖຸດິບຈາກຕ່າງປະເທດ. ມາ ເຖິງຕົ້ນປີ 2013 ບໍລິສັດໄດນຳ ເຂົ້າຢາງປູທາງ ມາຮັບໃຊ້ວຽກ ງານໂຄງລ້າງ ຄົມມະນາຄົມໃນລາວແລ້ວ 1 ແສນໂຕນ ແລະ ໃນ ຕໍ່ໜ້າ ບໍລິສັດ ກໍກຽມພ້ອມ ທີ່ຈະ ສືບຕໍ່ລົງທຶນເຂົ້າໃນການກໍ່ສ້າງ ໂຮງງານແຫ່ງທີສອງ ແລະ ໂຮງງານຂົ້ວຢາງແບບເຄື່ອນທີ່ ຕະຫຼອດຮອດອຸປະກອນກົນ ຈັກ ແລະ ວັດສະດຸຕ່າງໆ ເພື່ອຮັບປະກັນ ຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາພື້ນຖານໂຄງລ່າງທາງດ້ານຄົມມະ ນາຄົມຂອງລາວມີຄຸນນະພາບດີຂຶ້ນ.

No comments:

Post a Comment