ຈານແຍ່ເປັນຄົນໜຶ່ງທີ່ມັກຟັງເລື່ອງຕະຫລົກເຮຮາທັງປະເພດ
ທົ່ວໄປ ແລະ ປະເພດວົງໃນ. ປະ ເພດວົງໃນໝາຍ ຄວາມວ່າແມ່ນ ການເລົ່າ ແລະ ຟັງກັນໃນກຸ່ມສະ ເພາະເຊັ່ນ:
ໃນກຸ່ມຜູ້ຊາຍອ້ອຍຕ້ອຍ ແລະ ເຊື່ອວ່າໃນກຸ່ມແມ່ຍິງກໍຄົງ ມີແນວພິເສດເຊັ່ນດຽວກັນ.
ທີ່ມັກຟັງເລື່ອງຕະຫລົກນີ້ບໍ່ ແມ່ນເປັນຍ້ອນວົງການແພດໄດ້
ຢັ້ງຢືນວ່າ: ສຽງຫົວມີປະໂຫຍດຕໍ່ສຸຂະພາບ, ສາມາດ ຍືດອາຍຸໃຫ້ຍາວໄດ້ຕື່ມເທົ່ານັ້ນເທົ່ານີ້ນາທີເມື່ອໂຮມກັນເຂົ້າກໍໄດ້ຕື່ມຫລາຍປີ.
ຈານແຍ່ຟັງຍ້ອນຢາກປ່ອຍສຽງຫົວ, ຍ້ອນ ຢາກລະບາຍປ່ຽນຖ່າຍສິ່ງຊ້ຳຊາກໜ້າເບື່ອ, ແຕ່ການຈີກປາກຫົວສຽງດັງກາກໆຕະຫລອດເວລານັ້ນຄົງເປັນໄປບໍ່ໄດ້ເພາະ
ສຽງຫົວບໍ່ສາມາດປຸງເອົາຄືອາຫານເອົານັ້ນປະສົມນີ້. ສຽງຫົວມັນຕ້ອງອອກມາຈາກໃຈຈຶ່ງຊິແຊບນົວຕິດສົບຕິດປາກເຫິງ
ເຊັ່ນເລື່ອງຕະຫລົກຊຽງໝ້ຽງຍົວະພະຍາລົງໜອງ. ຄັ້ງໜຶ່ງເຄີຍມີຜູ້ເວົ້າໃຫ້ຟັງກ່ຽວກັບທັດສະນະຂອງທ່ານ
ເລນິນ ຕໍ່ສຽງຫົວ ຄືທ່ານບອກວ່າ: ສຽງຫົວຕ້ອງໃຫ້ເຂັ່ງຂຶມ. ຈານແຍ່ເອງກໍຈົນໃຈ, ຫົວແລ້ວຊິໃຫ້ເຂັ່ງຂຶມໄດ້ແນວໃດກັນ
?. ສຸດທ້າຍ ຈຶ່ງຕີຄ ຳເວົ້າດັ່ງກ່າວຂອງທ່ານ ເລນິນ ແຕກ ຄືຄຳວ່າ: ເຂັ່ງຂຶມ ແມ່ນຕ້ອງເປັນບົດຕະຫລົກທີ່ໃຫ້ຂໍ້ຄິດ,
ເຊື່ອງຊ້ອນປັດສະຍາຊີວິດ ແລະ ສັງຄົມໃຫ້ເຮັດແຕ່ແນວດີແນວງາມບໍ່ແມ່ນປະເພດສຽງຫົວທີ່ພຽງແຕ່ລອດຫວ່າງແຂ້ວອອກມາ.
ຈານແຍ່ວ່າ: ບົດເລົ່າຕະຫລົກທີ່ພາໃຫ້ລະເບີດສຽງຫົວນັ້ນມີຫລາຍປະເພດ,
ປະເພດໃຫ້ຂໍ້ຄິດສະກິດຂ້າງ, ບົດຕະ ຫລົກ ທີ່ໃຫ້ສຽງຫົວແບບທຳມະດາບໍ່ດີບໍ່ຮ້າຍ ແລະ ອັນທີ່ຄວນລະວັງແມ່ນສຽງຫົວປະເພດປົນເປື້ອນ-ສຽງຫົວເປັນພິດ,
ຫົວ ແລ້ວ ຜິດກັນເບິ່ງໜ້າກັນບໍ່ໄດ້. ຮ້າຍແຮງກວ່ານັ້ນມີບາງບົດເລົ່າຕະຫລົກ ກໍສາມາດເຮັດໃຫ້ຜູ້ໃຫຍ່ໄມ້ສູງ,
ຜູ້ນຳຂອງບາງປະເທດຕົກ ບັນລັງຍ້ອນ ເຊັ່ນຄຳເວົ້າຕະຫລົກຂອງນັກກົດໝາຍລະດັບແນວໜ້າຂອງອິນໂດເນເຊຍທີ່ເປັ່ງອອກມາໃນກອງປະຊຸມກຳມາທິ
ການລັດຖະສະພາກ່ຽວກັບໂທດຂົ່ມຂືນ ວ່າ ຄວນກຳນົດໂທດຂັ້ນປະຫານ ຫລື ບໍ່ ? ທ່ານເວົ້າອອກມາວ່າ:
“ຄັນຊິ ລົງໂທດ ຂັ້ນປະຫານກໍຂໍໃຫ້ຄິດຄັກໆຄິດຮອບດ້ານເພາະຜູ້ຂົ່ມຂືນ ແລະ ຜູ້ຖືກຂົ່ມຂືນອາດມີຄວາມສຸກຮ່ວມກັນ”.
ເວົ້າສຸດຄວາມປຶບ ກໍມີສຽງວິພາກວິຈານຢ່າງໜັກຈົນເຂົາຕ້ອງອອກມາຂໍໂທດພ້ອມດ້ວຍນ້ຳຕາອາບໜ້າ.
ສຸດທ້າຍເຂົາກໍຖືກປັດເຂ່ຍອອກຈາກ ບັນຊີຜູ້ສະໝັກເປັນປະທານສານສູງສຸດຂອງປະເທດ.
ວ່າກັນວ່າ ສຽງຫົວທີ່ສະອາດ ນັ້ນຕ້ອງຄະລຳ:
- ບໍ່ໃຫ້ແຕະຕ້ອງສາສະໜາ ແລະ ຄວາມເຊື່ອຖື.
- ບໍ່ໝິ່ນປະໝາດເຊື້ອຊາດເຜົ່າພັນ.
- ບໍ່ຢຽບຫຍາມເພດ.
- ບໍ່ຫຍໍ້ຫຍັນ ຫລື ເວົ້າໃສ່ຄົນພິ ການ ຫລື ຄົນມີປົມດ້ອຍທາງ
ຮ່າງກາຍ.
ນອກຈາກນີ້ ກໍອາດມີຂໍ້ຫ້າມ ປີກຍ່ອຍ, ແຕ່ສຳຄັນແມ່ນສີ່ຂໍ້ທີ່
ເວົ້າມານັ້ນ. ຈານແຍ່ເອງຮູ້ສຶກ ໝຸດໝັດໃຈທຸກຄັ້ງເມື່ອໄດ້ຟັງບົດ ເລົ່າຕະຫລົກກ່ຽວກັບຄົນຫູໜວກ,
ຕາບອດ, ຂາຕິດ ຫລື ການສອນ ສຽງຄົນສົບແຫວ່ງປາກ. ບໍ່ເຂົ້າ ໃຈວ່າເປັນຫຍັງ ບາງຄົນເວລາ ຟັງເລື່ອງຈັ່ງຊີ້ຈຶ່ງສາມາດປ່ອຍ
ສຽງຫົວອັນໜ້າອັບອາຍອອກມາ ໄດ້ ?.
No comments:
Post a Comment