Ad

Ad

6 March 2013

ເຈົ້າຫນ້າທີ່ເຕື່ອນໃຫ້ເພີ່ມສະຕິລະວັງ ຕົວເພື່ອບໍ່ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ



       ເຈົ້າໜ້າທີ່ ປກສ ນະຄອນຫລວງ​ວຽງ​ຈັນ ​ເຕືອນ​ໃຫ້​ສັງຄົມ​ມີ​ສະຕິ​ລະ ວັງ​ຕົວ​ສູງ​ກວ່າ​ເກົ່າ ​ເພື່ອ​ຫລີກ​ເວັ້ນການ​ຕົກ​ເປັນ​ເຫຍື່ອ​ຂອງ​ກຸ່ມ​ຄົນ​ບໍ່​ດີ​ທີ່​ກໍ່​ເຫດ​ປຸ້ນ​ຊັບ-ຊີງ​ຊັບ ​ແລະ ລັກ​ຊັບ​ພົນລະ​ເມືອງ, ຂະນະ​ທີ່​ ອາທິດ​ຜ່ານ​ມາ​ ສະ​ເພະ​ຢູ່​ນະຄອນຫລວງ​ວຽງ​ຈັນມີ​ຜູ້​ຕົກ​ເປັນ​ເຫຍື່ອຂອງ​ພວກ​ບໍ່​ດີ​ດັ່ງກ່າວ​ແລ້ວ 14 ກໍລະນີ.
       ກອງ​ບັນຊາ​ການ ປກສ ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ອາທິດ​ໜຶ່ງ​ຜ່ານ​ມາ ນັບ​ແຕ່​ວັນ​ທີ 27 ກຸມພາ ຫາ​ວັນ​ທີ 5 ມີນາ 2013 ຢູ່​ນະຄອນ ຫລວງ​ວຽງ​ຈັນ ມີ​ເຫດການ​ປຸ້ນ​ຊັບ 1 ​ເລື່ອງ, ຊີງ​ຊັບ​ພົນລະ​ເມືອງ 2 ​ເລື່ອງ ​ແລະ ລັກ​ຊັບ​ພົນລະ​ເມືອງ 11 ​ເລື່ອງ. ສຳລັບ​ການ​ປຸ້ນ​ຊັບ​ແມ່ນ​ເກີດ​ຂຶ້ນ​ເວລາ 12:00 ​ໂມງ​ກາງຄືນ ຂອງ​ວັນ​ທີ 28 ກຸມພາ​ຜ່ານ​ມາ ​ໂດຍ​ຄົນ​ຮ້າຍ​ສອງ​ຄົນ​ໃຊ້​ປືນ​ຈີ້​ເອົາ​ສາຍ​ຄໍ​ຄຳນ້ຳໜັກ 1 ບາດ ຈາກ​ຄູ່​ບ່າວ-ສາວ​ໜຶ່ງຢູ່​ເຂດ​ເສັ້ນທາງ​ບ້ານ​ປາກ​ທ້າງ-ດົງ​ນາ​ໂຊກ ​ເມືອງ​ສີ​ໂຄດ​ຕະບອງ ນະ ຄອນຫລວງ​ວຽງ​ຈັນ.

          ສຳລັບ​ການ​ຊີງ​ຊັບ​ພົນລະ​ເມືອງ​ແມ່ນ​ເກີດ​ຂຶ້ນ​ເວລາ​ປະມານ 19 ​ໂມງ ຂອງ​ວັນ​ທີ 26 ກຸມພາ 2013, ມີ​ຄົນ​ຮ້າຍ​ສອງ​ຄົນ​ລັກ​ເອົາ​ຖົງ​ເງິນ​ຢູ່​ໃນ​ລົດ​ໃຫຍ່​ຂອງ​ຍິງ​ສາວ​ຄົນ​ໜຶ່ງ​ຂະນະ​ຈອດ​ໄວ້​ຢູ່​ໜ້າ​ເຮືອນ​ຂອງ​ຕົນ​ເພື່ອ​ຈະ​ຂັບ​ລົດ​ເຂົ້າ​ເຮືອນ ​ເຂດ​ບ້ານ​ສະພານ​ທອງ​ໃຕ້ ​ເມື​ອງສີ​ສັດຕະ​ນາກ ມີ​ຊັບ​ສິນ​ເສຍ​ຫາຍ ຄື​ເງິນ 10 ​ໂດ​ລາ​ສະຫະລັດ, 1 ລ້ານ​ກີບ, 15 ພັນ​ບາດ ​ແລະ 1 ພັນ​ວອນ (ສະກຸນ​ເງິນ​ເກົາຫລີ), ປຶ້ມ​ເງິນ​ຝາກ ​ແລະ ​ເອກະສານ​ສຳ ຄັນ​ຈຳນວນ​ໜຶ່ງ ​ແລະ ​ໃນ​ວັນ​ທີ 27 ກຸມພາ​ຜ່ານ​ມາ ​ເວລາ 22:00 ​ໂມງ,ມີ​ບ່າວ​-ສາວ​ຄູ່​ໜຶ່ງ​ຖືກ​ຄົນ​ຮ້າຍ​ດຶງ​ກະ​ເປົາ​ຢູ່​ໃກ້​ໄຟ​ແດງ​ບ້ານ​ທາດ​ຂາວ ​ເມືອງ​ສີ​ສັດຕະ​ນາກ ມີ​ຊັບ​ສິນ​ເສຍ​ຫາຍ​ແມ່ນ​ເງິນ​ກີບ 1,5 ລ້ານ​ກີບ, 100 ​ໂດ​ລາ​ສະຫະລັດ ​ແລະ ​ເອກະສານ​ສຳຄັນ​ຈຳນວນ​ໜຶ່ງ. ນອກ​ນີ້,ສະພາບ​ການ​ລັກ​ຊັບ​ພົນລະ​ເມືອງ​ແມ່ນ​ເກີດ​ຂຶ້ນ 11 ​ເລື່ອງ,ໃນ​ນັ້ນລັກ​ລົດຈັກ​ຈຳນວນ 5 ຄັນ, ລົດ​ໃຫຍ່ 1 ຄັນ ​ແລະ ຊັບ​ສິນ​ອື່ນໆ​ ລວມມູນ​ຄ່າ​​ເສຍ​ຫາຍ ຫລາຍ​ຮ້ອຍ​ລ້ານ​ກີບ.ຕໍ່​ບັນຫາ​ດັ່ງກ່າວ​ນີ້ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ປະ ຊາຊົນ​ຈົ່ງ​ມີ​ສະຕິ​ລະວັງ​ຕົວ​ຂຶ້ນຕື່ມ​ໃນ​ການ​ເດີນທາງ​ໄປມາ​ໃນ​ຍາມ​ຄ່ຳ​ຄືນ ​ໂດຍ​ສະ​ເພາະ​ຊັບ​ສິນ​ອັນ​ໃດ​ທີ່​ມີ​ມູນ​ຄ່າ​ແພງ​ກໍ​ບໍ່​ຄວນ​ຖື​ຕິດ​ໂຕ​ເພາະ​ມັນ​ຈະ​ເປ​ັນສິ່ງ​ທີ່​ລໍ​້ຕາລ້ໍ​ໃຈ​ກຸ່ມ​ຄົນ​ບໍ່​ດີ​ລົງມື​ກໍ່​ເຫດ.

No comments:

Post a Comment