Ad

Ad

29 March 2013

ພັນ​ລະ​ຍາ​ຮອງ​ປະທານ​ປະ​ເທດ​ມອບ​ອຸປະກອນ​ຜ່າຕັດ​ໃຫ້ໂຮງໝໍເມືອງຄູນ



          ໃນວັນທີ 28 ມີນາ ນີ້,ທ່ານ ຮສ ດຣ ບົວວັນ ແສນສະຖິດ ອຳນວຍການ ໃຫຍ່ໂຮງໝໍແມ່ ແລະ ເດັກ ໄດ້ຮັບອະ ນຸຍາດຕາງໜ້າ ທ່ານນາງ ຄຳມເມິງ ວໍລະຈິດ ພັນ​ລະ​ຍາ​ຮອງ​ປະທານ​ປະ​ເທດ ​ໄປມອບອຸປະກອນຜ່າຕັດໃຫ້ ໂຮງໝໍ ເມືອງຄູນ ແຂວງຊຽງຂວາງ, ​ໃນ​ນັ້ນ ລວມມີ ເຄື່ອງໂມ ນີເຕີ ຕິດຕາມລະບົບໝູນວຽນ ແລະ ລະບົບຫັນໃຈເວລາຜ່າຕັດ 1 ເຄື່ອງ, ເຕົາ ອົບ, ເຄື່ອງຜ່າຕັດ 1 ເຄື່ອງ ລວມ​ເປັນ​ມູນຄ່າ 40 ລ້ານ ກີບ.
         ທ່ານ ຮສ ດຣ ບົວວັນ ແສນ ສະຖິດ ກ່າວວ່າ: ເຄື່ອງອຸປະກອນການແພດ ທີ່ນຳ​ມາຊ່ວຍ ເຫຼືອແກ່ໂຮງໝໍດັ່ງກ່າວ​ກໍ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ການປິ່ນປົວບ ພາຍຫຼັງໂຮງ ໝໍເມືອງຄູນໄດ້ເປີດຫ້ອງຜ່າຕັດ ສຸກເສີນການປະສູດ-ພະ ຍາດຍິງ ແລະ ພະຍາດທົ່ວໄປ ​ເມື່ອ​ວັນ​ທີ 12 ກຸມພາ​ຜ່ານ​ມານີ້ ໂດຍການ ສະໜັບສະໜູນຂອງໂຮງໝໍແມ່ ແລະ ເດັກ ແລະ ໂຄງການໂຮງໝໍ ລາວ - ສະວິດ ເພື່ອ​ເຮັດ​ວຽກ​ງານ​ປິ່ນປົວສຸກເສີນ​ໃຫ້​ວ່ອງ​ໄວທັນເວ ລາ ແລະ ຍົກສູງຄຸນນະພາບການ ບໍລິ ການສາທາລະນະສຸກຂັ້ນ ເມືອງ ເຂັ້ມແຂງດີ​ຂຶ້ນກວ່າ​ເກົ່າ ​ເຊິ່ງນັບແຕ່ເປີດຫ້ອງຜ່າຕັດດັ່ງ ກ່າວ​ມານີ້ໂຮງໝໍໄດ້ຮັບຜ່າຕັດ ສຸກ ເສີນຄົນເຈັບ​ແລ້ວ 9 ກໍລະນີ ໃນນັ້ນຈຳນວນໜຶ່ງມາຈາກ ເມືອງໝອກ, ເມືອງ ທ່າທົມ ແລະ ເນື່ອງຈາກຫ້ອງຜ່າຕັດຍັງຂາດ​
ເຂີນອຸປະກອນຈຳນວນໜຶ່ງເພື່ອ ຮັບປະກັນໃຫ້ຄຸນນະພາບການ ບໍ ລິການດີຂື້ນ ແລະ ມີຄວາມປອດ ໄພແກ່ຄົນເຈັບ. ດັ່ງນັ້ນ ພັນ​ລະ​ຍາ​ຮອງ​ປະທານ​ປະ​ເທດ ຈຶ່ງ​ໄດ້​ຂົນຂວາຍ​ການ​ຊ່ວຍ​ເຫລືອ​ເຄື່ອງ​ມອບ​ເຄື່ອງອຸປະກອນການແພດ ທີ່ຈຳເປັນຄື ເຄື່ອງ ໂມນີເຕີລິງ ຕິດຕາມລະບົບໝູນວຽນ ແລະ ລະບົບຜ່າຕັດ ແລະ ອຸປະກອນ​ດັ່ງກ່າວ​ນຳ​ມາ​ຊ່ວຍ​ເຫລືອ ແລະ ຫວັງວ່າຈະນຳໃຊ້​ໃຫ້​ມີ​ຜົນ​ປະ​ໂຫຍ​ດສູງ​ສຸດ​ໃນ​ການປະກອບ ສ່ວນຫຼຸດຜ່ອນອັດຕາການຕາຍ ຂອງແມ່ ແລະ ເດັກລົງໄດ້.
      ທ່ານ ດຣ ບົວເກດ ວົງປະເສີດ ຫົວໜ້າໂຮງໝໍເມືອງຄູນ ກ່າວ ວ່າ: ໂຮງໝໍເມືອງຄູນ  ​ເຊິ່ງມີໜ້າ​ທີ່ໃຫ້ການປິ່ນປົວຄົນເຈັບທັງ ການຜ່າຕັດໃຫ້ກຳເນີດເດັກ ​ແລະ ຜ່ານ​ມາ,ສ່ວນໃຫຍ່ຜູ້ທີ່ມາບໍລິການແມ່ນປະຊາຊົນພາຍໃນ ເມືອງຄູນ ແລະ ເມືອງເຂດຊາຍແດນ.ສະນັ້ນ ເພື່ອເຮັດໃຫ້ຄຸນນະພາບການປິ່ນປົວໄດ້ດີຈຶ່ງຈຳເປັນຕ້ອງມີເຄື່ອງມືທັນສະໄໝ ໂດຍສະເພາະການຜ່າຕັດໃຫ້ກຳເນີດເດັກນີ້ ຖືເປັນວຽກງານທີ່ສຳຄັນໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ໃນ ເຂດຊົນນະບົດ.ປັດ​ຈຸ​ບັນນີ້ສະເລ່ຍ​ແລ້ວໃນແຕ່ລະວັນຈະມີຜູ້ມາບໍລິການປິ່ນປົວຢູ່ໂຮງໝໍດັ່ງກ່າວປະມານ 10 ກວ່າຄົນ ຊຶ່ງອີງ ໃສ່ໂຮງໝໍເປັນເຂດກັນດານຈຶ່ງເຮັດໃຫ້ການມາຝາກທ້ອງ ແລະ ປິ່ນປົວພະຍາດຂອງປະຊາຊົນມີຄວາ ລຳບາກເພາະ​ເສັ້ນທາງ​ຍາວ​ໄກແຕ່ແນວໃດກໍຕາມການໄດ້ຮັບເຄື່ອງອຸປະກອນດັ່ງກ່າວຈະເຮັດໃຫ້ຄຸນນະພາບການຜ່າຕັດ ແລະ ປິ່ນປົວຂອງໂຮງໝໍດີ ຂຶ້ນກວ່າ​ເກົ່າ.
       ທ່ານ ຮສ ດຣ ບົວວັນ ແສນ ສະຖິດ ກ່າວຢ້ຳວ່າ: ລາວ ເປັນ ປະເທດທີ່ຍັງພົບບັນຫາການ ຕາຍຂອງແມ່ ແລະ ເດັກ ທີ່ຢູ່ໃນລະດັບຫລາຍທຽບໃສ່ປະເທດໃກ້ ຄຽງ ຊຶ່ງເນື່ອງຈາກຈຳນວນ ແພດໝໍຍັງບໍ່ພຽງພໍລວມທັງ ເຄື່ອງມືອຸປະກອນຜ່າຕັດ ທີ່ທັນສະໄໝຍັງ​ຂາດ​ເຂີນ ​ແລະ ​ໃນ​ຜ່ານ​ມາການກຳເນີດຂອງເດັກ​ໃນ​ເຂດ​ດັ່ງ່ກາວສ່ວນໃຫຍ່ຈະເກີດຕາມທຳມະຊາດ ຫຼື ຈາກ ໝໍຕຳແຍ ຈຶ່ງ​ເປັນຄວາມ​ສ່ຽງເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກສູງ.ຈາກການສຳຫຼວດເມື່ອບໍ່ດົນມານີ້ພົບວ່າ: ໃນລາວ ອັດຕາການຕາຍຂອງແມ່ ແລະ ເດັກມີ 300 ກວ່າຄົນໃນແຕ່ລະປີ. ດັ່ງນັ້ນ​ຜ່ານ​ມາ:ລັດຖະບານກໍຄືກະຊວງສາທາລະນະສຸກ ກໍ ໄດ້ສຸມໃສ່ໃນການຫຼຸດຜ່ອນບັນຫາດັ່ງກ່າວພ້ອມດຽວກັນກໍຍັງໄດ້ສຸມໃສ່ຍົກສູງຄຸນນະພາບແພດໝໍ ແລະ ຂະຫຍາຍສຸກສາ ລາໄປເຂດຊົນນະບົດເພື່ອບໍລິການ​ສາທາລະນະ​ສຸກ​ໄດ້​ກວ້າງຂວາງ ​ແລະ ຮັບປະກັນ​ດີ​ຂຶ້ນກວ່າ​ເກົ່າ.

No comments:

Post a Comment