Ad

Ad

6 March 2013

ສຳນັກງານ ຄລຕ ເຜີຍແຜ່ກົດຫມາຍຫລັກຊັບ ໃຫ້ບັນດາບໍລິສັດທີ່ປຶກສາກົດຫມາຍ



         ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ໄດ້ຈັດຕັ້ງການເຜີຍແຜ່ກົດໝາຍ ວ່າດ້ວຍຫຼັກຊັບໃຫ້ແກ່ບັນດາບໍລິສັດທີ່ປຶກສາທາງ ດ້ານກົດໝາຍເຊິ່ງຈັດຂຶ້ນ ໃນວັນທີ 26 ກຸມພາຜ່ານມາທີ່ຫ້ອງປະຊຸມ ສຳນັກງານດັ່ງ ກ່າວ ໂດຍການເຂົ້າຮ່ວມຂອງທ່ານ ນາງ ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມ ຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ພ້ອມນີ້ກໍມີບັນດາສຳມ ະນາກອນທີ່ມາຈາກກະຊວງແລະບໍລິສັດທີ່ປຶກສາທາງ ດ້ານກົດ ໝາຍທີ່ຢູ່ນະຄອນ ຫຼວງວຽງຈັນເຂົ້າຮ່ວມຈຳນວນໜຶ່ງ.      
         ການເຜີຍແຜ່ໃນຄັ້ງນີ້, ບັນດາວິທະຍາກອນໄດ້ຍົກໃຫ້​ເຫັນກົດໝາຍວ່າດ້ວຍຫຼັກຊັບທີ່ສະພາ ແຫ່ງຊາດຮັບຮອງເອົາໃນ ວັນທີ 10 ທັນວາຂອງປີກາຍ ເຊິ່ງໄດ້ກຳນົດຫຼັກການ,ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາການເຄື່ອນໄຫວວຽກງານຫຼັກຊັບ​ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ຍຸຕິທຳ, ໂປ່ງໃສ ຫຼຸດຜ່ອນຄວາມ ສ່ຽງຕໍ່ລະບົບການເງິນແລະຊຸກຍູ້ໃຫ້ມີການເຂົ້າຮ່ວມຂອງປະຊາຊົນ ແນໃສ່ ເຮັດໃຫ້ການລະດົມທຶນແລະການ ພັດທະນາ
ຕະຫຼາດຫຼັກຊັບຂະ ຍາຍຕົວຢ່າງຕໍ່ເນື່ອງ, ຍືນຍົງສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດຂະຍາຍຕົວ.                                
         ກົດໝາຍວ່າດ້ວຍຫຼັກຊັບ ປະກອບມີ 13 ພາກແລະ 173 ມາດຕາ ເຊິ່ງການເຜີຍແຜ່ໄດ້ເນັ້ນ ໃຫ້ເຫັນເຖິງບົດບັນ ຍັດທົ່ວໄປ, ການອອກຈຳໜ່າຍຫຼັກຊັບ ແລະ ການເຄື່ອນໄຫວຂອງບໍລິສັດອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດ ທະບຽນ, ກອງທຶນຮ່ວມ, ສະຖາບັນສື່ກາງດ້ານຫຼັກຊັບ, ຕະຫຼາດຫຼັກຊັບ, ການລາຍງານ-ການເປີດເຜີຍ ແລະ ການເກັບຮັກສາຂໍ້ມູນ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ກວດກາວຽກງານ ຫຼັກຊັບ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ.        
           ພາຍຫລັງສຳເລັດການ ເຜີຍແຜ່ໃນຄັ້ງນີ້ແລ້ວ ຍັງຈະສືບ ຕໍ່ດຳເນີນໄປຢ່າງຕໍ່ເນື່ອງ ແລະ ທົ່ວເຖິງຢູ່ບັນດາບໍລິສັດທີ່ປຶກ ສາການບັນຊີ, ບັນດາບໍລິສັດການກວດສອບ, ບັນດານັກຂ່າວໜັງສືພີມ, ວິທະຍຸກະຈາຍສຽງ, ຈາກໂທລະພາບ ແລະບັນ ດານັກຂ່າວຈາກວາລະສານ. ຈາກນັ້ນ ຈະກ້າວສູ່ການເຜີຍແຜ່ໃຫ້ບັນດາການຈັດຕັ້ງທັງພາກລັດ-ພາກ ເອກກະຊົນ,ບັນດາຫົວ ໜ່ວຍ ວິສາຫະກິດຢູ່ນະຄອນຫຼວງວຽງ ຈັນແລະໃນຂອບເຂດທົ່ວປະເທດ.

No comments:

Post a Comment