Ad

Ad

6 March 2013

ສະ​ຖາ​ບັນ​ການ​ເງິນຈຸ​ລະ​ພາກ ​ເມືອງ ນາ​ຊາຍ​ທອງ ເປັນ​ສ່ວນປະກອບສຳຄັນ​ໃນ​ການແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ



           ​ກະສິກອນ​ເມືອງນາ​ຊາຍ ​ທອງ ນະຄອນຫຼວງ​ວຽງ​ຈັນ ແລະ ບາງ​ເຂດ​ຂອງ​ແຂວງ ວຽງ​ຈັນ ໄດ້ພົບ​ທາງ​ເລືອກ​ໃໝ່​ໃນ​ການ​ເຂົ້າຫາ​ແຫຼ່ງທຶນ​ການ​ຜະລິດສິນ ຄ້າ​ກະສິກຳ ​ແລະ ການ​ບໍລິການ ພາຍ​ຫຼັງ​ໄດ້​ສ້າງຕັ້ງສະຖາ​ບັນ​ການ​ເງິນ​ຈຸ​ລະ​ພາກທີ່ຮັບ​​ເງິນ ຝາກ​ພັດທະນາ​ ​ແລະ ບໍລິການ​ເງິນ​ກູ້ຢູ່ເມືອດັ່ງກ່າວ. ​ຜູ້ອຳນວຍ ການ​ສະ​ຖາ​ບັນ​ການ​ເງິນ​ດັ່ງກ່າວ ຊີ້​ໃຫ້​ເຫັນ​ວ່າ: ການ​ສະໜອງ​ປັດ​ໄຈ​ທຶນຮອນ​ໃນ​ໄລຍະ​ຜ່ານມາ​ໄດ້​ຊ່ວຍເຮັດ​ໃຫ້​ຄຸນ​ນະພາ​ບ ​ແລະ ລະດັບ​ຊີວິດ​ການ​ເປັນ​ຢູ່ຂອງປະ ຊາຊົນ​​ດີ​ຂຶ້ນ ພ້ອມກຽມ​​ເພີ່ມ​ງົບ ປະມານ​ເຂົ້າ​ໃນ​ກອງ​ທຶນ​ເພື່ອ​ສ້າງ​ເງື່ອນ​ໄຂ ​ແລະ ການ​ບໍລິການ​ໃໝ່​ໃຫ້​ຫລາຍ​ກວ່າ​ເກົ່າ. 
           ທ່ານ ຄຳ​ປະສົງ ມຸນິ​ວົງ ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ ​ເມືອງ ນາ​ຊາຍ​ທອງ ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ລາວ​ພັດທະນາວ່າ: ສະ​ຖາ​ບັນ​ການ​ເງິນຂອງ​ຕົນ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ​ໃນ​ປີ 2001 ​ເ​ຊິ່ງ​​ໃນ​ເບື້ອງຕົ້ນເລີມ​ຈາກ​ກອງ​ທຶນສະ ຫະກອນ ໂດຍ​ໄດ້​ຮັບ​ການ​ອະນຸ ຍາດສ້າງຕັ້ງ​ຢ່າງ​ເປັນ​ທາງ​ການ​ຈາກທະນາຄານ​ກາງ ​ແລະ ​​ໄດ້​ຮັບ​ໃບ​​ທະບຽນເປີດ​ສະ​ຖາ​ບັນ​ການ​ເງິນ​ທີ່​ຮັບ​ເງິນ​ຝາກຈາກ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້ານັບ​ແຕ່​ເດືອນຕຸລາ 2010 ແນ​ໃສ່​ເຮັດ​ໃຫ້​ປະຊາຊົນ​ມີ​ທຶນຮອນ ພຽງພໍ​ ​ເພື່ອ​ນຳ​​ໃຊ້ເຂົ້າ​ໃນ​ການ ປູກຟັງ, ລ້ຽງສັດ, ການ​ຜະລິດ ​ເຄື່ອງຫັດຖະກຳ ​ແລະ ການ​ບໍລິ ການຕ່າງໆ.ພ້ອມ​ນັ້ນ ຍັງ​ໄດ້​ສະ ໜອງ​ເງິນ​ກູ້​ໃຫ້​ແກ່​ປະຊາຊົນ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​
ດຳ​ເນີນ​ທຸລະ​ກິດ ​ແລະ ອື່ນໆ ​ເປັນຕົ້ນ​ແມ່ນ​ການ​ປູກ​​ເຂົ້າ​ນາປີ, ນາ​ແຊງ ​ແລະ ການ​ປູກ​ພືດ​ຊະນິດ​ຕ່າງໆໃນອັດ ຕາ​ດອກ​ເບ້ຍ​ 5 % ຕໍ່​ເດືອນ ​ແລະ ສາມາດ​ໃຫ້​ເງິນ​ກູ້​ໄດ້​ຕ່ຳ​ສຸດ 10 ລ້ານ​ກີບ​ຂຶ້ນ​ໄປ​ສຳລັບ​ການ​ປູກ​ພືດ​ກະສິກຳ ​ແລະ 10 % ຂອງ​ທຶນ​ຈົດ​ທະບຽນ​ທັງ​ໝົດສຳລັບ​ທຸ ລະກິດ ​ແລະ ການ​ບໍລິການ​ຕ່າງໆ.
         ຜູ້ອຳນວຍການ​ ກ່າວ​ວ່າ: ນັບ​ແຕ່​ໄດ້​ຮັບ​ການ​ສ້າງຕັ້ງສະ​ຖາ​ບັນ​ການ​ເງິນ​ດັ່ງກ່າວ​ເປັນຕົ້ນ​ມາ ກອງ​ທຶນໄດ້ປະກອບ​ສວ່ນ​ເຮັດ​ໃຫ້​ຄຸນ​ນະພາ​ບ ​ແລະ ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນກວ່າ​ເກົ່າ, ​ເຮັດ​ໃຫ້​ປະຊາຊົນ​ມີ​ທຶນຮອນ​ພຽງພໍ​ເຂົ້າ​ໃນ​ການ​ຜະ ລິດສິນຄ້າ ​ແລະ ມີລາຍ​ຮັບ​ຈາກ​ການ​ຜະລິດ​ຂອງ​ເຂົາ​ເຈົ້ານັບ​ມື້ ນັບ​ຫຼາຍ​ຂຶ້ນ ​ແລະ ​ເຫັນ​ວ່າ​ ໄດ້​ຮັບ​ຄວາມ​ສົນ​ໃຈຈາກ​ປະຊາຊົນ​ເປັນ​ຢ່າງ​ດີ ເຊິ່ງມັນສະ​ແດງ​ອອກ​ຈຳ​ນວນຜູ້​ມາ​ໃຊ້​ບໍລິການ​ເງິນ​ກູ້ ແລະ ​ເງິນ​ຝາກ​ນັບ​ມື້ນັບ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ສະ​ຖາ​ບັນການ​ເງິນ​ແຫ່ງ​ນີ້ໄດ້​ກາຍ​ເປັນ​ສະ​ຖາ​ບັນ​ໜຶ່ງ​ທີ່​ໄດ້ຮັບ​ຄວາມ​ເຊື່ອ​ໝັ້ນ ແລະ ​ໄວ້​ເນື້ອເຊື່ອ ໃຈ​ຈາກ​ປະຊາຊົນ​.ນອກຈາກ​ໃຫ້ ການ​ບໍລິການ​ເງິນ​ກູ້, ​ເງິນ​ຝາກມີ​ກຳນົດ ​ແລະ ເງິນ​ຝາກ​ປະຢັດ​ໃຫ້​ແກ່​ກະສິກອນ​ແລ້ວ,ທາງ​ສະ​ຖາ​ບັນ​ຍັງໄດ້​ເປີດ​ໃຫ້ການ​ບລິ​ການ​ເງິນ​ຝາກ​ປະ​ຢັດ​ສຳລັບ​ນັກຮຽນ ນັບ​ແຕ່​ສົກປີ 2013 ນີ້ ໂດຍ​​ໄດ້​ເລີມ​ທົດ​ລອງ​ເປັນຄັ້ງທຳ​ອິດ​ຢູ່​ໂຮງຮຽນ​ມັດ​ທະ​ຍົມ​ປາຍ​ອິ​ໄລ, ການ​ໃຫ້​ບໍລິການ​ດັ່ງກ່າວ​ແມ່ນ ແນ່​ໃສ່​ເຮັດ​ໃຫ້​ນັກຮຽນ, ນັກ​ສຶກ ສາ​ຮູ້​ວິທີ​ປະຢັດ​ເງິນເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ການຮຽນ ໂດຍ​ນະ​ໂຍ ບາຍ​ດັ່ງກ່າວ​​ສາມາດ​ໃຫ້​ນັກຮຽນ​ເປີດ​ບັນຊີ​ເງິນ​ຝາກ​ປະຢັດ​​ໄດ້​ແຕ່ 10 ພັນ​ກີບ​ຂຶ້ນ​ໄປ.
           ​ຕາມ​ທິດ​ທາ​ງ​ແຜນການ​ແລ້ວ,ອະນາຄົດ​ທາງ​ສະ​ຖາ​ບັນ ຈະ​ພະຍາຍາມ​ປັບປຸງ​ຂອດ​ການ​ບໍລິການ, ​ເພີ່ມ​ງົບປະມານ​ເຂົ້າ​ໃນ​ກອງ​ທຶນ ແລະ ສ້າງ​​ສະ ພາບ​ແວດ​ລ້ອມ​ໃໝ່​ທີ່​ສະດວກ​ຂຶ້ນກວ່າ​ເກົ່າ ​ແນໃສ່​ເຮັດ​ໃຫ້​ປະ ຊາຊົນ​ສາມາດ​ເຂົ້າ​ເຖິງ​ການ​ບໍລິ ການ ແລະ ມີ​ເງື່ອນ​ໄຂ​ຄົບ​ຖ້ວນ​ໃນ​ການ​ພັດທະນາ​ຜົນ​ຜະລິດຂອງ​ຕົນ.

No comments:

Post a Comment