ຕາມການເປີດເຜີຍຂອງທ່ານ ດຣ. ບຸນຂວາງ
ຄຳບຸນເຮືອງ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ:
ເມື່ອບໍ່ດົນມານີ້,ຂະແໜງການຂອງຕົນໄດ້ຮັບຢາກັນພະຍາດປາກເປື່ອຍລົງເລັບໂດຍການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນຈຳນວນ
600.000 ເຂັມ ເພື່ອນຳໄປປິ່ນປົວ ແລະ ກັນພະຍາດປາກເປື່ອຍລົງເລັບຢູ່ 8 ແຂວງພາກເໜືອ
ແລະ 2 ແຂວງພາກໃຕ້ ແນໃສ່ສ້າງເຂດປອດພະຍາດປາກເປື່ອຍລົງເລັບໃຫ້ແກ່ຝູງສັດລ້ຽງຂອງປະຊາຊົນໃຫ້ຫລຸດຜ່ອນກ້າວໄປເຖິງການກຳຈັດພະຍາດດັ່ງກ່າວຢ່າງສິ້ນເຊີງ.
ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ໃຫ້ຮູ້ຕື່ມວ່າ:
ຢາທີ່ໄດ້ຮັບການຊ່ວຍເຫລືອຈາກປະເທດຍີ່ປຸ່ນໃນຄັ້ງນີ້,ຂະແໜງການຂອງຕົນຈະນຳໄປປິ່ນປົວ
ແລະ ປ້ອງກັນພະຍາດສັດຢູ່ບັນດາແຂວງທີ່ມັກເກີດພະຍາດປາກເປື່ອຍລົງເລັບຄືທີ່ດັ່ງເຄີຍມີມາແລ້ວໃນໄລຍະຜ່ານມາ
ໃນນີ້ ຕົ້ນຕໍແມ່ນຈະສຸມໃສ່ການປ້ອງກັນພະຍາດປາກເປື່ອຍລົງເລັບຈຳນວນ
400.000 ເຂັມຢູ່ 8 ແຂວງພາກເໜືອຂອງລາວ ເປັນ ຕົ້ນຫລວງພະບາງ, ໄຊຍະບູລີ, ບໍ່ແກ້ວ,
ຫລວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ຊຽງ ຂວາງ ແລະ ແຂວງຫົວພັນ. ສ່ວນເຫລືອອີກ
200.000 ເຂັມ ຈະສຸມໃສ່ການປ້ອງກັນພະຍາດປາກເປື່ອຍລົງເລັບຢູ່ແຂວງສະຫວັນນະເຂດ
ແລະ ຈຳປາສັກ ເຊິ່ງໃນປັດຈຸບັນ ທາງຂະແໜງການທີ່ກ່ຽວຂ້ອງໄດ້ນຳຢາດັ່ງກ່າວລົງໄປແຂວງ
ເພື່ອສົ່ງໃຫ້ເມືອງ ແລະ ຂະແໜງລ້ຽງສັດເລັ່ງສັກຢາທີ່ກ່າວມານັ້ນໃຫ້ທັນກັບລະດູການ
ແລະ ສຳເລັດຕາມເປົ້າໝາຍ.
ເຖິງຢ່າງໃດກໍດີ ໃນສົກປີ
2012-2013,ການເຄື່ອນໄຫວປະ ຕິບັດວຽກງານວິຊາສະເພາະຂອງຂະແໜງການລ້ຽງສັດ ແລະ
ການປະມົງໄດ້ມີບາດກ້າວຂະ ຫຍາຍຕົວ ແລະ ໄດ້ຮັບຜົນສຳເລັດຈຳນວນໜຶ່ງ, ໃນນັ້ນ ທາງດ້ານວຽກງານສັດຕະວະແພດ ການສັກຢາກັນພະຍາດໃຫ້ແກ່ຝູງສັດລ້ຽງຍັງບໍ່ທົ່ວເຖິງ
ແລະ ບັນລຸໄດ້ຕາມແຜນການເມື່ອທຽບໃສ່ໄລຍະກ່ອນກໍນັບວ່າມີຄວາມຕັ້ງ ໜ້າພໍສົມຄວນ
ເຊິ່ງມັນໄດ້ສະແດງອອກສະເພາະແຕ່ເດືອນກຸມ ພາຜ່ານມາ,ໜ່ວຍງານສັດຕະວະແພດສາມາດຜະລິດຢາໄດ້ທັງໝົດ
313.515 ເຂັມ ແລະ ສະໜອງໃຫ້ແກ່ບັນດາຜູ້ປະກອບການ ແລະ ບັນດາແຂວງຕ່າງໆໄດ້ທັງໝົດ
429.000 ເຂັມ; ສາມາດສັກຢາປ້ອງກັນພະຍາດໃຫ້ແກ່ສັດ ລ້ຽງຂອງກະສິກອນໄດ້ທັງໝົດ
93.659 ໂຕ, ໃນນັ້ນ ມີຄວາຍ 10.485 ໂຕ, ງົວ 10.325 ໂຕ, ໝູ 5.378 ໂຕ, ສັດປີກ
63.909 ໂຕ, ແບ້ 763 ໂຕ, ໝາ 2.7999 ໂຕ ແລະ ໄດ້ປິ່ນປົວສັດເຈັບທີ່ເກີດຈາກການຕິດເຊື້ອພະຍາດໄດ້ທັງໝົດ
3.132 ໂຕ ໃນນີ້ມີຄວາຍ 510 ໂຕ, ງົວ 511 ໂຕ, ໝູ 600 ໂຕ, ແບ້ 91 ໂຕ ແລະ ສັດປີກ
193 ໂຕ.
No comments:
Post a Comment