Ad

Ad

6 March 2013

ລາວ-ຫວຽດນາມ ເພີ່ມ​ທະວີ​ແລກປ່ຽນ​ບົດຮຽນ​ປູກ​ຕົ້ນຢາງພາລາ



      ​ເມື່ອ​ມໍ່​ໆ​ມານີ້, ຄະນະ​ຜູ້​ແທນ​ຂະ​ແໜງ​ການ​ກ່ຽວຂ້ອງ​ຕ່າງໆ​ຂອງ​ແຂວງ​ອຸດົມ​ໄຊ ​ໄດ້​ໄປ​ຢ້ຽມ ຢາມ​ແລກປ່ຽນ​ບົດຮຽນ​ໃນ​ການ​ປູກ ​ແລະ ບົວລະບັດ​ຮັກສາ​ຕົ້ນ ຢາງພາລາ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ກາວ​ຊູ​ດຽນບຽນ ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ກາວ​ຊູ​ເລກ II ລາຍ​ເຈົາ ສສ ຫວຽດນາມ ​ໃນ​ເນື້ອທີ່ 7.000 ​ເຮັກຕາ ທີ່​ໄດ້​ປູກ​ຢູ່​ແຂວງ​ດຽນ ບຽນ ​ແລະ ລາຍ​ເຈົາ ​ແຕ່​ປີ 2008 ​ເປັນຕົ້ນ ມາ ​ແລະ ​ເຫັນ​ວ່າການ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ​ດັ່ງກ່າວ​ບໍ່​ພຽງ​ແຕ່​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ​ໃຫ້​ປະຊາຊົນ​ມີ​ລາຍ​ຮັບ​ທີ່​ໝັ້ນຄົງ​ເທົ່າ​ນັ້ນ ມັນ​ຍັງ​ປະກອບສ່ວນ​ກະຕຸກ​ຊຸກຍູ້​ເສດຖະກິດ​ຂອງ​ທ້ອງ​ຖິ່ນ ກໍ​ຄື​ຂອງ​ຊາດ​ໃຫ້​ເຕີບ​ໃຫຍ່​ເຂັ້ມ​ແຂງ​ນຳ​ອີກ.
    ​ໃນ​ໂອກາດ​ຖອດ​ຖອນ​ບົດຮຽນ​ອັນ​ມີ​ຄຸນຄ່າ​ນັ້ນ, ຄະນະ​ນຳ ກໍ​ຄື​ຄະນະ​ຮັບຜິດຊອບ​ໂຄງ ການ​ປູກ​ຕົ້ນຢາງພາລາ​ແຂວງ​ອຸດົມ​ໄຊ ກໍ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດ​ການ​ໄປ​ແລກປ່ຽນ​ບົດ ຮຽນ ​ແລະ ປະ ສົບ​ການ​ປູກ ​ແລະ ບົວລະບັດ​ຮັກ ສາ​ຕົ້ນຢາງພາລາ​ຢູ່​ສອງ​ແຂວງ​ດັ່ງກ່າວ ​ແລະ ​ໃຫ້​ຄວາມ​ຫວັງ​ວ່າ​ຈະ​ນຳ​ເອົາ​ບົດຮຽນ​ອັນ​ປະ​ເສີດນີ້​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ​ໃຫ້​ເກີດ​ດອກ​ອອກ​ຜົນ.

No comments:

Post a Comment