Ad

Ad

1 April 2013

ປະຊາຊົນເມືອງວິລະບູລີ ຮຽນຮູ້ລະບຽບຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມການນຳໃຊ້ເງິນກີບ



      ໃນວັນທີ 27 ມີນາ 2013 ຢູ່ ສະໂມສອນຫ້ອງວ່າການປົກ ຄອງເມືອງວີລະບູລີ ທ່ານ ບຸນວົງ ດວງດອກເກດ ຫົວຫນ້າ ທະນາຄານແຫ່ງ ສປປ ລາວ ສາຂາ ແຂວງສະຫວັນນະເຂດໄດ້ເຜີຍແຜ່ລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ສົ່ງເສີມ ການນຳໃຊ້ເງິນກີບ. ຈຸດປະສົງເພື່ອໂຄສະນາ ແລະ ສ້າງຄວາມເຂົ້າໃຈກ່ຽວກັບລະບຽບການດັ່ງກ່າວ ແລະ ເພື່ອເຮັດໃຫ້ສັງຄົມ ພາຍເມືອງໄດ້ຮັບຮູ້ ແລະ ເຫັນໄດ້ຄວາມສຳຄັນໃນການປົກປັກຮັກສາ ແລະ ຍົກສູງຄຸນຄ່າຂອງເງິນກີບ.
      ທ່ານ ບຸນວົງ ດວງດອກເກດ ກ່າວວ່າ : ການເຜີຍແຜ່ຄັ້ງນີ້ ຈະ ເຮັດໃຫ້ປະຊາຊົນເມືອງວີລະບູລີ ປະກອບສ່ວນໃນການ ຈັດຊື້, ສິ່ງຂອງຕ່າງໆເປັນເງິນກີບໂດຍ ຫລີກເວັ້ນການຊຳລະສິນຄ່າ ເປັນເງິນຕາຕ່າງປະເທດ, ເຮັດໃຫ້ສັງຄົມຫັນເຂົ້າສູ່ລະ ບຽບ ຫລັກການຄຸ້ມຄອງເງິນຕາຕ່າງປະເທດ ແລະ ວັດຖຸມີຄ່າໃຫ້ຄ່ອງຕົວ ແລະ ສາມາດຮັກສາໄດ້ສະຖຽນລະພາບຂອງອັດຕາແລກ ປ່ຽນເງິນກີບກັບເງິນຕາຕ່າງປະເທດ.
      ໃນການເຜີຍແຜ່ລະບຽບດັ່ງ ກ່າວ ໂດຍມີ ທ່ານ ບົວສອນ ມະຫາວົງ ເຈົ້າເມືອງວິລະບູລີ, ມີອຳນາດການປົກຄອງທ້ອງ ຖິ່ນ, ບັນດາຜູ້ປະກອບການທຸລະກິດພາຍໃນເມືອງດັ່ງກ່າວເຂົ້າຮ່ວມຫຼາຍກວ່າ 100 ຄົນ.

No comments:

Post a Comment