ການໄດ້ມີໂອກາດໄປຮ່ວມງານປົງສົບ ບໍ່ວ່າຜູ້ຕາຍຈະເປັນຄົນສາມັນທຳມະດາ
ຫລື ຜູ້ທີ່ມີ ຖານະຕຳແໜ່ງ ນັ້ນ ກໍລ້ວນ ແຕ່ໄດ້ໃຫ້ຄວາມຮູ້ສຶກໃດໜຶ່ງແກ່ຜູ້ເຂົ້າຮ່ວມງານ.
ຄວາມຮູ້ສຶກທີ່ວ່ານັ້ນເຖິງຈະແຕກຕ່າງກັນໄປ, ແຕ່ກໍສາມາດສະຫລຸບເປັນປະ ໂຫຍກສັ້ນຂໍ້ຫລໍ້ວ່າ:
“ບໍ່ມີໃຜຢູ່ຄ້ຳຟ້າໄດ້”. ສຳລັບຜູ້ຊ່າງຄິດ ຫລື ມີອາລົມອ່ອນ ໄຫວງ່າຍຕໍ່ກົດເກນທຳມະຊາດ ທີ່ບໍ່ມີໃຜຜີກ ອອກໄດ້ນີ້
ກໍອາດສ້າງໄດ້ນິຍາຍເລື່ອງສັ້ນ ຫລື ບົດກະວີໃນມະໂນ ພາບກ່ຽວກັບຊີວິດຂອງຄົນເຊິ່ງໄດ້ນາມມະຍົດວ່າເປັນ
“ສັດປະເສີດ” ໃນບັນດາຝູງສັດທີ່ອາໄສຢູ່ໜ້າໂລກ ໜ່ວຍນີ້.
ສຳລັບຈານແຍ່ແລ້ວຄວາມຕາຍແມ່ນປາກົດການດຽວຂອງ ຊີວິດທີ່ໃຫ້ຄວາມສະເໝີພາບສົມບູນ ແບບທີ່ສຸດຂອງມະນຸດ.
ໃຫຍ່-ນ້ອຍ, ຮັ່ງ-ທຸກ, ສູງສັກ ຫລື ດ້ອຍກຽດ ເມື່ອຮອດຍາມ ມາກໍຕ້ອງ ໄດ້ສົ່ງລົມ ຫາຍໃຈຄືນໃຫ້ທຳມະຊາດທັງນັ້ນ.
ຄຳເວົ້າທີ່ພົ່ນອອກມາຈາກປາກຂອງຜູ້ໄປສົ່ງສະການນັ້ນລ້ວນແລ້ວ ອວຍ ພອນໃຫ້ຜູ້ຕາຍໄປດີເຖິງສຸກເຊັ່ນ:
ຂໍໃຫ້ໄປຢູ່ບ່ອນເຂົ້າບໍ່ໄດ້ຫາ-ປາບໍ່ໄດ້ຊື້, ຂໍຈົ່ງສຸກເມືອໜ້າ-ຢ່າຫ່ວງຫລັງ, ຂໍ
ໃຫ້ມົ້ມ ເວນມົ້ມກຳ, ຂໍໃຫ້ໄປສະຫວັນຊັ້ນຟ້າ ແລະ ອື່ນໆ. ຈານແຍ່ຂໍອະລຳພະບົດຍາວແດ່ກ່ອນຈະເຂົ້າສູ່ບັນຫາທີ່ຢາກເວົ້າກ່ຽວ ກັບງານປົງສົບເຊິ່ງມີທັງຂໍ້ຄິດ ແລະ ຂໍ້ທີ່ຕ້ອງໄດ້ຮ່ວມກັນແກ້ໄຂ.
ອັນທີ່ເປັນຂໍ້ຄິດນັ້ນ ຈານແຍ່ໄດ້ມາຈາກເນື້ອໃນຊີວະປະຫວັດ
ແລະ ຄຳໄວ້ອາໄລເຖິງຜູ້ລ່ວງລັບ. ທ່ານ ຜູ້ອ່ານສັງເກດບໍ່ວ່າ:
ເນື້ອໃນຂອງຊີວະປະຫວັດນັ້ນລ້ວນແຕ່ຈົບງາມເຕັມໄປດ້ວຍຄຳສັນລະເສີນຈຸດໂດດເດັ່ນ ຂອງຜູ້ຕາຍ,
ແຕ່ບໍ່ເຄີຍໄດ້ຍິນເວົ້າເຖິງຈຸດດ້ອຍຈຸດອ່ອນເຊິ່ງແຕ່ລະຄົນພວກເຮົາບໍ່ມີຫລາຍກໍມີໜ້ອຍ.
ຟັງເນື້ອ ໃນຊີວະປະຫວັດຂອງຜູ້ຕາຍເທື່ອໃດ, ຈານແຍ່ຄິດເຖິງຄຳເວົ້າຂອງນັກປາດອາຈານເກົ່າແກ່ທີ່ສອນໄວ້ວ່າ:
ການຍ້ອງຍໍສັນລະເສີນລວງດຽວນັ້ນແມ່ນມີໄວ້ກ່າວສຳລັບຄົນທີ່ຕາຍແລ້ວເທົ່ານັ້ນເພາະເຖິງຈະເວົ້າກ່ຽວກັບຂໍ
ບົກພ່ອງ, ຂໍ້ຜິດພາດຫລາຍປານໃດກໍຕາມ, ຜູ້ຕາຍກໍບໍ່ສາມາດລຸກຂຶ້ນມາແກ້ໄຂໄດ້. ຂໍ້ຄວາມນີ້ພໍສະ
ຫລຸບໄດ້ວ່າ: ຖ້າພວກເຮົາຍັງມີຊີວິດຢູ່ພວກເຮົາຄວນຍິນດີຮັບເອົາທັງຄຳຍ້ອງຍໍຊົມເຊີຍ ແລະ
ຄຳຕຳນິສ່ອງ ແສງເພື່ອປັບປຸງແກ້ໄຂ. ຖ້າພວກເຮົາຮັບໄດ້ແຕ່ຄຳຍ້ອງຍໍຊົມເຊີຍຢ່າງດຽວມັນກໍບໍ່ຕ່າງຫຍັງກັບຄົນທີ່ຕາຍ
ແລ້ວເພາະບໍ່ມີໂອກາດລຸກ ຂຶ້ນມາແກ້ໄຂປ່ຽນແປງ.
ເລື່ອງທີສອງທີ່ຈານແຍ່ສົນໃຈແມ່ນເລື່ອງການອ່ານຈຳນວນຫລຽນໄຊ,
ໃບຍ້ອງຍໍຊົມເຊີຍລະ ດັບຕ່າງໆທີ່ຜູ້ ລາລັບດັບຂັນໄດ້ຮັບຈາກຜົນງານປະກອບສ່ວນໃຫ້ສັງຄົມ
ແລະ ປະເທດຊາດ ທີ່ສົນໃຈກໍເພາະວ່າ: ເມື່ອຍັງມີ ຊີວິດຢູ່ມີໜ້ອຍຄົນຮູ້ຈຳນວນຫລຽນ ແລະ ໃບຍ້ອງຍໍທີ່ຜູ້ຕາຍໄດ້ຮັບ.
ນອກນັ້ນຫລາຍຄົນຍັງບໍ່ຮູ້ຄຸນຄ່າອັນ ແທ້ຈິງຂອງຫລຽນຍ້ອນວ່າຜູ້ຕາຍບໍ່ເຄີຍປະດັບເວລາຍັງມີຊີວິດຢູ່.
ຈຸດນີ້ລະຈານແຍ່ຢາກໃຫ້ຊ່ວຍກັນແກ້ໄຂ
ເພື່ອສົ່ງເສີມຄວາມພູມໃຈຂອງທຸກຄົນຕໍ່ບັນດາຫລຽນທີ່ພວກຕົນໄດ້ຮັບ, ຖ້າຄັກພວກເຮົາຄວນອອກແຮງໂຄ
ສະນາກ່ຽວກັບເນື້ອແທ້ ແລະ ຄຸນຄ່າຂອງຫລຽນໄຊແຕ່ລະປະເພດ ໃຫ້ກວ້າງຂວາງ, ຊຸກຍູ້ກັນໃຫ້ຕິດ
ຫລຽນໃນວັນ ຫລື ໃນກອງປະຊຸມທີ່ສຳຄັນ. ຕາມສັງເກດມາຫລາຍຄົນບໍ່ຕື່ນໂຕຕິດຫລຽນ
ຕາມທາງການສະ ເໜີ ອາດຍ້ອນ ຢ້ານຄົນອື່ນວ່າຕົນຂີ້ອວດແດ່, ຍ້ອນຢ້ານຫລຽນຕົກເຮ່ຍເສຍ
ຫາຍແດ່, ແຕ່ສຳຄັນທີ່ສຸດແມ່ນ ຍ້ອນຜູ້ໃຫຍ່ກວ່າຕົນ,
ຜູ້ມີຫລຽນໃຊ້ຫລາຍກວ່າຕົນທີ່ເປັນຄະນະປະທານກອງປະຊຸມນັ້ນບໍ່ຕິດ ກໍ ເລີຍພາໃຫ້ ລະອາຍຕິດ.
ຈານແຍ່ວ່າ ຫລຽນໄຊ, ໃບຍ້ອງຍໍນັ້ນ ຕ້ອງຄວນເອົາຕິດພັນກັບທຸກໆຍ່ານຊີວິດ ບໍ່ແມ່ນພຽງ ແຕ່ເອົາມາເອີ່ຍໃນບົດໄວ້ອາໄລເທົ່ານັ້ນ.
ເລື່ອງສຸດທ້າຍ, ຈານແຍ່ຢາກໃຫ້ພິຈາລະນາຄືນກ່ຽວກັບການຫວ່ານເງິນ
ແລະ ເຂົ້າໜົມ ເຊິ່ງເອີ້ນວ່າ: “ຝົນຫ່າແກ້ວ”
ໃນງານສົບເພາະເຫັນວ່າບາງກໍລະນີເບິ່ງບໍ່ງາມຕາທັງເປັນອັນຕະລາຍສຳລັບເດັກນ້ອຍທີ່ແລ່ນ ຍາດກັນ.
ບ່ອນປົງສົບບາງບ່ອນມີຂີ້ຝຸ່ນ, ຫລຸບໂນນມີສິ່ງເກະກະເປັນອັນຕະລາຍ. ນອກຈາກນັ້ນ “ຝົນຫ່າ
ແກ້ວ” ອາດມີສ່ວນເຮັດໃຫ້ເດັກນ້ອຍຂາດຮຽນມາສ່ຽງໂຊກກໍເປັນໄດ້. ປະເພນີຫລາຍຢ່າງອາດຈະລຶບລ້າງ
ບາດດຽວຍາກ, ແຕ່ພວກເຮົາບໍ່ຄວນລົດລະຄວາມພະຍາຍາມເຮັດເປັນຂັ້ນໆໄປໂດຍເລີ່ມຈາກຫລຸດ, ລະ
ແລະ ເລີກໃນທີ່ສຸດ.
No comments:
Post a Comment