Ad

Ad

29 March 2013

ອະດີດປະທານສະພາແຫ່ງຊາດຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ



         ໃນຕອນເຊົ້າຂອງວັນທີ 28 ມີນານີ້,  ທ່ານນາງ ຕ໋ອງ ທິຟອງ ກຳມະການ ກົມການເມືອງສູນກາງພັກກອມມູນິດ ຫວຽດນາມ, ຮອງປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະໄດ້ຮັບກຽດຢ້ຽມຢາມ ແລະ ພົບປະ ກັບ ທ່ານ ສະໝານ ວິຍະເກດ ອະດີດປະ ທານສະພາແຫ່ງ​ຊາດ ແຫ່ງ ສປປ ລາວ ຢູ່ ເຮືອນພັກຂອງເພີ່ນເອງ ໃນໂອກາດເດີນ ທາມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 27-31 ມີນານີ້ ຕາມຄຳເຊີນຂອງທ່ານ ດຣ. ໄຊສົມພອນ ພົມວິ ຫານ ຮອງປະທານສະພາແຫ່ງຊາດລາວ.
        ທ່ານ ສະໝານ ວິຍະເກດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ພ້ອມທັງຕີລາຄາສູງຕໍ່ທ່ານນາງ ຕ໋ອງ ທິຟອງ ພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນເທື່ອນີ້ ເຊິ່ງເປັນການປະກອບສ່ວນ ອັນສຳຄັນເຂົ້າ ໃນການການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການ ຮ່ວມ ມືຮອບດ້ານລະຫວ່າງສອງ ພັກ-ສອງລັດຂອງພວກ   ເຮົາເວົ້າລວມ, ເວົ້າສະເພາະກໍຄືການເສີມ ຂະຫຍາຍສາຍພົວພັນ ແລະ ຮ່ວມ ມືລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ນັບ ກ້າວໜ້າຂະຫຍາຍຕົວຂຶ້ນໄປເລື້ອຍໆ.

         ໃນໂອກາດດັ່ງກ່າວ, ຮອງ ປະທານສະພາແຫ່ງຊາດຫວຽດ ນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ອະດີດປະທານ ສະພາແຫ່ງຊາດແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນພ້ອມທັງຢືນຢັນວ່າ: ຈະເສີມຂະຫຍາຍ ການພົວພັນຮ່ວມ ມືລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ມີຜົນ ສຳເລັດຂຶ້ນເລື້ອຍໆໄປ.
        ໃນ​ໂອກາດ​ດຽວກັນ​ນີ້, ຮອງ ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຍັງ​ໄດ້​ເດີນທາງ​ໄປ​ຢ້ຽມ ຢາມທ່ານ ສີສະ​ຫວາດ ​ແກ້​ວບຸນ​ພັນ ອະດີດປະທາ​ນສູນ​ກາງ​ແນວ​ລາວ​ສ້າງ​ຊາດຢູ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ແລະ ໄດ້ຢ້ຽມ ຢາມຄອບຄົວທ່ານໜູຮັກ ພູມສະຫວັນ.
         ນອກຈາກເຂົ້າຢ້ຽມຢາມ ແລະ ພົບປະອະດີດການນຳລາວ, ທ່ານນາງ ຕ໋ອງ ທິຟອງ ພ້ອມຄະນະກໍໄດ້ຢ້ຽມຢາມສະ ຖານທີ່ທ່ອງທ່ຽວຕ່າງໆຢູ່ນະຄອນຫລວງວຽງຈັນຈຳນວນໜຶ່ງ.

No comments:

Post a Comment