Ad

Ad

1 April 2013

ສະພາແຫ່ງຊາດລາວ-ກຳປູເຈຍແລກປ່ຽນບົດຮຽນເປົ້າຫມາຍສະຫັດສະວັດເພື່ອການພັດທະນາ



        ໃນວັນທີ 28 ມີນາ 2013 ນີ້, ຢູ່ໂຮງແຮມມະໂນລັກ ແຂວງຫຼວງພະບາງ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ ກ່ຽວ ກັບການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ (MDG’s) ລະຫວ່າງ ສະມາຊິກ ລັດຖະສະພາແຫ່ງ ສປປ ລາວ ແລະ ສະມາຊິກລັດຖະສະພາ ແຫ່ງລາຊະອານາຈັກກຳປູເຈຍ ໂດຍການເປັນປະທານຮ່ວມຂອງ ທ່ານ ສຈ. ດຣ. ພອນເທບ ພົນເສນາ ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ- ສັງຄົມສະພາແຫ່ງຊາດລາວ ແລະ ທ່ານ ນາງ ໂຮ ນວນ (H.E. Mrs. HO NAUN) ປະທານກຳ ມາທິການສາທາລະນະສຸກ, ສະ ຫວັດດີການສັງຄົມ-ນັກຮົບເກົ່າ, ຟື້ນຟູຊາວໜຸ່ມ, ແຮງ ງານ, ບຳ ລຸງຊີບ ແລະ ວຽກງານແມ່ຍິງ ( ກຳມາທິການທີ 8 ) ຂອງສະພາ ແຫ່ງຊາດ ແຫ່ງລາຊະອານາ ຈັກກຳປູເຈຍ, ມີສະມາຊິກສາພາແຫ່ງຊາດຈາກສອງປະເທດ, ໃນນັ້ນມີ ສສຊ ຈາກເຂດເລືອກຕັ້ງທີ 4, 6 ແລະ 7, ຕາງໜ້າ ພະແນກສາທາລະນະສຸກ ແຂວງຫຼວງພະບາງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
        ຈຸດປະສົງໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກ ປ່ຽນຄວາມຄິດຄວາມເຫັນກ່ຽວກັບເປົ້າໝາຍສະຫັດສະວັດ ລະຫວ່າງ ສອງກຳມາທິການສະພາແຫ່ງຊາດລາວ- ກຳປູເຈຍ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະພາແຫ່ງຊາດ ແລະ ແຜນການເຄື່ອນ ໄຫວຂອງສະມາຄົມຂອງສະມາຊິກສະພາ ແຫ່ງຊາດ ເພື່ອສົ່ງເສີມວຽກງານປະຊາກອນ, ການພັດທະນາ ແລະ ການເລັ່ງລັດ ຈັດຕັ້ງປະຕິບັດບັນລຸເປົ້າໝາຍສະຫັດສະວັດເພື່ອການພັດທະນາໂດຍເລັ່ງໃສ່ 9 ເປົ້າໝາຍ ໂດຍສະເພາະແມ່ນເປົ້າ ໝາຍທີ 5 ຄື ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ.

          ໃນກອງປະຊຸມດັ່ງກ່າວ,ຜູ້ ເຂົ້າຮ່ວມຍັງໄດ້ຖາມ-ຕອບ ແລກ ປ່ຽນຫຼາຍບັນຫາທີ່ສົນໃຈ ຊິ່ຶງຈ ເປັນບົດຮຽນອັນລ້ຳ ຄ່າ ໂດຍສະເພາະແມ່ນສຸຂະພາບຂອງແມ່ ແລະ ເດັກກໍຄືປະຊາກອນທົ່ວໄປເພື່ອເປັນບົດຮຽນນຳໄປໝູນໃຊ້ໃນວຽກງານຕົວ ຈິງ.

No comments:

Post a Comment