Ad

Ad

29 March 2013

ລັດຖະບານຊີ້ນຳເຈົ້າຫນ້າທີ່ກ່ຽວ ຂ້ອງຮີບຮ້ອນແກ້ບັນຫາສິນຄ້າ ແພງໄລຍະປີໃຫມ່ລາວນີ້



          ທ່ານນາຍົກລັດຖະມົນຕີໃຫ້ ທິດຊີ້ນຳສະມາຊິກລັດຖະບານ ເອົາ ໃຈໃສ່ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການ ສວຍໂອ ກາດຂື້ນລາຄາຕາມໃຈໂດຍສະ ເພາະ ແມ່ນໄລຍະປີໃໝ່ລາວທີຈະມາເຖິງ ນີ້,ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຕ້ອງເລັ່ງຕິດຕາມ​ກວດ ກາແກ້ໄຂປະເພດສິນຄ້າທີ່ຕິດພັນກັບຊີວິດຂອງປະຊາຊົນພ້ອມໃຫ້ສົ່ງເສີມ ການຜະລິດລະດູແລ້ງລວມເຖິງການບົວລະບັດຮັກ ສາການສະໜອງວັດຖຸປັດໄຈ  ແລະ ນ້ຳໃຫ້ແກ່ການຜະລິດຢ່າງພຽງພໍ.     
          ແນວໃດກໍດີເພື່ອເປັນການສະກັດກັ້ນແລະແກ້ໄຂບັນຫາລາຄາສິນຄ້າແພງກອງປະຊຸມລັດຖະບານສະໄໝສະມັນປະ ຈຳເດືອນມີນາ2013 ໃນລະຫວ?າງວັນທີ19-20ມີນາ , ທ່ານ ທອງສິງ ທຳມະວົງ ນາ ຍົກລັດຖະມົນຕີໄດ້ຊີ້ນຳສະມາຊິກລັດ ຖະບານເອົາໃຈໃສ່ຈັດຕັ້ງ ປະຕິບັດວຽກງານຈຸດສຸມໃນ ເດືອນເມສາທີ່ຈະມາເຖິງນີ້ໂດຍ ເນັ້ນໃຫ້ເອົາໃຈໃສ່ຄຸ້ມຄອງລາຄາ ສິນ ຄ້າບໍ່ໃຫ້ມີການສວຍໂອກາດ ຂື້ນລາຄາຕາມໃຈ,ຄຸ້ມຄອງລາ ຄາສິນຄ້າໃນໄລຍະປີໃໝ່ລາວ ແລະຮີບຮ້ອນແກ້ໄຂບັນຫາລາຄາ ສິນຄ້າທີ່ເພີ່ມຂຶ້ນໄວເປັນຕົ້ນແມ່ນສິນຄ້າຕິດພັນກັບຊີວິດຕົວຈິງຂອງພະນັກງານແລະປະຊາຊົນ. ຂະນະທີ່ຍັງໄດ້ມີການແນະ ນຳສະມາຊິດລັດຖະບານໃຫ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການປູກພືດສະດູແລ້ງ ແລະ ການ ບົວລະບັດຮັກສາ
ເຂົ້ານາແຊງ, ສະໜອງວັດຖຸປັດໄຈລວມເຖິງການສະໜອງນ້ຳໃຫ້ແກ່ການຜະລິດຢ່າງພຽງພໍ.ຈາກການຊີ້ນຳ ດັ່ງກ່າວ,ຖ້າຫາກນ ຳມາຈັດຕັ້ງປະຕິບັດຕົວຈິງກໍຈະມີຜົນດີຕໍ່ລາຄາສິນຄ້າທີອາດປ່ຽນແປງໄປໃນລາຄາທີ່ພໍໃຈເນື່ອງຈາກປັດຈຸບັນປະຊາຊົນເດືອດ ຮ້ອນແຮງ ແລະຕ້ອງຕິດຕາມເບິ່ງນຳກັນວ່າ:ຕໍ່ຈາກນີ້ໄປຫາຕົ້ນເດືອນໜ້າ ສະພາບການຂອງລາຄາສິນຄ້າ ອຸປະໂພກ-ບໍລິໂພກຢູ່ ປະເທດເຮົາ ຈະປ່ຽນແປງໄປໃນທິດທາງໃດ. ປັດຈຸບັນລາຄາສິນຄ້າຢູ່ຕາມ ທ້ອງຕະຫຼາດໃນນະຄອນຫຼວງວຽງຈັນປະເພດຊີ້ນ ງົວ -ຄວາຍ ແມ່ນຈຶ້ງຢູ່ລະຫ່ວາງ 70 ພັນກີບ ຕໍ່ກິໂລ,ໜູຂຶ້ນເປັນ 35 ພັນ ກີບຕໍ່ ກິໂລແລະສິນຄ້າອື່ນໆທີ່ຈຳເປັນໃນການດຳ ລົງຊີວິດຂອງປະຊາຊົນຍັງແພງຢູ່.
      ແຕ່ຕົ້ນປີ 2013 ເປັນຕົ້ນມາ, ສະພາບລາຄາສິນຄ້າຕາມທ້ອງຕະຫຼາດມີຄວາມສັບສົນໂດຍສະເພາະແມ່ນສິນຄ້າ ອຸປະ ໂພກ ແລະ ບໍລິໂພກຫຼາຍຊະນິດໄດ້ສືບຕໍ່ປັບ ຂຶ້ນລາຄາຢ່າງຕໍ່ເນື່ອງໂດຍບໍ່ມີທ່າທີວ່າຈະຫຼຸດລົງຈົນມາຮອດປັດຈຸບັນ ອັນໄດ້ ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຢ່າງຫຼວງຫຼາຍ ຍ້ອນຄ່າໃຊ້ຈ່າຍຫຼືຄ່າຄອງຊີບແຕ່ລະມື້ເພີ່ມສູງຂຶ້ນ. ການແພງຂຶ້ນຂອງລາ ຄາສິນຄ້າໄດ້ເປັນຄຳ ຖາມຄາໃຈບໍ່ໜ້ອຍຕໍ່ປະຊາຊົນ ກ່ຽວກັບຕົ້ນເຫດຂອງການ ປັບ ຂຶ້ນເຊິ່ງຜູ້ບໍລິໂພກບາງຄົນສະ ແດງທັດ ສະນະວ່າ:ເກີດຈາກແມ່ຄ້າຕາມທ້ອງຕະຫຼາດປັບຂຶ້ນເອງ, ການປັບຂຶ້ນເງິນເດືອນພະນັກງານລັດ, ຂະນະທີ່ຂອດການສະ ໜອງ ອາດເປັນສ່ວນສຳຄັນ ທີ່ສຸດຂອງການເໜັງຕີງດັ່ງກ່າວ ເພາະວ່າປັດຈຸບັນລາວເຮົາຍັງບໍ່ ສາມາດຜະລິດສະບຽງອາຫານ ໄດ້ຢ່າງ ພຽງພໍກັບການບໍລິໂພກ ພາຍໃນຍ້ອນສ່ວນໃຫຍ່ແມ່ນຍັງຜະລິດພຽງແຕ່ກຸ້ມກິນເທົ່ານັ້ນສ່ວນການຜະລິດເປັນສິນຄ້າເພື່ອ ປ້ອນຕະຫຼາດແລະສັງຄົມ ແມ່ນຍັງມີຈຳກັດຈຳເປັນຕ້ອງນຳເຂົ້າບາງຢ່າງຈາກປະເທດໃກ້ຄຽງ.
          ອີງຕາມຂໍ້ມູນຈາກກະຊວງກະສິກຳແລະປ່າໄມ້ລະບຸ ວ່າ:ສະເພາະເດືອນກຸມພາທີ່ຜ່ານມາການຜະລິດເພື່ອຕອບ ສະ ໜອງຊີ້ນ-ປາພາຍໃນປະເທດບັນລຸໄດ້ ປະເພດງົວ-ຄວາຍ 47 ພັນກວ່າໂຕ, ໝູແບ້ 27 ພັນກວ່ໂຕ, ສັດປີກເກືອບ 3 ແສນໂຕ, ປາ5ຮ້ອຍກວ່າໂຕນ ແລະ ໄຂ່ໄກ່ຫຼາຍກວ່າ 1 ລ້ານ ໜ່ວຍ, ເຖິງຈະຜະລິດໄດ້ຫຼາຍກໍຕາມໃນເວລາດຽວກັນນັ້ນກໍຍັງໄດ້ນຳເຂົ້າ ຊີ້ນ-ປາກວ່າ 24 ພັນ ໂຕນຈາກສສຫວຽດນາມ, ໄທ ແລະ ສປ ຈີນ ໃນນີ້ສ່ວນຫຼາຍແມ່ນຊີ້ນໝູ, ຊີ້ນງົວ,ໄ ກ່ປອກ ແລະ ອາ ຫານທະເລ. ນອກນີ້ຍັງມີການນຳເຂົ້າແນວພໍ່ແມ່ໝູພັນ, ໄກ່, ໄຂ່ ລວມເຖິງສັດປະເພດອື່ນໆ ແລະ ຫົວອາຫານ.

No comments:

Post a Comment