Ad

Ad

29 March 2013

ລາວຟອດ ຊິຕີ ເປີດໂຕລົດເກັງຟອດ ຕໍລັດສ ຮຸ່ນໃໝ່



       ບໍລິສັດ ລາວຟອດ ຊີຕີ ໄດ້ ນຳສະເໜີລົດເກັງຮຸ່ນໃໝ່ ໃນວັນທີ 27 ມີນານີ້ ຢູ່ບ້ານ ໜອງຈັນ ເມືອງ ສີສັດຕະນາກ ນະ ຄອນຫຼວງວຽງຈັນ ໂດຍ ໄດ້ຮັບກຽດຈາກຜູ້ອຳນວຍ ການ, ຜູ້ຕາງຈາກ ບໍລິສັດ ຟອດ ປະຈຳພາກພື້ນອາຊີຕາເວັນອອກ ແລະ ມີບັນດາລູກຄ້າ ທົ່ວໄປເຂົ້າຮ່ວມນຳ​ດ້ວຍ.
       ທ່ານ ຈັນທະວີ​ໄລ ບຸດສາບາ ພະແນກຝ່າຍຂາຍ ລາວ ຟອດ ຊີຕີ ມີຄຳເຫັນໃນພິທີ​ດັ່ງກ່າວ​ວ່າ: ຕາງໜ້າຄະນະບໍລິຫານ ງານບໍລິ ສັດ ລາວຟອດ ຊີຕີ ແລະ ບໍລິສັດ RMA ກຣຸບ ປະຈຳ ລາວ ຂໍຂອບ ໃຈນຳບັນດາລູກຄ້າທີ່ໃຫ້ການ ສະໜັບສະໜູນ ບໍລິສັດໂດຍດີ ຊຶ່ງ ບໍລິສັດ ລາວຟອດ ຊີຕີ ຈຳກັດ ໄດ້ ສ້າງຕັ້ງຂຶ້ນໃນປີ 2004 ຊຶ່ງເປັນ ບໍລິສັດທີ່ໄດ້ຮັບ ອະນຸຍາດຈາກບໍ ລິສັດ ຟອດມໍເຕີໃຫ້ເປັນຜູ້ຈຳໜ່າຍ ລົດ ຟອດພຽງຜູ້ດຽວ ໃນປະເທດ ລາວ ​ແລະ ໄດ້ລວບລວມເອົາ ເຕັກໂນໂລຊີທີ່ທັນສະໄໝ ແລະ ນາຍຊ່າງທີ່ຊຳນານງານຈາກພາຍໃນ ແລະ ຕ່າງປະເທດ ເພື່ອ ຮອງຮັບການບໍລິການ ທີ່ມີຄຸນນະພາບ ຊຶ່ງໃນປີ 2012 ບໍ ລິສັດ​ກໍໄດ້ຮັບລາງວັນດີເດັ່ນປະຈຳປີ ຈາກ​ການເປັນ ຜູ້ຈຳໜ່າຍລົດ ຍົນແຫ່ງພາກພື້ນອາຊີ​ຕາເວັນອອກສຽງ​ໃຕ້. ສະ​ເພາະລົດເກັງ ຟອດຕໍລັດສຮຸ່ນໃໝ່ນີ້, ບໍລິສັດໄດ້ລວບລວມເອົາທັງຄວາມ ຫຼູຫຼາຄວາມສະດວກສະບາຍ, ຄວາມ ປອດໄພທີ່ມາພ້ອມກັບການ ອອກແບບ ແລະ ຕົກແຕ່ງພາຍໃນທີ່ທັນສະ​ໄໝ ເພື່ອ​ບໍລິການ​ລູກ​ຄ້າ​ໃຫ້​ມີ​ຄຸນ​ນະພາ​ບສູງ​ເດັ່ນ​ຂຶ້ນ.

No comments:

Post a Comment