Ad

Ad

26 September 2013

ນັກສຶກສາໂຮງຮຽນວິຊາຊີບ ວຽງຈັນ-ຮ່າໂນ້ຍ ໄດ້ຮັບການບໍລິການບັດ ATM ເປັນບັດດຽວກັບບັດນັກສຶກສາ



          ​ພິທີ​ເຊັນ​ສັນຍາ​ຮັບການ​ບໍລິການ​ບັດ​ນັກ​ສຶກສາ​ເປັນ​ບັດ ATM ລະຫວ່າງທ່ານ ຄຳ​ສິງ ​ແສງ​ແກ້ວ​ ມະຫາວົງ ຜູ້ອຳນວຍ ການ​ທະນາຄານພັດທະ​ນາລາ​ວ ​ແລະ ທ່ານ ອຸ​ໄທ ບັນາ​ວົງ ຜູ້ອຳນວຍການໂຮງຮຽນວິຊາ​ຊີບວຽງຈັນ-ຮ່າ​ໂນ້ຍ ​ໄດ້​ມີ​ຂື້ນ​ໃນ​ວັນ​ທີ 25 ກັນຍານີ້ ຢູ່​ໂຮງຮຽນດັ່ງກ່າວໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ຄູ-ອາຈານ ແລະ ພະນັງ​ການກ່ຽວຂ້ອງ​ສອງ​ຝ່າຍ.
          ທ່ານ ຄຳ​ສິງ ​ແສງ​ແກ້ວ​ມະຫາວົງ ຮອງ​ຜູ້ອຳນວຍການທະນາຄານ​ພັດທະນາ​ລາວ ກ່າວ​ວ່າ: ​ປັດຈຸ​ບັນ​ສະພາບ​ເສດຖະ ກິດ​ມີ​ການ​ຂະຫຍາຍຕົວ ​ແລະ ຄວາມ​ທັນ​ສະ​ໃໝທາງ​ດ້ານ​ເຕັກ​​ໂນໂລ​ຊີ ທະນາຄານ​ພວກ​ເຮົາ​ຈຶ່ງ​ໄດ້​ພັດ ທະນາ​ຮູບ ​ແບບ​ການ​ບໍລິການ​ທີ່​ທັນ​ສະ​ໃໝ ມາ​ຮັບ​ໃຊ້​ສັງຄົມ, ​ໃນ​ນັ້ນກໍ​ແມ່ນ​ການ​ພັດທະ​ນາ​ບັດ​ນັກ​ສຶກສາ​ປັນ​ບັດ​ດຽວກັນ​ກັບບັດ ATM ເພື່ອ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ສະ​ຖາ​ບັນ​ການ​ສຶກສາ ​ໃນ​ການ​ຄຸ້ມ​ຄອງ​ນັກ​ສຶກສາ, ສ້າງ​ຄວາມ​ທັນ​ສະ​ໃໝ​ໃນ​ການ​ຊຳລະ​ສະ​ສາງ​ດ້ວຍຫຼາຍ ຊ່ອງ​ທາງ​ໃຫ້​ແກ່​ນັກ​ສຶກສາ​ບໍ່ວ່າ​ຈະ​ເປັນ​ຄ່າ​ຮຽນ,​ ຄ່າ​ຕຳລາ, ຄ່າ​ສິນຄ້າ, ນອກ​ນັ້ນຍັງ​ເປັນ​ການ​ສ້າງ​ຄວາມ​ປະ ຢັດ​ເກັບ​ຮັກສາເງິນ ແລະ ຄວາມ​ສະດວກຕ່າງໆທະນາຄານ​ພັດທະນາ​ລາວ ​ເປັນ​ທະນາຄານ​ແຫ່ງ​ທຳ​ອິດໃນ ສປປ ລາວ ທີ່​ສາ ມາດ​ພັດທະນາ​ລະບົບໂມ​ບາຍ​ແບ​ງຄິງ​ແບບ M​- Commerce ສຳ​ເລັດ ຊຶ່ງ​ມີ​ຮູບ​ແບບ​ການ​ບໍລິການ​ເຊັ່ນ:​ ຊຳລະ​ຄ່າ​ໄຟຟ້າ, ຊຳ ລະ​ຄ່າ​ໂທລະສັບແລະ ອື່ນໆ.

        ທ່ານ ຮອງ​ຜູ້ອຳນວຍການ​ທະນາຄານ​ ດັ່ງກ່າວ​ໃຫ້​ຮູ້​ວ່າ: ​ໃນ​ປີຜ່ານມາ ທະນາຄານ​ຕົນໄດ້​ມີ​ການ​ເຊັນ​ສັນຍາ​ຮ່ວມ​ມື​ກັບ ສະ​ຖາ​ບັນ​ການ​ສຶກສາຂັ້ນຕ່າງໆ​ທົ່ວ​ປະ​ເທດ ​ເພື່ອອອກ​ບັດ​ນັກ​ສຶກສາ ​ແລະ ບັດ ATM ເປັນ​ບັດ​ດຽວ ​ໂດຍ​ຮູບ​ແບບ​ບັດ​ນັກ​ສຶກສາ​ແມ່ນ​ເປັນການ​ປະສົມ​ປະສານ​ດ້ານ​ເຕັກ​ໂນ​ໂລ​ຊີ ທີ່ ທພລ ມີ​ຢູ່​ແລ້ວ ​ໃຫ້​ເຂົ້າກັບ​ລັກສະນະ ຂອງ​ບັດ​ນັກ​ສຶກສາ​ ​ແຕ່​ລະ ສະ​ຖາ​ບັນ​ການ​ສຶກສາ​ຕ່າງໆ ແລະ ສາມາດ​ໃຊ້​ບັດ​ດັ່ງກ່າວ​ເຂົ້າ​ເຖີງການ​ບໍລິການຂອງ​ທະນາຄານ​ພັດທະນາ​ລາວ​ໄດ້​ທຸກ​ຈຸດ​ບໍລິ ການ​ໃນ​ທົ່ວ​ປະ​ເທດ. ໃນຕໍ່ໜ້າທະນາຄານ​ກໍຍັງສືບຕໍ່ພັດທະນາ​ຮ່ວມ​ມື​ກັບຫຼາຍສະ​ຖາ​ບັນ​ການ​ສຶກສາ ​ແລະ ຂົງ​ເຂດ​ອື່ນໆ ເພື່ອ​ພ້ອມ​ກັນ​ພັດທະນາ​ຂົງ​ເຂດ​ການ​ສຶກສາຂອງ​ລາວ​ໃຫ້​ກ້າວ​ໄປ​ສູ່​ຄວາ​ມທັນ​ສະ​ໃໝທຽບທັນກັບ​ສາກົນ.

No comments:

Post a Comment