Ad

Ad

26 March 2013

ເຄື່ອນຍ້າຍອັດຖິວິລະຊົນແຫ່ງຊາດ-ນັກຮົບແຂ່ງຂັນໄປສະຖິດໄວ້ຢູ່ສຸສານແຫ່ງຊາດ



                ພິທີເຄື່ອນຍ້າຍ ແລະ ນຳເອົາອັດຖິວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະ ນັກງານປະຕິວັດ ອາວຸໂສ ແລະ ນາຍທະ ຫານຂັ້ນສູງທີ່ເສຍຊີວິດແລ້ວນັ້ນ ໄປສະຖິດ ໄວ້່ ຢູ່ສຸສານແຫ່ງຊາດ (ຫລັກ 24)  ໄດ້ມີຂຶ້ນໃນຕອນເຊົ້າ ວັນທີ 25 ມີນາ 2013 ນີ້ ທີ່ີ່ສຸ ສານແຫ່ງຊາດ ໂດຍມີທ່ານ ພົນຈັດ ຕະວາ ບຸນໄຊ ຊົງຢົງຢາ ຮອງ ຫົວໜ້າກົມໃຫຍ່ ການ ເມືອງກອງ ທັບ, ມີພະເຖລານຸເຖລະ, ຄະນະ ນຳກະຊວງປ້ອງກັນປະເທດ ຕະຫລອດ ຮອດບັນດາພະນັກງານ, ນາຍ ແລະ ພົນທະຫານ, ຄອບຄົວ ຍາດພີ່ນ້ອງ, ລູກຫລານ ຂອງເພີ່ນ ເຂົ້າຮ່ວມ.
          ທ່ານ ພົນຈັດຕະວາ ບຸນໄຊ ຊົງຢົງຢາ ໄດ້ກ່າວວ່າ: ຈຳນວນ ອັດຖິ ທີ່ໄດ້ເຄືອນຍ້າຍ ໃນຄັ້ງນີ້ ປະກອບມີ 15 ທ່ານຄື: ທ່ານ ພົນ ຈັດຕະວາ ປະດິດ ທ່ຽງທຳ ອະດີດຫົວໜ້າສານ ທະຫານຂັ້ນສູງ; ທ່ານ ພັນເອກ ມຸກສີ ສິນທຳມະວົງ ອະດີດຫົວ ໜ້າກົມພະນັກ ງານ; ທ່ານ ພັນໂທ ສົມໄຊ ງໍ ພະໄຊ ອະດີດ ຫົວໜ້າການເມືອງ ກອງພົນທີ 4 (ວິລະຊົນແຫ່ງ ຊາດ);  ທ່ານ ກ່ານແກ້ວ ມະນີວັນ ອະດີດຫົວໜ້າການທະຫານ ຈໍ 641 (ນັກຮົບແຂ່ງຂັນ); ທ່ານ ພັນ ໂທ ສີດາ ຈັນເທພາ ອະດີດອົງ ການ ກໍ່ສ້າງແນວຫລັງ(ນັກຮົບ ແຂ່ງຂັນ); ທ່ານ ພັນເອກ ສີສົມ ສິດທິໄຊ ອະດີດຫົວໜ້າໂຮງ ຮຽນທິດສະດີ, ພາສາກອງທັບ; ທ່ານ ພັນເອກ ສີສະອາດ ວິພົນ ຮຽນ ອະດີດຫົວໜ້າຫ້ອງ ວ່າ ການກະຊວງປ້ອງກັນຄວາມສະ ຫງົບ; ທ່ານ ພັນເອກ ແກ້ວຄຳມະ ນີ ອະດີດຮອງເຈົ້າແຂວງ ແຂວງຫົວພັນ; ທ່ານ ພັນເອກ
ທອງຄຳ ລັດຕະນະໄຊ ອະດີດຫົວ ໜ້າການເມືອງວິທະຍາຄານທະ ຫານ ບົກ; ພັນເອກ ສົມທອນ ວົງ ພະຈັນ ອະດີດຫົວ ໜ້າການທະຫານ ຈໍ 497; ທ່ານ ຮ້ອຍເອກ ມະ ໂນສິນ ສັກສະຖິດ ອະດີດ ຜູ້ຊ່ວຍ  ລັດຖະມົນຕີກະຊວງການເງິນ (ນັກຮົບແຂ່ງຂັນ); ທ່ານ ພັນໂທ ບຸນເຮືອງ ວິໄລທອງ ອະດີດຫົວ ໜ້າພະແນກ ກວດ ກາຫ້ອງວ່າ ການກະຊວງ; ທ່ານ ພັນໂທ ສີ ທອງໃຈ ໄຊຍະວົງສີ ອະດີດຮອງ ກົມນະໂຍບາຍ; ທ່ານ ພັນ ຈັນທະລາດ ພະນັກ ງານອະວຸໂສປະຕິວັດ (ນັກຮົບກອງລາດຊະວົງ) ແລະ ທ່ານ ພັນໂທ ສໍລະສິນ ວໍລະອົດ ອະດີດຫົວໜ້າພະແນກອຸປະໂພກ-ບໍລິໂພກທະຫານນະຄອນຫລວງ.
          ການຈັດພິທີດັ່ງກ່າວ ເປັນການສະແດງເຖິງຄວາມເອົາໃຈ ໃສ່ຂອງພັກ ແລະ ລັດຖະບານ, ຄວາມເຄົາລົບຮັກ ແລະ ກະຕັນຍູຮູ້ບຸນຄຸນອັນເລິກເຊິ່ງຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງ ຊົນລາວບັນດາເຜົ່າ ທີ່ມີຕໍ່ຜົນງານ, ຄຸນງາມ ຄວາມດີ ຂອງບັນ ດາສະຫາຍທັງ 15 ສະຫາຍ ໃນ ພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະ ກິດປົກປັກຮັກສາ ແລະ ພັດທະນາປະເທດ ຊາດ ໃນໄລຍະ ປ່ຽນແປງໃໝ່ຂອງພັກເຮົາ ເຮັດ ໃຫ້ຖັນແຖວສະມາຊິກພັກ, ພະ ນັກງານ, ທະຫານ, ຕຳຫລວດ, ປະຊາຊົນ ບັນດາເຜົ່າ ແລະ ຄົນ ຮຸ້ນຫລັງຜູ້ສືບທອດພາລະກິດປະ ຕິ ວັດ ໄດ້ສັກກາລະບູຊາ, ສືກສາ ຮ່ຳຮຽນເອົາ ຄວາມເປັນແບບ ຢ່າງ ນຳໜ້າ, ນ້ຳໃຈປະຕິວັດ, ຄຸນສົມບັດສິນທຳປະຕິວັດ, ແບບ ແຜນດຳລົງຊີວິດທີ່ຜ່ອງໃສ, ນຳ ໄປປັບປຸງ ຝຶກຝົນຫລໍ່ຫລອມ ຕົນເອງ ແລະ ປະກອບສ່ວນຢ່າງສົມກຽດເຂົ້າໃນພາລະກິດການປົກສ້າງສາພັດທະນາປະເທດຊາດທີ່ ແສນຮັກ ແລະ ຫວງ ແຫນຂອງ ພວກເຮົາໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ເຮັດໃຫ້ລະບອບປະຊາທິປະໄຕປະຊາຊົນຍືນຍົງຄົງໝັ້ນຕະຫລອດໄປ.

No comments:

Post a Comment