Ad

Ad

29 March 2013

ປກສ ນະຄອນຫລວງເລັ່ງແກ້ໄຂບັນຫາຍໍ້ທໍ້ທາງສັງຄົມ



     ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເດືອນມີນານີ້ ມີສະພາບປະກົດການຫຍໍ້ທໍ້ເກີດຂື້ນຢູ່ນະຄອນ ຫຼວງວຽງຈັນ ຫຼາຍກວ່າ 100 ເລື່ອງໂດຍກຸ່ມຄົນ ບໍ່ດີຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບຕໍ່ສັງຄົມເຊັ່ນ: ຄ້າຂາຍ, ມົ້ວສຸມຢາເສບຕິດ, ປຸ້ນ ຈີ້ຊີງຊັບ, ດຶງຖົງ, ລັກລົດຈັກ, ລົດໃຫຍ່,ຕັ້ງກຸ່ມແກ໊ງຂີ່ລົດກວນ ເມືອງ ແລະ ອື່ນໆ ຊຶ່ງບັນຫາດັ່ງ ກ່າວທາງເຈົ້າໜ້າທີ່ໄດ້ຮີບຮ້ອນ ເລັ່ງແກ້ໄຂປາບປາມຢ່າງທັນການ.
         ທ່ານ ພັນໂທ ໄຊສຸວັນ ຮອງກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ສະພາບ ປາກົດການຫຍໍ້ທໍ້ໃນ ສັງຄົມທີ່ເກີດຂຶ້ນເຖິງວ່າຜ່ານມາ, ທາງເຈົ້າໜ້າທີ່ຈະເອົາໃຈໃສ່ແກ້ໄຂແຕ່ກໍຍັງ ມີສະພາບຫຍໍ້ທໍ້ເກີດຂຶ້ນຕໍ່ເນື່ອງ ໂດຍສະເພາະ ບັນຫາລັກຊັບ,ປຸ້ນ ຈີ້ຊີງຊັບ ແລະ ການມົ້ວສຸມຄ້າ ຂາຍຢາເສບຕິດ ຊຶ່ງກຸ່ມຄົນບໍ່ດີທີ່ ເຄື່ອນໄຫວແມ່ນໄດ້ໃຊ້ທັງອາວຸດ,ມີດ-ງ້າວ ແລະ ອື່ນໆສ້າງ ຄວາມອັນຕະລາຍໃນສັງຄົມແລະ ສ່ວນໃຫຍ່ຜູ້ທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບແມ່ນຍ້ອນສາເຫດ ຂອງການພົວພັນກັບສິ່ງເສບຕິດ, ໄວໜຸ່ມທີ່ບໍ່ມີວຽກເຮັດລວມທັງ ຂາດການສຶກສາອົບຮົມຈຶ່ງເຮັດໃຫ້ມີໜໍ່ແໜງສ້າງຄວາມ ບໍ່ສະຫງົບໃນສັງຄົມຊຶ່ງຜ່ານມາກໍໄດ້ ເກີດມີເຫດການໄວລຸ້ນດຶງຖົງ ຄົນຕ່າງປະເທດ ຢູ່ເຂດນ້ຳພຸ ບ້ານ ຊຽງຍືນ ເມືອງ ຈັນທະ ບູລີ ໂດຍ ຜູ້ກໍ່ເຫດຖືກເຄາະຮ້າຍມືເຂົ້າ ກົງລົດເຮັດໃຫ້ແຂນຂາດ ກ່ອນ ຈະຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ແລະ ໃນ ວັນທີ 10 ມີນາ ນີ້ ໄດ້ເກີດເຫດຄົນຮ້າຍກຸ່ມຄົນ ຮ້າຍ 6 ຄົນໃຊ້ອາວຸດປືນ ປຸ້ນຊັບ ຂອງປະຊາຊົນຢູ່ເຂດບ້ານທົ່ງສາງນາງ ໂດຍຄົນຮ້າຍ ໄດ້ໃຊ້ປືນທຸບຕີຫົວຜູ້ເສຍຫາຍທີ່ເປັນຜູ້ຍິງ ແລ້ວດຶງກະເປົາລົບໜີ ໄປຊຶ່ງທາງເຈົ້າໜ້າທີ່ກຳລັງເລັ່ງຕິດຕາມ ນຳຈັບຜູ້ກໍ່ເຫດມາດຳເນີນຄະດີ.

       ທ່ານ ພັນໂທ ໄຊສຸວັນ ພັນທະສຸກ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອຮັບປະ ກັນໃຫ້ ສັງຄົມມີຄວາມເປັນລະບຽບ ແລະ ມີຄວາມສະຫງົບທາງຄະ ນະບັນຊາການໄດ້ສັ່ງໃຫ້ບັນດາ ກອງບັນຊາການ ປກສ ທົ່ວນະຄອນຫຼວງຕ້ອງສືບຕໍ່ປັບປຸງວຽກງານຍົກສູງຄວາມຮູ້ຄວາມສາມາດ, ເປັນເຈົ້າໃນການຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ເພື່ອເກັບກຳຂໍ້ມູນຕິດຕາມກວດ ກາບັນດາເປົ້າໝາຍຫົວໂປ່ຕົວການຂອງພວກກໍ່ອາຊະຍາກຳ ໂດຍມີການວາງແຜນສະກັດກັ້ນ ຄົ້ນຄວ້າວິໄຈປະເມີນສະຖານະການຄັກແນ່ພ້ອມທັງແກ້ໄຂເປົ້າໝາຍໃຫ້ວ່ອງໄວຈະແຈ້ງ ແລະ ຖືກຕ້ອງຕາມກົດໝາຍ ແລະ ນອກຈາກຄວາມເປັນເຈົ້າການຂອງເຈົ້າໜ້າທີ່ແລ້ວຕ້ອງປຸກລະ ດົມໃຫ້ພໍ່-ແມ່ປະຊາຊົນທຸກຊັ້ນຄົນໃນສັງຄົມຊ່ວຍເປັນຫູເປັນ ຕາຊ່ວຍເຈົ້າໜ້າທີ່ເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຮ່ວມກັນຢ່າງເອົາຈິງເອົາຈັງ.

No comments:

Post a Comment