Ad

Ad

25 September 2013

ກະຊວງການເງິນຢືນຢັນສົກປີ 2013-2014 ຈະຢຸດຕິປະຕິບັດອຸດຫນູນລັດຖະກອນ



ທ່ານ ພູເພັດ ຄຳພູນວົງ
             ທ່ານລັດຖະມົນຕີວ່າການກະຊວງການເງິນ ພູເພັດ ຄຳພູນວົງ ໄດ້ຢືນຢັນ ໃຫ້ຮູ້ເມື່ອບໍ່ດົນມານີ້, ຢູ່ຫ້ອງວ່າການລັດ ຖະບານວ່າ: ສົກປີ 2013- 2014 ເງິນເດືອນ ຂອງພະນັກງານລັດຖະກອນຈະເພີ່ມຂຶ້ນຈາກ 4800 ມາເປັນ 6700 ກີບ ຕໍ່ດັດສະນີ, ແຕ່ລັດຖະບານຈະຢຸດຕິການຈັດຕັ້ງປະຕິບັດເງິນອຸດໜູນຈຳນວນ 760.000 ກີບຕໍ່ເ ດືອນ.
            ທ່ານລັດຖະມົນຕີວ່າການກະຊວງການເງິນ ກ່າວວ່າ: ນັບແຕ່ປີ 2010 - 2012 ການເກັບລາຍຮັບແຕ່ລະປີແມ່ນໄດ້ເກີນຄາດໝາຍສາມາດຕອບສະໜອງຄວາມ ຕ້ອງການຈ່າຍຂອງລັດຖະບານໄດ້ຢ່າງພຽງ ພໍເປັນຕົ້ນ: ເງິນເດືອນພະນັກງານ, ເງິນ ອຸດໜູນ ແລະ ບໍລິຫານຕ່າງໆພ້ອມກັນນີ້ ກໍແມ່ນລາຍຈ່າຍການເປັນເຈົ້າພາບ ຈັດກອງ ປະຊຸມລະດັບສາກົນ ເຊັ່ນ: ອາແຊັບ, ອາ ເຊັມ ແລະ ອື່ນໆ ແລະ ສົກ ປີ 2012-2013 ໄລຍະ 6 ເດືນຕົ້ນປີ ການ ຈັດຕັ້ງປະຕິບັດແຜນງົບປະມານ ຍັງປະຕິບັດໄດ້ດີ ເກັບລາຍຮັບໄດ້ຕາມຄາດໝາຍທີ່ກຳນົດໄວ້ສະໜອງຄວາມຈຳເປັນໃນການ ຈ່າຍໄດ້ໃນລະດັບອັນແນ່ນອນ. ແຕ່ກ້າວມາຮອດ 6 ເດືອນທ້າຍປີ  ມີການດັດແປງແຜນງົບປະມານແຫ່ງລັດ ເນື່ອງຈາກຄວາມ ຕ້ອງການຈ່າຍທາງດ້ານງົບປະມານມີເພີ່ມຂຶ້ນຢ່າງ ຫລວງຫລາຍໂດຍສະເພາະເງິນເດືອນ, ເງິນອຸດໜູນເຊິ່ງສົກປີ 2012-2013
ເປັນປີທຳອິດທີ່ລັດຖະບານໄດ້ປະຕິບັດນະ ໂຍ ບາຍເພີ່ມເງິນເດືອນໃໝ່ໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດລວມ ທັງພະນັກງານບຳນານ, ຈາກດັດຊະນີ 3.500 ມາເປັນ 4.800 ມີເງິນອຸດ ໜູນ 760.000 ກີບຕໍ່ຄົນຕໍ່ເດືອນ ສະນັ້ນ, ໃນ 6 ເດືອນທ້າຍປີໄດ້ເພີ່ມເງິນລາຍຈ່າຍຢ່າງຫລວງ ຫລາຍ, ໂດຍສະເພາະຂະແໜງສຶກສາເພີ່ມຂຶ້ນບໍ່ຫລຸດ 17%, ສາທາລະນະສຸກ ເພີ່ມຂຶ້ນບໍ່ຫລຸດ 9% ຂອງລາຍຈ່າຍລວມ ທົ່ວປະເທດເປັນລາຍຈ່າຍແບບກ້າວກະໂດດໃນປີນີ້. ແຕ່ຄວາມສາມາດທາງດ້ານການເກັບລາຍຮັບຍັງບໍ່ທັນໄດ້ຮັບການປັບປຸງ ດີເທົ່າທີ່ຄວນ, ເຊິ່ງ11 ເດືອນມານີ້ ປະຕິບັດຕົວຈິງແມ່ນມີຄວາມຫຍຸ້ງຍາກ, ການເກັບງົບປະມານມີລັກສະນະຝືດເຄືອງສະ ແດງອອກກໍຄື: ການເບີກຈ່າຍເງິນເດືອນຍັງຊັກຊ້າທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ. ສະຫລຸບສະຖິຕິລາຍຮັບ 11 ເດືອນ ລາຍຮັບງົບປະມານຍັງເພີ່ມຂຶ້ນທຽບກັບໄລຍະດຽວໃນປີກ່ອນເພີ່ມຂຶ້ນລະດັບ 20% ຂະນະທີ່ ຄວາມຈຳເປັນໃນການຈ່າຍກໍ ເພີ່ມຂຶ້ນ 40%.ໃນສົກ 2013-2014 ຕາມຄຳເຫັນໃນກອງປະຊຸມເປີດກວ້າງລັດຖະບານຄັ້ງນີ້ ຈະເພີ່ມເງິນເດືອນລັດຖະ ກອນໃນມູນຄ່າດັດຊະນີຈາກ 4.800 ເປັນ 6.700 ກີບ ແຕ່ໃຫ້້ຢຸດຕິການປະຕິບັດເງິນອຸດໜູນຄ່າຄອງຊີບ 760.000 ກີບ ເພາະເປັນການອຸດໜູນຄ່າ ຄອງຊີບທີ່ບໍ່ຈຳເປັນຕ້ອງປະຕິບັດແບບຖາວອນ ຖ້າສືບຕໍ່ປະຕິບັດແມ່ນອາດຈະເປັນພະນັກງານບຳ ນານຫລືພະນັກງານເສຍອົງຄະ”.         
          ທ່ານລັດຖະມົນຕີວ່າການກະຊວງການເງິນກ່າວວ່າ: ຈາກບັນຫາຫຍຸ້ງຍາກທີ່ພົບຄື ດັ່ງກ່າວ ລັດຖະບານ ຈຶ່ງໄດ້ຕັ້ງຄະ ນະກຳມະການສະເພາະກິດເພື່ອຕິດຕາມກວດກາເສດຖະກິດມະຫາພາກ, ຊຸກຍູ້ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມ ແຜນທີ່ສະພາຮັບຮອງ ຫລື ໃຫ້ໄດ້ໃກ້ກັບເປົ້າໝາຍທີ່ສຸດບໍ່ໃຫ້ຫລຸດຄາດໝາຍຫລາຍ. ຂະນະດຽວກັນຂະແໜງການເງິນຕ້ອງ ເຂັ້ມງວດເພີ່ມທະວີໃນການກວດກາຫົວໜ່ວຍເປົ້າໝາຍໃດທີ່ຍັງບໍ່ທັນໄດ້ປະຕິບັດພັນທະຖືກຕ້ອງກັບລະບຽບກົດໝາຍກໍ ຕ້ອງໄລ່ລຽງຄືນໃຫ້ປະຕິບັດຖືກຕ້ອງ, ຫລຸດຜ່ອນບັນຫາການຕົກເຮ່ຍຮົ່ວໄຫລເປັນຕົ້ນປີຜ່ານມາການຕົກເຮ່ຍຮົ່ວໄຫລ ສ່ວນ ໃຫຍ່ຢູ່ໃນຂອດຂອງການນຳເຂົ້າ-ສົ່ງອອກສິນຄ້າເຊັ່ນ: ພາຫະນະ, ນ້ຳມັນເຊື້ອໄຟ ແລະອື່ນໆ. ອີກບັນຫາໜຶ່ງແມ່ນຍ້ອນມີນະ ໂຍບາຍຍົກເວັ້ນພາສີອາກອນຢ່າງຫລວງຫລາຍໃນບັນດາໂຄງການລົງທຶນເພື່ອເຮັດໃຫ້ໂຄງການໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍລາຄາຖືກເປັນການສົ່ງເສີມເຮັດໃຫ້ມີການຫລຸດຜ່ອນລາຍຮັບເຊິ່ງໃນສົກປີ 2011-2012 ໄດ້ຍົກເວັ້ນພາສີມູນຄ່າ 1.200 ຕື້ກີບ, ແຕ່ປີ 2012-2013 ເປັນ 1.300 ຕື້ກີບ.

No comments:

Post a Comment