Ad

Ad

25 September 2013

ສື່ມວນຊົນກອງທັບລາວ-ຫວຽດນາມ ຮັດແຫນ້ນການພົວພັນຮ່ວມມື



            ສື່​ມວນ​ຊົນ​ກອງທັບ​ລາວ- ຫວຽດນາມ​ໄດ້​ຮ່ວມ​ກັນຈັດ​ຊຸດ​ສຳ​ມະ​ນາ​ໃນ​ຫົວ​ຂໍ້​ “ບົດບາດ​ຂອງ​ສື່​ມວນ​ຊົນ​ກອງທັບ​ລາວ- ຫວຽດນາມ​ໃນ​ການ​ໂຄສະນາ​ສຶກສາ​ອົບຮົມ​ມູ​ນເຊື້ອ, ບົດຮຽນ ​ແລະ ວິທີ​ການ” ​ຂຶ້ນ​ໃນ​ວັນ​ທີ 24 ກັນຍານີ້, ຢູ່​ໂຮງ​ແຮມ​ລ້ານ​ຊ້າງ​, ນະຄອນຫລວງ​ວຽງ​ຈັນ​ ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ພັນ​ໂທ ຊົງ​ເດດ ວົງ​ພູທອນ ຫົວໜ້າ​ບັນນາ ທິການ​​ໃຫຍ່ໜັງສື​ພີ​ມກອງທັບ​ປະຊາຊົນ​ລາວ ແລະ ທ່ານ ພົນ​ຕີ ​ເລ​ຟຸກຫງວຽນ ຫົວ ໜ້າບັນນາທິການ​ໃຫຍ່​ໜັງສືພິມ​ກວັນ​ໂດຍ​ເຢີ​ນ​ເຢີ​ນ, ຫົວໜ້າ​ຄະນະ​ຜູ້​ແທນ​ສື່​ມວນ​ຊົນ​ກອງທັບ​ຫວຽດນາມ, ມີ​ບັນດາ​ຄະນະ​ບັນນາທິການ​ຈາກສື່​ສິ່ງ​ພິມ​ຕ່າງໆ​ຂອງ​ລາວ​ເຂົ້າ​ຮ່ວມ.
           ທ່ານ ພັນ​ໂທ​ ຊົງ​ເດດ ວົງ​ພູທອນ ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງ​ການຈັດ ສຳມະນາ​ຄັ້ງນີ້ ​ແມ່ນ​ອີກ​ວິທີ​ການ​ໜຶ່ງ​ໃນ​ການ​ໂຄສະນາ​ສຶກສາ​ອົບ ຮົມ​ມູນ​ເຊື້ອ​ໂດຍ​ຜ່ານ​ການ​ແລກ ປ່ຽນ​ຄຳ​ຄິດ​ຄຳ​ເຫັນ, ບົດຮຽນ​ຕົວ​ຈິງ ​ແລະ ວິທີ​
ໃນການຈັດຕັ້ງປະ ຕິບັດ ​ແນ​ໃສ່​ພັດທະນາ​ຮູບ​ແບບ​ການ​ໂຄສະນາ​ສຶກສາ​ອົບຮົມ​ມູນ​ເຊື້ອ​ໃຫ້​ມີ ຫລາຍ​ຮູບ​ຫລາຍ​ສີ ​ແລະ ມີ​ຜົນ​ໄດ້​ຮັບ​ສູງ. ສື່​ມວນ​ຊົນ​ສອງ​ປະ​ເທດ ກໍ​ຄື ສື່​ມວນ​ຊົນ​ກອງທັບ​ລາວ- ຫວຽດນາມ ​ຈະ​ໄດ້​ປະສານ​ສົມ ທົບກັນ​ໃນ​ການ​ໂຄສະ ນາ ​ແລະ ​ເຮັດ​ໃຫ້​ດີ​ທີ່​ສຸດ,ໃນ​ໂອກາດ​ມີ​ເຫດ ການ​ໃຫຍ່​ຂອງ​ສອງ​ຊາດ​ເປັນຕົ້ນ​ ແມ່ນ​ວັນ​ສ້າງຕັ້ງກອງທັບ​ປະຊາ ຊົນ​ລາວ​ຄົບ ຮອບ 65 ປີ, 20 ມັງ ກອນ 1949-20 ມັງ ກອນ 2014, ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ​ຄົບຮອບ 70 ປີ (22/ 12/1944 - 22/12/2014) ວັນ​ໄຊ ຊະນະ​ດຽນບຽນ​ຝູ​ຄົບຮອບ 60 ປີ (7/5/1954-7/5/2014) ຍ້ອນ​ແນວ​ນັ້ນຫົວ​ຂໍ້​ສຳ​ມະ​ນາ​ໃນ​ເທື່ອ​ນີ້ຈຶ່ງ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ແລະ ສອດ ຄ່ອງ​ກັບລັກ​ສະ​ນະທີ່​ທັນ​ສະຖາ ນະການ​ທີ່​ສຸດ​ສຳລັບ​ອາຊີບ​ສື່​ມວນ​ຊົນ​ສອງ​ປະ​ເທດ.
          ທ່ານ ພົນ​ຕີ ​ເລ​ຟຸກຫງວຽນ ກໍ​ໄດ້​ກ່າວ​ວ່າ: ການ​ຈັດ​​ສຳ​ມະ​ນາ​ໃນ​ຄັ້ງນີ້​ ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ ​ເພື່ອ​ການ​ເຄື່ອນ​ໄຫວ​​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສື່​ມວນ​ຊົນ​ກອງທັບ​ສອງ​ປະ​ເທດ ລາວ- ຫວຽດນາມ​ ພ້ອມ​ດຽວ​ກັນ ນັ້ນ ກໍ​ເປັນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ​ແນ​ໃສ່​ປະກອບສ່ວນ​ຜັນ​ຂະຫຍາຍ​ບັນດາ​ແຜນການ​ຮ່ວມ​ມື​ຮອບ ດ້ານ​ ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສສ. ຫວຽດ ນາມ ​ແລະ ສປປ.ລາວ​ ໃນ​ຂົງ ເຂດວຽກ​ງານ​ພັກ, ວຽກ​ງານ​ການ​ເມືອງ​ແນວ​ຄິດ​ເປັນ ຕົ້ນ​ແມ່ນ​ການ​ຮ່ວມ​ມື​ກັນ​ໃນ​ວຽກ​ງານ​ສື່​ມວນ​ຊົນ, ພ້ອມ​ນີ້ ທ່ານ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ບາງ​ເນື້ອ​ໃນ​ທີ່​ສຳຄັນ​ ເປັນຕົ້ນ​ແມ່ນ ​ທີ່​ຕັ້ງພາລະ​ບົດ ບາດ​ຂອງ​ສື່​ມວນ​ຊົນ​ກອງທັບ​ສອງ​ປະ​ເທດ ​ໃນ​ວຽກ​ງານ​ໂຄສະ ນາ​ສຶກສາ​ອົບຮົມ​ມູນ​ເຊື້ອສາຍ ພົວພັນ, ມິດຕະ ພາບ ຄວາມສາ ມັກຄີພິເສດ ​ແລະ ການ​ຮ່ວມ​ມື ຮອບດ້ານ ​ຫວຽດນາມ-ລາວ. ພິ​ເສດ ທ່ານໄດ້​ເນັ້ນບົດບາດ​ຂອງ​ສື່​ມວນ​ຊົນ​ດັ່ງ​​ເດີມ​ໃນ​ໄລຍະ​ຍຸກ​ຂໍ້​ມູນ​ຂ່າວສານ​ຂະຫຍາຍຕົວ​ແຂງ​ແຮງ, ການ​ພັດທະນາ​ຢ່າງ​ແຂງ​ແຮງ​ຂອງ​ພາຫະນະ​ສື່ສານ​ຍຸກ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເຕີ​ເນັດ, ຍົກໃຫ້​ເຫັນ​ດ້ານ​ດີ​ຂໍ້​ສະດວກ ​ແລະ ສິ່ງ​ທ້າ​ທາຍ​ໃນ​ຂົງ​ເຂດ​ສື່ ສານ​ມວນ​ຊົນ​ປະຈຸ​ບັນ ​ທັງ​ການ​ຕອບ​ຕ້ານ​ກົນອຸບາຍ​ ຂອງ​ອິດ​ທິ ກຳລັງ​ປໍ​ລະ​ປັກ​ໃນ​ຂົງ​ເຂດ​ວຽກ​ງານ​ນີ້, ນັບ​ທັງ​ການ​ປະຕິບັດ​ໜ້າ​ທີ່​ໃນ​ການ​ຕອບ​ໂຕ້ກົນອຸ ບາຍ ​ດັ່ງ ກ່າວ​ທາງ​ສື່​ມວນ​ຊົນ​ເວົ້າ​ລວມ ເວົ້າສະເພາະ​ແມ່ນ​ສື່​ມວນ​ຊົນ​ກອງທັບ, ຕາມ​ບົດບາດ​ໜ້າ​ທີ່​ຂອງ​ອົງການ​ສື່​ມວນ​ຊົນ​ຂອງ​ກອງທັບ​ສອງ​ປະ​ເທດ ​ມີ​ການ​ແລກປ່ຽນ​ດ້ານ​ເນື້ອ​ໃນ, ຮູບ​ແບບ, ວີ​ທີ​ການ, ບົດຮຽນ​ໃນ​ການ​ໂຄສະນາ​ສຶກສາ​ອົບຮົມ​ມູນ​ເຊື້ອ ຜ່ານ​ພາຫະນະ​ມວນ​ຊົນ​ຄື​ແນວ​ໃດ, ຈາກ​ນັ້ນອາດ​ຈະ​ນຳ​ສະ​ເໜີ​ວິທີ​ການ​ແກ້​ໄຂ​ແນ​ໃສ່​ເຮັດ​ໃຫ້​ເຮັດ​ໃຫ້​ຄຸນ​ນະພາ​ບ ວຽກ​ງານ​ນີ້​ໄດ້​ຮັບ​ການ​ຍົກ​ລະດັບ​ດີ​ຂຶ້ນ​ໃນຕໍ່ ໜ້າ, ນຳ​ສະ​ເໜີ​ວິທີ​ການ​ປະຕິບັດ​ທີ່​ເໝາະ​ສົມ​ໃນ​ການ​ຜັນ​ຂະຫຍາຍ​ແຜນການ​ຮ່ວມ​ມື​ປະສານ​ງານ​ກັນ​ໃນ​ການ​ໂຄສະນາ​ລະຫວ່າງ​ສື່​ມວນ​ຊົນ​ກອງທັບ​ສອງ​ປະ​ເທດ​ໃນຊຸມ​ປີ​ຕໍ່​ໜ້າ. ພິ​ເສດ​ປີ 2014 ນີ້​ເປັນ​ປີ​ທີ່​ມີ​ເຫດການ​ປະຫວັດສາດ​ໃຫຍ່​ທີ່​ຈະ​ມີ​ການສະ​ເຫລີ​ມສະ ຫລອງ​ໃຫຍ່​ຂອງ​ທັງ​ສອງ​ປະ​ເທດ, ນອກຈາກ​ການ​ໂຄສະນາ​ຂໍ້​ມູນ​ຂ່າວສານ​ຜ່ານ​ສື່​ມວນ​ຊົນ​ແລ້ວ, ອາດ​ຈະ​ຄົ້ນ​ຄ້ວາ​ການ​ປະ ສານ​ງານ​ກັນ​ຈັດຕັ້ງກິດຈະ​ກຳ​ເຄື່ອນ​ໄຫວ​ສັງຄົມ​ຮ່ວມ​ກັນ ລະ ຫວ່າງ​ ອົງການ​ສື່​ມວນ​ຊົນ​ສອງ​ປະ​ເທດ.

No comments:

Post a Comment