Ad

Ad

6 March 2013

ໄວປາກ ເສຍສິນ



ໂດຍ : ວິເສດ ສະແຫວງສຶກສາ
 
    ໃນບົດນີ້ ຜູ້ຂຽນຕັ້ງໃຈສັງ ລວມມາໃຫ້ທ່ານຜູ້ອ່ານໄດ້ຊາບ ກ່ຽວກັບບັນຫາທີ່ຕິດພັນກັບການປະຕິບັດລະບຽບກົດໝາຍ, ການໃຊ້ມາດຕະການຕ່າງໆ ເພື່ອແກ້ໄຂບັນຫາຫຍໍ້ທໍ້ໃນສັງຄົມ. ໃນບັນຫາທີ່ຈະເອີ່ຍເຖິງນີ້ ມີເລື່ອງໜຶ່ງທີ່ຄວນຖືເປັນ ອຸທາ ຫອນສອນໃຈເພື່ອໃຫ້ທຸກຄົນມີສະຕິລະວັງສົບລະວັງປາກເພາະສຸພາສິດລາວເຮົາເຄີຍບອກເລົ່າເກົ້າສິບກັນມາແຕ່ ດົນນານ ແລ້ວວ່າ: “ໄວປາກເສຍສິນ-ໄວຕີນຕົກກົກໄມ້”.
     ບັນຫາ “ໄວປາກເສຍສິນ” ນີ້ ຜູ້ຂຽນແກະມາຈາກບົດຄວາມໃນ The Nation ໜັງສືພິມພາສາອັງ ກິດລາຍວັນຂອງໄທ ສະບັບວັນທີ 27 ມັງກອນ ຫົວຂໍ້ບົດຖ້າແປພໍໃຫ້ ເຂົ້າໃຈກໍແມ່ນວ່າ: “ເສຍຕຳແໜ່ງ ຍ້ອນລີ້ນ”. ເລື່ອງມີຢູ່ວ່າ: ໃນ ທ້າຍເດືອນ ມັງກອນຜ່ານມາ ຢູ່ອິນໂດເນເຊຍ ມີການເລືອກຕັ້ງປະທານສານສູງໂດຍລັດຖະສະພາ. ຜູ້ເຂົ້າຊີງຕຳແໜ່ງອັນສູງສົ່ງ ນີ້ມີນຳ ກັນທັງໝົດ 8 ຄົນ, ໃນນັ້ນ ມີຜູ້ແຂ່ງຂັນຂັ້ນຫົວຫອກຄົນໜຶ່ງ ຊື່ທ່ານ ມູຮຳມັດ ດາມິງ ສຸນູຊີ. ທ່ານ ສຸນູຊີ ນີ້ເປັນນັກ ກົດໝາຍ, ເປັນຈ່າສານຂັ້ນສູງ ເຊິ່ງໃຜກໍໝັ້ນ ໃຈວ່າທ່ານຈະໄດ້ຄອງຕຳແໜ່ງ ປະທານສານ. ແຕ່ສຸດທ້າຍ ທ່ານ ບໍ່ໄດ້ແມ່ນ ແຕ່ຄະແນນດຽວ. ເຫດ ຜົນກໍແມ່ນວ່າ: ໃນວັນທີ 14 ມັງ ກອນປີນີ້, ທ່ານໄດ້ໄປມີຄຳເຫັນ ຕອບຄຳຖາມຢູ່ກອງປະຊຸມຄັດ ເລືອກ ທີ່ກຳມາທິການທີ III ຂອງລັດຖະສະພາ. ຕໍ່ບັນຫາທີ່ວ່າ: ຄວນ ຫລື ບໍ່ຄວນລົງໂທດ ປະຫານຕໍ່ຜູ້ຂົ່ມ ຂືນຝືນ
ໃຈແມ່ຍິງ. ທ່ານ ສຸນູຊີ ໄດ້ມີຄຳເຫັນວ່າ: “ເລື່ອງນີ້ ບັນດາຈ່າສານຕ້ອງຄິດ ໄປຄິດມາຄັກໆກ່ອນຈະຕັດສິນ ລົງໂທດປະຫານ. ທັງນີ້ກໍເພາະວ່າທັງຜູ້ຂົ່ມຂືນ ແລະ ຜູ້ຖືກຂົ່ມຂືນອາດໄດ້ຮັບຄວາມສຸກຄືກັນ”. ພໍແຕ່ເວົ້າສຸດກໍມີສຽງຫົວຈາກ ສສ ໃນກອງ ປະຊຸມ, ແຕ່ສຳລັບສັງຄົມແລ້ວພັດກາຍເປັນເລື່ອງໃຫຍ່ ລວມທັງອົງການປົກປ້ອງສິດຂອງແມ່ຍິງ. ສຽງຂອງສັງ ຄົມຟົດເດືອດ ຂຶ້ນພ້ອມທັງສະເໜີໃຫ້ປົດທ່ານ ສຸນູຊີ ອອກຈາກຕຳ ແໜ່ງປະທານສານສູງພາກໃຕ້ ເກາະສຸມາດຕາ. ສັງຄົມພາກັນ ປະທ້ວງ ວ່າ: ຄຳເວົ້າຂອງທ່ານ ສຸ ນູຊີ ຂັດຕໍ່ຫລັກຈັນຍາບັນຂອງພະ ນັກງານຍຸຕິທຳ. ຕໍ່ໜ້າສະພາບ ການດັ່ງກ່າວ, ທ່ານ ສຸນູຊີ ໄດ້ຮີບ ຂໍໂທດ ໂດຍກ່າວວ່າ: ມັນເປັນພຽງຄຳເວົ້າຕະຫລົກຊື່ໆ ເພື່ອ ຫລຸດຜ່ອນສະພາບເຄັ່ງຕຶງຂອງ ກອງປະຊຸມ.
    ແຫລ່ງຂ່າວດຽວກັນນັ້ນ ບອກວ່າ: ສານສູງຂອງອິນໂດເນເຊຍ ຈະໃຊ້ເວລາສອງອາທິດເພື່ອພິຈາລະນາຊະຕາກຳຂອງ ທ່ານ ສຸ ນູຊີ ວ່າຈະຢູ່ ຫລື ຈະໄປ. ເຖິງມັນ ບໍ່ມີຂ່າວເລື່ອງນີ້ເລັດລອດອອກມາຕື່ມ, ແຕ່ຜູ້ຂຽນເຊື່ອວ່າ: ທ່ານ ສຸນູຊີ ຄົງໄປບໍ່ລອດ. ອິນໂດເນ ເຊຍເປັນປະເທດທີ່ມີພົນລະເມືອງ 240 ລ້ານຄົນ ທີ່ຖືສາສະໜາອິດສະລາມ. ເລື່ອງຈັ່ງຊີ້ສັງຄົມອິດສະລາມຮັບ ບໍ່ໄດ້ເດັດຂາດ.
    ສະນັ້ນ, ເລື່ອງປາກເລື່ອງລີ້ນນີ້ ຕ້ອງລະວັງທີ່ສຸດ, ຢ່າຄິດພຽງວ່າຕົນເປັນນາຍມີອຳນາດຢາກເວົ້າຫຍັງກໍໄດ້ຕາມໃຈ. ພວກເຮົາ ຕ້ອງປະຕິບັດຕາມຄຳສອນທີ່ວ່າ: “ພິກລີ້ນເຈັດເທື່ອກ່ອນຈະເວົ້າ ຫຍັງອອກມາ”.

No comments:

Post a Comment