Ad

Ad

29 March 2013

ລ້ານຊ້າງມີເນໂຣນໃຫ້ຄວາມສຳຄັນຊ່ວຍຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນທ້ອງຖິ່ນ



       ບໍລິສັດ MMG ລ້ານຊ້າງ ມີເນໂຣນສ໌ລິມິເຕັດ ບໍ່ຄຳເຊ ໂປນ (MMG LXML Sepoon) ປະກອບສ່ວນ ສຳຄັນເຂົ້າ ໃນບັນດາເປົ້າໝາຍການຫລຸດຜ່ອນຄວາມທຸກຍາກຂອງລັດຖະບານລາວເຊິ່ງບໍ່ດົນມານີ້, ບໍລິສັດໄດ້ໃຫ້ການສະໜັບສະໜູນ ແກ່ປະຊາຊົນທ້ອງຖິ່ນເມືອງວິລະບູລີ ໂດຍຜ່ານຫລັກສູດການເຝິກອົບຮົມບໍລິຫານທຸລະກິດເປັນເວລາສອງປີ.
        ບັນດິດໃໝ່ໄດ້ຮັບໃບປະກາດດ້ານການບໍລິຫານທຸລະ ກິດຈາກໂຮງຮຽນເຕັກນິກວິ ຊາຊີບສະຫວັນນະ ເຂດ ເຊິ່ງ ພິມີມອບ-ຮັບໃບປະກາດຈັດ ຂຶ້ນຢູ່ບໍ່ຄຳເຊໂປນ ໃນວັນທີ 27 ມີນານີ້. ການສະໜອງການເຝິກອົບຮົມ ແມ່ນໜຶ່ງໃນຫລາຍໆ ວິທີທີ່ບໍ່ຄຳ ເຊໂປນພວມຊ່ວຍໃນການຫລຸດຜ່ອນຄວາມທຸກຍາກ. ຫລັກສູດການເຝິກອົບຮົມນີ້ພັດທະນາ ຄວາມຮູ້ຄວາມສາ ມາດດ້ານການບໍລິຫານ ເຊິ່ງຈະເຮັດໃຫ້ສະມາຊິກຊາວບ້ານທ້ອງຖິ່ນສາມາດປະກອບອາຊີບທີ່ຮຽກຮ້ອງການ ບໍລິຫານຢູ່ບໍ່ຄຳ ເຊໂປນ ຫລື ຢູ່ ເມືອງຂອງເຂົາເຈົ້າໄດ້. ນັບແຕ່ແຜນງານນີ້ໄດ້ສ້າງຕັ້ງຂຶ້ນໃນປີ 2006 ມີນັກສຶກສາຈົບຫລັກສູດນີ້ແລ້ວທັງໝົດ 39 ຄົນ, ໃນນັ້ນ 28 ຄົນບັນຈຸເຂົ້າເປັນພະນັກງານຢູ່ບໍລິສັດ. ສ່ວນຄົນອື່ນໆແມ່ນເຮັດວຽກຢູ່ເມືອງວິລະບູລີ ຫລື ພວມສຶກ ສາຕໍ່. ສະເພາະບັນດິດໃໝ່ທັງ 10 ຄົນ ແມ່ນມາຈາກຊຸດເຝິກອົບ ຮົມສົກປີ 2011, ໃນນັ້ນ 2 ຄົນມາ ຈາກຊົນເຜົ່າທີ່ໃຊ້ພາສາ ມອນ- ຂະແມ ທີ່ອາໄສຢູ່ອ້ອມຂ້າງບໍ່ຄຳເຊໂປນ. ເປົ້າໝາຍຂອງການເຝິກອົບຮົມນີ້ເພື່ອສະໜອງໂອກາດໃຫ້ແກ່ຊົນເຜົ່າທັງ ໝົດທີ່ອາໄສຢູ່ຂົງເຂດນີ້.

       ທ່ານ ບຸນສະໜິດ ອິນທິພາບ ຫົວໜ້າດ້ານການພັດທະນາ ແລະ ຮຽນຮູ້ ກ່າວວ່າ: ແຜນງານກາເຝິກອົບຮົມຂອງພວກ ເຮົາແມ່ນເນັ້ນໃສ່ປະຊາຊົນເມືອງວິລະບູລີໂດຍສະເພາະເປົ້າໝາຍຂອງພວກເຮົາເພື່ອສ້າງ ແລະ ເພີ່ມຈຳນວນບຸກຄະລາກອນ ທ້ອງຖິ່ນໃຫ້ ມີຄວາມຮູ້ຄວາມສາມາດ ເພື່ອ ມາເຮັດວຽກນຳບໍລິສັດຂອງພວກ ເຮົາ.ບັນດິດໃໝ່ເຫລົ່ານີ້ຈະນຳຄວາມຈະເລີນ ຮຸ່ງເຮືອງ, ຄວາມ ພາກພູມໃຈ ແລະ ຜົນສຳເລັດມາ ສູ່ຄອບຄົວ ແລະ ບ້ານຂອງເຂົາ ເຈົ້າເອງ.
         ນັບແຕ່ການຂຸດຄົ້ນ ແລະ ຜະລິດແຮ່ເລີ່ມຂຶ້ນໃນປີ 2003 ມີ ປະຊາຊົນໃນເມືອງຫລາຍກວ່າ 100 ຄົນ ໄດ້ຈົບຫລັກ ສູດການເຝິກອົບຮົມຄວາມຮູ້ຄວາມສາມາດທີ່ຈັດຂຶ້ນມາໂດຍສະເພາະເຊິ່ງຫລັກສູດການເຝິກອົບຮົມມີໄລຍະລະຫວ່າງ 18 ເດືອນເຖິງ 5 ປີ ຈຶ່ງສຳເລັດ.

No comments:

Post a Comment