ສອງບໍລິສັດໃຫຍ່ຂອງ ສປປ ລາວ ແລະ ສປ ຈີນ
ຈັບມື ກັນເພື່ອພັດທະນາ ໜອງຈັນຕອນເໜືອ ໃຫ້ກາຍເປັນ ສູນການຄ້າ ຄົບວົງຈອນໃໝ່ອີກແຫ່ງພາຍ
ຫຼັງສຳເລັດ ສ້າງຕັ້ງບໍລິສັດ ພັດ ທະນາສູນການຄ້າຄົບວົງຈອນ ໜອງຈັນຕອນເໜືອ ຈຳກັດ ເຊິ່ງ ໂຄງ ການດັ່ງກ່າວມີເນື້ອທີ່ກໍ່ສ້າງທັງໝົດ
120.000 ຕາແມັດ, ມີມູນ ຄ່າການກໍ່ສ້າງຫຼາຍ ລ້ານໂດລາສະຫະລັດຄາດວ່າພາຍຫຼັງສຳເລັດໂຄງການດັ່ງກ່າວຈະກາຍເປັນສະຖານ ທີ່ການຄ້າ,ການບໍລິ
ການແບບຄົບວົງຈອນ ແລະ ທັນສະໄໝອີກແຫ່ງໜຶ່ງຂອງນະ ຄອນຫຼວງພ້ອມເປັນທາງເລືອກໃໝ່ໃຫ້ແກ່ລູກຄ້າທັງຊາວລາວ
ແລະ ຕ່າງປະເທດ.
ກອງປະຊຸມແນະນຳໂຄງ ການກໍ່ສ້າງອະສັງຫາລິມະຊັບ
ຫຼື ວຽງຈັນເຊັນເຕີ ມີຂຶ້ນໃນຕອນ ບ່າຍວັນທີ 28 ມີນາ 2013 ຢູ່ໂຮງແຮມດອນຈັນພາເລດ ນະ ຄອນຫຼວງ ວຽງຈັນ
ໂດຍການ ເປັນ ກຽດເຂົ້າຮ່ວມຂອງທ່ານ Xu yu guang ປະທານບໍລິສັດ ພັດ ທະນາສູນການຄ້າຄົບວົງຈອນ
ໜອງຈັນຕອນເໜືອຈຳກັດ ຫຼື ວຽງຈັນເຊັ່ນເຕີ,ມີທ່ານນາງ ອໍລະໄທ ສັນຕິຄົງຄ່າ ອຳນວຍ ການກຸ່ມ
ບໍລິສັດ ກຣິດຕະພົງ, ຜູ້ຕາງໜ້າຮ້ານຄ້າທີ່ມີຊື່ສຽງ
ຈາກ ສປປ ລາວ, ສປ ຈີນ, ໄທ ແລະ ປະເທດອື່ນໆຫຼາຍກວ່າ 200 ທ່ານ.
ພາຍຫຼັງເປີດພິທີ,ທ່ານ Xu yu guang ປະທານບໍລິສັດພັດທະນາສູນການຄ້າຄົບວົງຈອນໜອງຈັນ
ຕອນເໜືອ ຈຳກັດ ກ່າວວ່າ: ໃນໄລຍະຜ່ານມາຄວາມຕ້ອງ ການການບໍລິໂພກຂອງປະ ຊາ ຊົນນັບມື້ນັບຫລາຍຂຶ້ນຕາມຈັງຫວະການເຕີບ
ໃຫຍ່ທາງເສດຖະກິດຂອງ ສປປ ລາວ ແຕ່ສູນການຄ້າ ຫຼື ສະຖານທີ່ຊື້ - ຂາຍສິນຄ້າ ແລະ ສິນຄ້າປະເພດຕ່າໆຢູ່
ສປປ ລາວ ຍັງບໍ່ພຽງພໍເມື່ອທຽບກັບຄວາມຕ້ອງການທີ່ມີ ແລະ ການເຕີບໃຫຍ່ຢ່າງວ່ອງໄວຂອງ ເສດຖະກິດລາວ.
ດັ່ງນັ້ນ ທາງກຸ່ມ ບໍລິ ສັດວິສະວະກຳກໍ່ສ້າງ -ບໍລິສັດລົງທຶນຕ່າງປະເທດແຂວງ ຢູນນານ ຈຳກັດ
ເຊິ່ງເປັນບໍລິສັດທີ່ໄດ້ປະສົບຜົນສຳເລັດໃນການ ຮັບເໝົາກໍ່ສ້າງໂຄງການຕ່າງໆຫຼາຍໂຄງການຢູພາຍ່ໃນ
ແລະ ຕ່າງປະເທດຂອງ ສປ ຈີນ ໄດ້ຈັບມືກັບກຸ່ມບໍລິສັດ ກຣິດຕະ ພົງຈຳກັດເຊິ່ງເປັນບໍລິສັດທີ່ນອນຢູ່ໃນອັນດັບແຖວໜ້າຂອງການພັດທະນາໂຄງການຕ່າງໆຢູ່
ສປປ ລາວ ເພື່ອຮ່ວມກັນ ພັດທະນາໜອງດັ່ງກ່າວໃຫ້ກາຍເປັນສູນການຄ້າຄົບວົງຈອນແຫ່ງໃໝ່ໃນນະຄອນຫຼວງວຽງຈັນ.
ໂຄງການກໍ່ສ້າງວຽງຈັນ ເຊັນເຕີ ແມ່ນໂຄງການຮ່ວມມືລະຫວ່າງອົງການປົກຄອງນະຄອນ
ຫຼວງວຽງຈັນ ແລະ ອົງ ການປົກຄອງແຂວງຢູນນານ. ພາຍຫຼັງສຳເລັດໂຄງການດັ່ງກ່າວຈະກາຍເປັນສູນການຄ້າ,
ການບໍລິການທີ່ມີລັກສະນະຄົບ ວົງຈອນເຊັ່ນ: ຊ໋ອບປິງມໍ, ສະຖານທີ່ພັກຜ່ອນຢ້ອນໃຈ, ຮ້ານສັບພະສິນຄ້າ,
ຮ້ານອາຫານ, ຮ້ານບັນເທີງ, ໂຮງແຮມ ແລະ ສະຖານທີ່ອື່ນໆ ເຊິ່ງ ມີສິນຄ້າ ຫລາຍຫຼາຍຊະ ນິດທີ່ມີຊື່ສຽງຈາກໄທ,
ຈີນ, ຍີ່ ປຸ່ນ, ອາເມລິກາ ແລະ ປະເທດອື່ນໆ. ຜະລິດ ຕະພັນຕົ້ນຕໍທີ່ຈະມາ ຈຳໜ່າຍໃນສູນການຄ້າດັ່ງກ່າວ
ມີ ເສື້ອຜ້າ, ເຄື່ອສຳອາງ, ເກີບ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍຕ່າງໆທີ່ຜະ ລິດຢູ່ໃນ ສປປ
ລາວ ແລະ ປະເທດອື່ນໆ. ສູນການຄ້າ ດັ່ງກ່າວນອກຈາກຈະເປັນທາງ ເລືອກໃໝ່ໃຫ້ແກ່ຊາວນະຄອນຫຼວງ
ວຽງຈັນ ກໍຄືຊາວຕ່າງປະເທດທີ່ເຂົ້າມາທ່ຽວລາວແລ້ວ ຈະນຳຜົນປະໂຫຍດອັນໃຫຍ່ ຫຼວງມາສູ່ປະຊາຊົນກໍຄືລັດຖະບານ
ລາວຈາກການເກັບພາສີ, ອາກອນ ແລະ ຄ່າທຳນຽມຕ່າງ ທັງສ້າງວຽກເຮັດງານທຳ ແລະ ເພີ່ມລາຍ ໄດ້ໃຫ້ແກ່ປະຊາຊົນ
ລາວ. ນອກນັ້ນການເກີດຂຶ້ນ ຂອງ ໂຄງການດັ່ງກ່າວນອກຈາກ ຈະເປັນສະຖານທີ່ເພີ່ມສີສັນອັນ ໃໝ່ໃຫ້ແກ່ຕົວເມືອງນະຄອນ
ຫຼວງວຽງຈັນແລ້ວຍັງເປັນສັນ ຍາລັກທີ່ບົງບອກເຖິງມິດຕະພາບ ແລະ ການຮ່ວມມືຂອງ ສປປ ລາວ ແລະ
ສປ ຈີນ ອີກດ້ວຍ.

No comments:
Post a Comment