Ad

Ad

26 September 2013

ການປະຕິຮູບການສ້າງຄູ ແມ່ນຄວາມຈຳເປັນອັນຮີບດ່ວນ



ໂດຍ: ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ.     
          ປັດຈຸບັນຢູ່ທົ່ວປະເທດເຮົາ ມີສະຖາບັນສ້າງຄູທັງໝົດ 15 ແຫ່ງຄື: ຄະນະສຶກສາສາດ (ມະ ຫາວິທະຍາໄລແຫ່ງຊາດ,  ມະຫາ ວິທະຍາໄລຈຳປາສັກ, ມະຫາວິ ທະຍາໄລສຸພານຸວົງ),  ທີ່ຂຶ້ນກັບ ສຶກສາສາດ, ສ່ວນວິທະຍາໄລຄູ ມີ 8 ແຫ່ງ  ເຊັ່ນ : ວິທະຍາໄລຄູ ຫຼວງນ້ຳທາ, ຫຼວງພະບາງ,  ຄັງ ໄຂ,  ບ້ານເກິນ,  ດົງຄຳຊ້າງ,  ສະ ຫວັນນະເຂດ,  ປາກເຊ ແລະ  ສາລະວັນ ພ້ອມນັ້ນຍັງມີວິທະຍາໄລ ພະລະສຶກສາ, ວິທະຍາໄລ ສິລະ ປະສຶກສາ, ວິທະຍາໄລສົງ 2 ແຫ່ງ (ອົງຕື້ ແລະ ຈຳປາສັກ) ຊຶ່ງ ເຮັດໜ້າທີ່ກໍ່ສ້າງຄູອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ມັດທະ ຍົມຕອນປາຍ, ມັດທະຍົມທີ່ສອນ ໄດ້ແຕ່ ມ.1-ມ.7, ພະລະສຶກສາ ແລະ ສິລະປະສຶກສາ.      
     ການຮັບນັກຮຽນ-ນັກສຶກສາຄູ ໃນແຕ່ລະສົກຮຽນແມ່ນມີການ ສອບເສັງຄັດເລືອກຢ່າງຄັກແນ່ ແລະ ສຳລັບໃນສົກຮຽນ 2013- 14 ນີ້ ແມ່ນໄດ້ປະຕິບັດຕາມຄຳ ສັ່ງແນະນຳຂອງກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 1121/ສສກ.ຜກ, ລົງວັນທີ 06/08/2013, ກ່ຽວກັບແຜນແບ່ງ ປັນສັບຊ້ອນນັກຮຽນ-ພະນັກງານເຂົ້າຮຽນຕໍ່   ຊຶ່ງໄດ້ກຳນົດໄວ້ຄື: ລະບົບ 9+3 ສາຍຄູອະນຸບານ ແລະ ປະຖົມ ແມ່ນມອບໃຫ້ແຂວງ ແບ່ງປັນຕົວເລກໃຫ້ເມືອງເພື່ອຄັດ ເລືອກເອົາຜູ້ມາຮຽນຄູຕາມຄວາມ ຕ້ອງການຂອງແຕ່ລະເມືອງ; ສຳລັບລະບົບ 12+2 ແລະ 12+4, ເຄິ່ງໜຶ່ງຂອງຕົວເລກຮັບນັກຮຽນເຂົ້າໃໝ່ທັງໝົດແມ່ນມາ ຕາມໂກຕ້າຊຶ່ງແມ່ນແຂວງເປັນຜູ້ຄັດເລືອກ ແລະ ອີກ 50% ແມ່ນມາສອບເສັງຄັດເລືອກຢູ່ສະ ຖາບັນສ້າງຄູ (ເສັງເຂົ້າຮຽນຄູ
ໄດ້, ແລ້ວຈ່າຍຄ່າຮຽນເອງ). ພິເສດສຳລັບນັກຮຽນ-ນັກສຶກສາຄູທີ່ມາໃນແຜນທີ່ໄດ້ຮັບເບ້ຍລ້ຽງຈາກລັດຖະບານຕ້ອງມີໃບ ພັນທະສັນຍາມາພ້ອມ, ຫຼັງຈາກສຳເລັດການສຶກສາແລ້ວແມ່ນໃຫ້ກັບຄືນໄປສອນໃນທ້ອງຖິ່ນຂອງຕົນຫຼືຢູ່ໂຮງຮຽນ/ເມືອງ ບ່ອນທີ່ໄດ້ເຊັນສັນຍາໄວ້ (ຖ້າບໍ່ປະຕິບັດຕາມພັນທະສັນຍາຈະຕ້ອງໃຊ້ເງິນຄືນເທົ່າກັບ 4 ເທື່ອຂອງທຶນການສຶກສາທີ່ໄດ້ ຮັບທັງໝົດ).   
         ເພື່ອຜັນຂະຫຍາຍແຜນປະຕິຮູບລະບົບການສຶກສາແຫ່ງຊາດໄລຍະ 2 ແຕ່ປີ 2011-2015, ກົມສ້າງຄູໄດ້ສຸມໃສ່ແກ້ ໄຂບາງບັນຫາທີ່ເປັນຈຸດສຸມຂອງການປະຕິຮູບການສ້າງຄູຄື: 1. ແກ້ໄຂບັນຫາຂອດຄູໃນຊັ້ນຮຽນຕ່າງໆເພື່ອຕອບສະໜອງ ໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການຂະຫຍາຍການສຶກສາ, ໂດຍສະເພາະໃນເຂດຊົນເຜົ່າຫ່າງໄກສອກຫຼີກ ແລະ ເຂດຂາດເຂີນຄູ 2. ຍົກຄຸນນະພາບຂອງການສ້າງຄູ ເພື່ອປະກອບສ່ວນເຂົ້າໃນການຍົກຄຸນນະພາບຂອງການສຶກສາ 3. ສ້າງ ເງື່ອນໄຂໃຫ້ຄູສາມາດປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບດ້ວຍການປະຕິຮູບກ່ຽວກັບທິດທາງ ແລະ ນະໂຍບາຍການ ສ້າງຄູທັງລະບົບນັບແຕ່ຂອດຄັດເລືອກນັກຮຽນເຂົ້າຮຽນຄູ, ຂະບວນການຜະລິດຄູ, ການບັນຈຸສັບຊ້ອນຄູ, ການພັດທະນາຄູ ແລະ ການຮັກສາຄູ.
           ພ້ອມນັ້ນເພື່ອສະໜອງຄູໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງທ້ອງຖິ່ນ, ກົມສ້າງຄູໄດ້ສຸມໃສ່ດັດສົມການ ຮັບນັກຮຽນ-ນັກສຶກສາຄູເຂົ້າໃໝ່ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຄູໃນແຕ່ລະປະເພດ. ສົ່ງເສີມການຮັບນັກ ຮຽນຄູອະນຸບານ ແລະ ປະຖົມໃນເຂດຊົນນະບົດ, ຫ່າງໄກສອກຫຼີກ ຄື ມອບໃຫ້ເມືອງເປັນຜູ້ຄັດເລືອກມາຮຽນໃນລະບົບ 9+3 (ຄູຊັ້ນກາງ); ທຸກຄົນໄດ້ຮັບທຶນການສຶກສາ (ໄດ້ຮັບເບ້ຍລ້ຽງ) ແລະ ໄດ້ມີການ ສ້າງຄູອະນຸບານລະບົບເລັ່ງລັດ (30 ອາ ທິດ) ເພື່ອຮັບໃຊ້ເຂດທີ່ມີຄວາມຕ້ອງການດ່ວນ  ແລະ ລະ ບົບ 9+3 (ແຕ່ໃຊ້ເວລາຮຽນ 2 ປີ), ໂດຍຮັບເອົານັກຮຽນມາ ຈາກທ້ອງຖິ່ນທີ່ຂາດຄູ ແລະ ສົ່ງກັບ ຄືນໄປສອນໃນທ້ອງຖິ່ນຂອງຕົນ ແລະ ພ້ອມນັ້ນກໍໄດ້ມອບໃຫ້ເມືອງເປັນຜູ້ຄັດເລືອກ ນັກຮຽນມາຮຽນຄູອະນຸບານ ແລະ ປະຖົມລະບົບ 9+3. ໃນລະບົບ 12+2 ແລະ 12+4, 70% ແມ່ນມອບໃຫ້ ເມືອງເປັນ ຜູ້ຄັດເລືອກໂດຍສົມທົບກັບໂຮງຮຽນ ແລະ ອີກ 30% ແມ່ນແຂວງເປັນຜູ້ຄັດເລືອກ. ເວົ້າລວມແລ້ວພວກເຮົາໄດ້ເກັບ ກຳຂໍ້ ມູນກ່ຽວກັບຄວາມຕ້ອງ ການຄູປະເພດຕ່າງໆເລີ່ມແຕ່ຂັ້ນ ໂຮງຮຽນຂື້ນມາ ແລະ ສັງລວມ ຂຶ້ນມາເປັນຂອງເມືອງ, ຂອງ ແຂວງ ແລະ ຂອງທົ່ວປະເທດ; ທັງແຍກຕາມວິຊາສອນ. ເພື່ອແນໃສ່ຍົກສູງຄຸນນະພາບການຮຽນການສອນໃນສະຖາບັນ ສ້າງຄູ, ຜ່ານມາການສ້າງຄູໄດ້ເອົາໃຈໃສ່ກໍ່ສ້າງຄູອະນຸບານ, ຄູປະຖົມ ແລະ ຄູມັດທະຍົມນັບແຕ່ລະດັບຊັ້ນກາງ, ຊັ້ນສູງ ແລະ ປະລິນຍາຕີຕາມທິດປະຕິຮູບການສ້າງຄູ, ການກໍ່ສ້າງຄູມັດທະຍົມແມ່ນເລີ່ມໃຫ້ມີການກໍ່ສ້າງຄູມັດທະຍົມທີ່ສາມາດສອນ ໄດ້ ແຕ່ ມ1-ມ7 ໂດຍ ລົງເລິກໄປຕາມແຕ່ລະສາຍວິຊາຮຽນພ້ອມນັ້ນກໍໄດ້ມີການປັບປຸງຫຼັກສູດສ້າງຄູໃຫ້ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງຫຼັກສູດສາຍສາມັນ (ດ້ານເນື້ອໃນ ແລະ ພາກປະຕິບັດການທົດລອງ ຕົວຈິງ).  ແລະ ເພື່ອໃຫ້ນັກ ຮຽນ- ນັກສຶກສາຄູປະຖົມທີ່ຈົບອອກໄປສາມາດສອນພາສາອັງກິດໃນຊັ້ນປະຖົມໄດ້, ພວກເຮົາກໍໄດ້ເພີ່ມຊົ່ວໂມງຮຽນພາ ສາອັງກິດຂຶ້ນ ແລະ ໃຫ້ນັກຮຽນໄດ້ລົງເຝິກຫັດ ສອນພາສາອັງກິດໃນຊັ້ນປະຖົມ ນຳ. ພິເສດໃນສົກຮຽນ 2013- 2014 ນີ້ ພວກເຮົາໄດ້ປັບປຸງເນື້ອ ໃນ ແລະ ວິທີການເຝິກຫັດວິຊາ ຊີບຄູທັງສາຍຄູອະນຸບານ, ສາຍ ຄູປະຖົມ ແລະ ສາຍຄູມັດທະຍົມ, ໃນນີ້ໄດ້ມີການປັບປຸງວິທີປະເມີນ ວຽກງານສິດສອນ, ວຽກງານຄູ ປະຈຳຫ້ອງ ແລະ ວຽກງານພັດທະນາຊຸມຊົນຂອງນັກ ຮຽນ-ນັກສຶກສາຄູ. ປະເດັນບັນຫາໃໝ່ແມ່ນໃຫ້ນັກຮຽນ-ນັກສຶກສາໄດ້ເຝິກ ການນຳໃຊ້ ICT ເຂົ້າໃນການສອນ ແລະ ມີ ການວິໄຈໃນຫ້ອງຮຽນໃນໄລຍະລົງຝຶກຫັດຂອງເຂົາເຈົ້າ. ພ້ອມນັ້ນພວກເຮົາຖືສຳຄັນ ໃນການຄັດເລຶອກເອົາຄູ-ອາຈານທີ່ຈະ ເຂົ້າມາສອນໃນສະຖາບັນສ້າງຄູ ໂດຍເນັ້ນເອົາຄູທີ່ມີປະສົບ ການສອນມາແລ້ວຫຼາຍປີ ແລະ ເພື່ອເຮັດໃຫ້ລະດັບຂອງຄູສອນ ໃນສະຖາບັນສ້າງຄູໄດ້ຕາມມາດຕະຖານດ້ານວິຊາຊີບໃນປີ 2015, ພວກເຮົາໄດ້ມີແຜນໃຫ້ແຕ່ລະສະຖາບັນສ້າງຄູເພີ່ມທະວີ ການຮ່ວມມືກັບສະຖາບັນການສຶກສາໃນພາກພື້ນເພື່ອສົ່ງຄູ-ອາຈານໄປຍົກລະດັບໃຫ້ຫຼາຍຂຶ້ນ, ເປັນຕົ້ນແມ່ນ ໄປ ສສ ຫວຽດ ນາມ. ໃນສົກຮຽນ 2013-2014 ກໍໄດ້ມີແຜນສົ່ງຄູໄປ ຍົກລະດັບປະລິນຍາໂທໃນສາຂາວິຊາຕ່າງໆພາຍໃຕ້ຂອບການຮ່ວມມື ລະຫວ່າງສະຖາບັນ. ພ້ອມນັ້ນກໍໄດ້ສົ່ງຄູ-ອາຈານໃນສະຖາບັນສ້າງຄູໄປເຝິກອົບຮົມໃນດ້ານຕ່າງໆຢູ່ທັງພາຍໃນ ແລະ ຕ່າງປະ ເທດ. ສະເພາະຢູ່ພາຍໃນສະຖາບັນສ້າງຄູກໍມີການສຶກສາຄົ້ນຄວ້າວິທີການປັບປຸງຄຸນນະພາບການຮຽນ-ການສອນຂອງຕົນ ໂດຍສ້າງຄູຝຶກພາຍໃນສະຖາບັນສ້າງຄູເອງ, ມີການຈັດຕັ້ງການຮ່ວມໂມງສອນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ຢ່າງບໍ່ ຂາດໄລຍະໄປຄຽງຄູ່ກັບມາດຕະ ເພື່ອສົ່ງເສີມໃຫ້ສະຖາບັນສ້າງຄູ ບຸກບືນພັດທະນາຕົນເອງກາຍເປັນສະຖາບັນທີ່ມີ ຄວາມເປັນເລີດ ແລະ ສະຖາບັນທີ່ພວມພັດທະນາ. ພວກເຮົາກໍໄດ້ປັບປຸງ ແລະ ພັດທະນາລະບົບປະກັນຄຸນນະພາບວຽກ ງານສ້າງຄູໂດຍໄດ້ ເພີ່ມວຽກງານການຮັບຮອງສະຖາບັນສ້າງຄູເຂົ້າໃນລະບົບດັ່ງກ່າວ, ປັດຈຸບັນພວມພັດທະນານິຕິກຳຊຶ່ງມີ ຕົວຊີ້ບອກຄຸນນະພາບຫຼາຍດ້ານ, ໃນນັ້ນໄດ້ເນັ້ນ ໃສ່ຕົວຊີ້ບອກກ່ຽວກັບສິ່ງອຳ ນວຍຄວາມສະດວກຕ່າງໆພາຍໃນສະຖາ ບັນສ້າງຄູ, ເປັນຕົ້ນແມ່ນມີເກນກ່ຽວກັບສະຖານທີ່ຫຼິ້ນກິລາ, ສິລະປະ, ຫ້ອງສະໝຸດ, ຫ້ອງທົດລອງ, ສະຖານທີ່ຮັບໃຊ້ການ ຈັດກິດຈະກຳຂອງນັກຮຽນ-ນັກສຶກສາ, ການເຂົ້າເຖິງແຫຼ່ງຮຽນຮູ້ຂອງນັກຮຽນ-ນັກສຶກສາຄູ ແລະ ອື່ນໆ; ໂດຍສະເພາະໃນ ສົກຮຽນ 2013-2014 ນີ້ ພວກເຮົາ ຈະບຸກບືນເຮັດໃຫ້ນັກຮຽນ-ນັກ ສຶກສາຄູໄດ້ເຮັດການທົດລອງຕົວຈິງຫຼາຍຂຶ້ນ.    
    ການປະຕິຮູບການສ້າງຄູເນື້ອ ແທ້ກໍແມ່ນການປະຕິຮູບຄູຊຶ່ງ ລວມເຖິງການປະຕິຮູບເນື້ອໃນ ແລະ ວິທີການກໍ່ສ້າງຄູ ແລະ ການພັດທະນາຄູທີ່ກຳລັງປະຈຳການ. ສິ່ງທີ່ໄດ້ດຳເນີນແມ່ນ: ພວກເຮົາໄດ້ຈັດຕັ້ງຍົກລະດັບວຸດທິການສຶກສາຂອງຄູສອນຕາມ ລະບົບບຳລຸງຄູຕໍ່ເນື່ອງໃນຍາມພັກສິ້ນປີຮຽນ, ຈາກຄູຊັ້ນຕົ້ນ ເປັນຄູຊັ້ນກາງ, ຈາກຄູຊັ້ນກາງ ເປັນຄູຊັ້ນສູງ ແລະ ຈາກຄູຊັ້ນສູງ ເປັນຄູປະລິນຍາຕີ (ປະມານ 4000-5000ຄົນ/ປີ).ໄດ້ຈັດຕັ້ງບຳລຸງຄູປະຖົມໃນໂຮງຮຽນຄຸນນະພາບກ່ຽວກັບການຮຽນ-ການ ສອນ, ຈັດຕັ້ງບຳລຸງຄູປະຖົມກ່ຽວກັບການຮຽນ-ການສອນຄະນິດສາດ ແລະ ວິທະຍາສາດ, ຈັດຕັ້ງບຳລຸງການສອນຫ້ອງ ຄວບ, ການນຳໃຊ້ຫຼັກສູດສາມັນ ແລະ ປື້ມແບບຮຽນໃໝ່ ແລະ ອື່ນໆ.
          ໃນການບຳລຸງຄູປະຈຳການ, ພວກເຮົາຍັງໄດ້ເອົາໃຈໃສ່ເພີ່ມທະວີໃຫ້ຄູພາຍໃນໂຮງຮຽນປະຖົມມີການດຳເນີນການນິ ເທດພາຍໃນໃຫ້ຫຼາຍຂື້ນເພື່ອຍົກຄຸນນະພາບການຮຽນ-ການສອນພາຍໃນໂຮງຮຽນ. ໄດ້ຄົ້ນຄວ້າກ່ຽວກັບຈັນຍາບັນດ້ານວິຊາ ຊີບຄູເພື່ອເປັນບ່ອນອີງໃນການຄວບຄຸມການປະພຶດ ແລະ ຄວາມຮັບ ຜິດຊອບຂອງຄູໃຫ້ນັບມື້ນັບສູງຂຶ້ນພ້ອມນັ້ນກໍໄດ້ຄົ້ນ ຄວ້າມາດຕະຖານສະມັດຖະພາບຂອງຄູ. ພວກເຮົາໄດ້ສ້າງຕັ້ງຫ້ອງການວັດຜົນ-ປະເມີນຜົນໃນສະຖາບັນສ້າງຄູ; ເພື່ອເຮັດໜ້າ ທີ່ດຳເນີນການປະເມີນຜົນຄຸນນະພາບຂອງຕົນເອງພາຍໃນສະຖາບັນແຕ່ລະປີກໍໄດ້ມີການກວດກາຄຸນນະພາບຂອງວຽກງານ ພາຍໃນສະຖາບັນ, ທັງເລັ່ງໃສ່ປັບປຸງກົນໄກວິທີເຮັດວຽກ ແລະ ການປະສານງານພາຍໃນສະຖາບັນສ້າງຄູ. ຄຽງຄູ່ກັບການປະ ຕິຮູບການສ້າງຄູພວກເຮົາຕ້ອງໄດ້ເບິ່ງທັງລະບົບໃນ 5 ຂອດຄືນັບແຕ່ການຄັດເລືອກນັກຮຽນມາຮຽນຄູ, ການດຳເນີນການກໍ່ ສ້າງຄູ, ການບັນຈຸສັບຊ້ອນຄູ, ການພັດທະນາຄູ ແລະ ການຮັກສາຄູ.

No comments:

Post a Comment