Ad

Ad

1 April 2013

ກອງປະຊຸມວິສາມັນຂອງຄະນະກຳມະການປະສົມປັກຫລັກຫມາຍຊາຍແດນລາວ-ຫວຽດນາມ



      ກອງປະຊຸມວິສາມັນກ່ຽວກັບ ວຽກງານໂຄງການປັກຫລັກ ໝາຍຖີ່ ແລະ ບູລະນະລະບົບ ຫລັກໝາຍຊາຍແດນປະເທດ ລາວ ແລະ ຫວຽດນາມ ໄດ້ໄຂ ຂຶ້ນຢ່າງເປັນທາງການ ແຕ່ວັນທີ 26-28 ມີນາແລ້ວນີ້ ຢູ່ແຂວງ ຫລວງພະບາງ ສປປ ລາວ, ຝ່າຍລາວນຳໂດຍທ່ານ ບຸນເກີດ ສັງ ສົມສັກ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ປະ ທານຄະນະກຳມະການ ປະສົມປັກຫລັກໝາຍຊາຍແດນລາວ- ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ໂຮ່ ຊວນ ເຊີນກຳມະການສູນກາງ ພັກກອມມູນິດຫວຽດນາມ, ລັດຖະມົນຕີ ຊ່ວຍວ່າການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະສົມປັກ ຫລັກໝາຍຊາຍແດນຫວຽດນາມ-ລາວ, ມີຜູ້ຕາງໜ້າຈາກກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຈາກສູນກາງຂອງສອງ ປະເທດ.
      ສອງຝ່າຍໄດ້ສະແດງຄວາມ ປິຕິຍິນດີຕໍ່ຜົນສຳເລັດໃນການຈັດ ຕັ້ງປະຕິບັດໂຄງການປັກຫລັກໝາຍຖີ່ ແລະ ບູລະນະ ລະບົບຫລັກໝາຍຊາຍແດນປະເທດລາວ-ຫວຽດນາມ ທີ່ໄດ້ດຳເນີນ ແຕ່ປີ 2008 ມາເຖິງປັດຈຸບັນສາມາດກຳນົດຈຸດທີ່ຕັ້ງ ຫລັກໝາຍ ໄດ້ຈຳນວນ 823 ຫລັກໝາຍ ເທົ່າ ກັບ 98,5% ແລະ ສຳເລັດການກໍ່ ສ້າງຫລັກໝາຍຊາຍແດນຢູ່ເນື້ອທີ່ຕົວຈິງ ຈຳນວນ 763 ຫລັກ ໝາຍ ເທົ່າກັບ 91,4% ຂອງຈຳ ນວນຫລັກໝາຍທັງໝົດ 835 ຫລັກໝາຍ, ຈຳນວນຫລັກໝາຍທີ່ ເຫລືອຈະສາມາດດຳເນີນການໃຫ້ສຳເລັດກ່ອນເດືອນມິຖຸນາ 2013 ນີ້ ແລະ ສອງຝ່າຍຈະກະກຽມການຈັດຕັ້ງພິທີລະດັບ ຊາດ ເພື່ອສະເຫລີມສະຫລອງຫລັກ ໝາຍຊາຍແດນຫລັກສຸດທ້າຍຂອງໂຄງການໃນທ້າຍເດືອນມິຖຸນາທີ່ຈະມາເຖິງນີ້.
ໃນກອງປະຊຸມເທື່ອນີ້, ສອງຝ່າຍເປັນເອກະ ພາບກັນແກ້ໄຂຈຸດຄົງຄ້າງຈຳນວນໜຶ່ງທີ່ເກີດຂຶ້ນໃນໄລຍະການດຳເນີນໂຄງການ ປັກຫລັກໝາຍຖີ່ ແລະ ບູລະນະລະບົບຫລັກໝາຍຊາຍແດນປະເທດລາວ-ຫວຽດນາມ. ນອກຈາກນັ້ນ ສອງ ຝ່າຍໄດ້ກະ ກຽມລົງນາມຂໍ້ຕົກລົງລະຫວ່າງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ລັດ ຖະບານແຫ່ງ ສາ ທາລະນະລັດສັງຄົມນິຍົມຫວຽດນາມ ວ່າດ້ວຍການແກ້ໄຂບັນຫາຜູ້ຍົກ ຍ້າຍຕັ້ງພູມລຳເນົາຕາມລຳພັງ ໃຈ ແລະ ສ້າງ ຄອບ ຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນຂອງສອງປະເທດໃນເດືອນມິຖຸນາເຊັ່ນດຽວກັນ ໂດຍທັງໝົດນີ້ ທັງສອງຝ່າຍ ຈະໄດ້ນຳລາຍງານລັດຖະບານຂອງທັງສອງປະເທດໃຫ້ການຮັບຮອງ.

No comments:

Post a Comment